ທີ່ການຕ້ອນຮັບ, ທ່ານ Park Noh Wan  ໄດ້ສະແດງຄວາມປິຕິຊົມຊື່ນເມື່ອເຫັນວ່າ ໃນໄລຍະຜ່ານມາ, ການພົວພັນລະຫວ່າງຫວຽດນາມ-ສ.ເກົາຫຼີ ສືບຕໍ່ໄດ້ຮັບການເພີ່ມທະວີໃນທຸກຂົງເຂດ; ຕີລາຄາສູງຕໍ່ບັນດາຜົນງານ ເຊິ່ງພັກ, ລັດຖະບານ ແລະປະຊາຊົນຫວຽດນາມ ບັນລຸໄດ້ໃນວຽກງານສະກັດກັ້ນ ແລະຕ້ານພະຍາດໂຄວິດ -19; ເຊື່ອໝັ້ນວ່າພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ, ປະຊາຊົນຫວຽດນາມ ຈະສືບຕໍ່ໄດ້ຮັບຜົນງານໃໝ່ຫຼາຍຢ່າງ, ນໍາປະເທດຫວຽດນາມ ພັດທະນາ ແລະຈະເລີນຮຸ່ງເຮືອງ. ທ່ານ Park Noh Wan ຢືນຢັນວ່າໃນຖານະເປັນເອກອັກຄະລັດຖະທູດແຫ່ງ ສ.ເກົາຫຼີ ປະຈຳ ຫວຽດນາມ, ທ່ານຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອຊຸກຍູ້ການພົວພັນລະຫວ່າງສອງປະເທດ ແລະການພົວພັນລະຫວ່າງພັກກອມມູນິດຫວຽດນາມ ແລະພັກການເມືອງ ສ.ເກົາຫຼີ ໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ.

leftcenterrightdel
ທ່ານ ເຈິ່ນກວ໊ກເວື້ອງ ຜູ້ປະຈໍາການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ ຕ້ອນຮັບທ່ານ Park Noh Wan ເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈໍາ ຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ.

ທີ່ການຕ້ອນຮັບ, ທ່ານ ເຈິ່ນກວ໊ກເວື້ອງ ໄດ້ຮັບຮູ້ ແລະຕີລາຄາສູງຕໍ່ບັນດາການເຄື່ອນໄຫວຂອງທ່ານ Park Noh Wan ຢູ່ຫວຽດນາມ, ສະແດງຄວາມເຊື່ອໝັ້ນວ່າ ທ່ານເອກອັກຄະລັດຖະທູດ ຈະປະສົບຜົນສຳເລັດຢ່າງຈົບງາມໃນອາຍຸການປະຕິບັດງານຂອງຕົນ, ປະກອບສ່ວນຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ສ.ເກົາຫຼີ ແລະພັດທະນາການພົວພັນລະຫວ່າງພັກກອມມູນິດຫວຽດນາມ ແລະບັນດາພັກການເມືອງຢູ່ ສ.ເກົາຫຼີ.

ຄຽງຂ້າງນັ້ນ, ທ່ານ ເຈິ່ນກວ໊ກເວື້ອງ ໄດ້ເນັ້ນໜັກວ່າ ໃນສະພາບການໂລກ, ພາກພື້ນພວມມີການຜັນແປຢ່າງວ່ອງໄວ ແລະຍາກທີ່ຄາດຄະເນລ່ວງໜ້າໄດ້, ພິເສດແມ່ນພະຍາດໂຄວິດ-19 ຍັງບໍ່ໄດ້ຮັບການຄວບຄຸມເທື່ອ, ສອງຝ່າຍຕ້ອງສືບຕໍ່ສົມທົບກັນຢ່າງມີປະສິດທິຜົນໃນການໜູນຊ່ວຍກັນ, ແບ່ງປັນບົດຮຽນໃນການປິ່ນປົວ ແລະຄວບຄຸມໂລກພະຍາດເພື່ອຊຸກຍູ້ການພົວພັນສອງຝ່າຍໃຫ້ພັດທະນາໃນສະພາບການໃໝ່; ພ້ອມກັນນັ້ນ ທ່ານກໍ່ສະເໜີໃຫ້ ສ.ເກົາຫຼີ ເພີ່ມທະວີການຮ່ວມມື, ສົມທົບກັບຫວຽດນາມ ຢູ່ບັນດາເວທີປາໄສຫຼາຍຝ່າຍຢູ່ພາກພື້ນ ແລະໃນໂລກໃນການຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື, ຄວາມໝັ້ນຄົງ ແລະເຄົາລົບກົດໝາຍໃນການພົວພັນສາກົນ...

ໂດຍ: ທະນາພອນ