VRDF 2019 ໄດ້ຈັດຕ້ັງເພື່ອແນໃສ່ຈຸດປະສົງຮັບເອົາບັນດາຄໍາເຫັນປະກອບຂອງບັນດານັກຊ່ຽວຊານພາຍໃນປະເທດ ແລະສາກົນທີ່ມີອິດທິພົນຊື່ສຽງໃຫ້ແກ່ການຄົ້ນຄວ້າກໍ່ສ້າງຍຸດທະສາດພັດທະນາເສດຖະກິດ-ສັງຄົມ 2021-2030; ແຜນການພັດທະນາເສດຖະກິດ-ສັງຄົມໄລຍະ 5 ປີ 2021-2025. ປຶກສາຫາລືທີ່ເວທີປາໄສ, ບັນດາຄໍາເຫັນໄດ້ສຸມໃສ່ກ່ຽວກັບບັນດາມາດຕະການສ້າງລະບອບລະບຽບການເສດຖະກິດຕະຫຼາດທັນສະໄໝຂອງຫວຽດນາມ ໃຫ້ສຳເລັດ, ປັບປຸງກົງຈັກລັດ, ປ່ຽນແປງໃໝ່ຫົວຄິດປະດິດສ້າງ, ຍົກສູງມູນຄ່າເພີ່ມພາຍໃນຂອງບັນດາປະເພດສິນຄ້າປຸງແຕ່ງ, ປະດິດຜະລິດສົ່ງອອກເພື່ອກ້າວຂຶ້ນສູ່ລະບົບມູນຄ່າທົ່ວໂລກ...

leftcenterrightdel
ທ່ານ ຫງວຽນຊວນຟຸກ ກ່າວຄຳເຫັນທີ່ພິທີ. ພາບ: ເລຕຽນ.

ທ່ານ ຫງວຽນຊວນຟຸກ ກໍ່ຊີ້ແຈ້ງວ່າ, ທັດສະນະພັດທະນາຂອງຫວຽດນາມ ໃນໄລຍະຈະມາເຖິງແມ່ນກໍ່ສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງ; ປະຕິບັດເປົ້າໝາຍພັດທະນາແບບຍືນຍົງ, ບໍ່ໃຫ້ໃຜຖືກປະໄວ້ຢູ່ທາງຫຼັງ. ພິເສດ, ຫວຽດນາມ ສືບຕໍ່ເປີດກວ້າງການພົວພັນຕ່າງປະເທດ, ເປັນເຈົ້າການເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງຂວາງ, ປະຕິບັດບັນດາສັນຍາ FTA ທີ່ໄດ້ລົງນາມຢ່າງມີປະສິດທິຜົນ, ຕັ້ງໜ້າເຂົ້າຮ່ວມບັນດາລະບົບມູນຄ່າທົ່ວໂລກ...

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ຖ່າຍຮູບພ້ອມກັບບັນດາຜູ້ແທນເຂົ້າຮ່ວມເວທີປາໄສ. ພາບ: ເລຕຽນ.

ຮັບເອົາບັນດາຄຳເຫັນຂອງບັນດານັກບັນລະຍາຍເຂົ້າຮ່ວມເວທີປາໄສ, ທ່ານ ຫງວຽນຊວນຟຸກ ສະເໜີໃຫ້ລັດຖະມົນຕີກະຊວງແຜນການ ແລະການລົງທຶນ ແລະການນຳບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຮັບຟັງບັນດາການແບ່ງປັນກ່ຽວກັບບົດຮຽນ ແລະຄວາມຮູ້ສາກົນ, ບັນດາຄຳເຫັນ, ຂໍ້ສັງເກດ, ຂໍ້ສະເໜີຂອງບັນດານັກຊ່ຽວຊານສາກົນ ແລະພາຍໃນປະເທດ, ເພື່ອຊອກຫາບັນດາວິທີເຮັດໃຫ້ເໝາະສົມກັບຫວຽດນາມ, ປະກອບສ່ວນໂດຍກົງເຂົ້າໃນການສ້າງຮ່າງແຜນຍຸດທະສາດພັດທະນາເສດຖະກິດ-ສັງຄົມໄລຍະ 2021-2030, ແຜນການພັດທະນາເສດຖະກິດ-ສັງຄົມໄລຍະ 5 ປີ 2021-2025 ເພື່ອແນໃສ່ກໍ່ສ້າງປະເທດຊາດຫວຽດນາມ ໃຫ້ເຂັ້ມແຂງແຮງກ້າ, ກາຍເປັນປະເທດອຸດສາຫະກຳ, ນອນໃນກຸ່ມນຳໜ້າບັນດາປະເທດທີ່ມີລາຍຮັບປານກາງສູງໃນປີ 2030 ແລະກາຍເປັນປະເທດອຸດສາຫະກຳພັດທະນາທັນສະໄໝ, ຕາມກຳນົດທິດສັງຄົມນິຍົມໃນປີ 2045.

ໂດຍ: ສົມເພັດ