ທີ່ການໂອ້ລົມທາງໂທລະສັບ, ການນໍາສອງທ່ານໄດ້ຕີລາຄາສູງກ່ຽວກັບສາຍພົວພັນການຮ່ວມມືລະຫວ່າງສອງພັກ, ສອງລັດທີ່ໄດ້ຮັບການປັບປຸງ ແລະພັດທະນາຢ່າງເລິກເຊິ່ງກວ້າງຂວາງ ແລະບໍ່ຢຸດຢັ້ງໃນທຸກຂົງເຂດ, ສອງທ່ານກໍ່ໄດ້ສະແດງຄວາມຂອບອົກຂອບໃຈກ່ຽວກັບການສະໜັບສະໜູນເຊິ່ງກັນ ແລະກັນໃນວິວັດແຫ່ງການຕໍ່ສູ້, ປົດປ່ອຍຊາດໃນເມື່ອກ່ອນ ກໍ່ຄືໃນກິດຈະການສ້າງສາ ແລະພັດທະນາປະເທດຊາດໃນປະຈຸບັນ; ຢັ້ງຢືນວ່າສອງຝ່າຍຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ເພີ່ມພູນຄູນສ້າງໃຫ້ສາຍພົວພັນຖານບ້ານໃກ້ເຮືອນຄຽງອັນດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານລະຫວ່າງຫວຽດນາມ-ກໍາປູເຈຍ ໃຫ້ນັບມື້ນັບພັດທະນາແບບຍືນຍົງ.

leftcenterrightdel
ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ໂອ້ລົມທາງໂທລະສັບກັບທ່ານ Hun Sen ປະທານພັກປະຊາຊົນກໍາປູເຈຍ, ນາຍົກລັດຖະມົນຕີກໍາປູເຈຍ. ພາບ: ສໍານັກຂ່າວສານຫວຽດນາມ.

ສອງຝ່າຍເຫັນດີເປັນເອກະພາບນໍາກັນວ່າ ຈະສືບຕໍ່ໍປະຕິບັດບັນດາຖະແຫຼງການຮ່ວມ, ສັນຍາ, ຂໍ້ຕົກລົງຮ່ວມມືລະຫວ່າງສອງຝ່າຍ; ອະນຸສັນຍາ ແລະແຜນການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບໃຫ້ເປັນຢ່າງດີ; ຕັ້ງໜ້າກະກຽມເພື່ອກຽມຄວາມພ້ອມໃນການຈັດຕັ້ງກອງປະຊຸມ ຄັ້ງທີ 18 ຄະນະກໍາມະການປະສົມຫວຽດນາມ-ກໍາປູເຈຍ, ກອງປະຊຸມ ຄັ້ງທີ 11 ກ່ຽວກັບການຮ່ວມມື ແລະພັດທະນາບັນດາແຂວງຕິດກັບຊາຍແດນຫວຽດນາມ-ກໍາປູເຈຍ ໃນທັນທີເມື່ອມີເງື່ອນໄຂສະດວກ; ມີບັນດາມາດຕະການລະອຽດເພື່ອແກ້ໄຂບັນດາຄວາມຫຍຸ້ງຍາກ, ນໍາການຮ່ວມມືດ້ານເສດຖະກິດລະຫວ່າງສອງປະເທດພັດທະນາຕາມທິດຍືນຍົງ.

ໂດຍ: ທູຈາງ