ຊຸກຍູ້ການພົວພັນຮ່ວມມືລະຫວ່າງ ຫວຽດນາມ-ເລັດເວຍ
    
    
    
        
            
ກປ.ອອນໄລ - ວັນທີ 17 ກໍລະກົດ, ຢູ່ຫໍສະພາແຫ່ງຊາດ, ທ່ານນາງ ຫງວຽນທິກິມເງິນ, ປະທານສະພາແຫ່ງຊາດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Edgars Rinkevics, ລັດຖະມົນຕີກະຊວງການຕ່າງປະເທດເລັດເວຍ ທີ່ພວມມີການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ.
        
        
        
            
	ໂດຍຕີລາຄາສູງຕໍ່ການສະໜັບສະໜູນຂອງເລັດເວຍ ໃນການຊຸກຍູ້ການລົງນາມສັນຍາການຄ້າເສລີຫວຽດນາມ-ອີຢູ (EVFTA) ແລະສັນຍາປົກປ້ອງການລົງທຶນຫວຽດນາມ-ອີຢູ (EVIPA), ທ່ານນາງ ຫງວຽນທິກິມເງິນ ສະແດງຄວາມປາດຖະໜາຢາກເລັດເວຍ ສືບຕໍ່ສະໜັບສະໜູນ, ຊຸກຍູ້ລັດຖະສະພາເອີລົບ ໃຫ້ສັດຕະຍາບັນ EVFTA ແລະສະພາແຫ່ງຊາດເລັດເວຍ ໃຫ້ສັດຕະຍາບັນ EVIPA ໂດຍໄວ ຕາມລະບຽບການຂອງອີຢູ; ທ່ານນາງ ຫງວຽນທິກິມເງິນ ເຊື່ອໝັ້ນວ່າ ເລື່ອງປະຕິບັດສັນຍາສອງສະບັບດັ່ງກ່າວບໍ່ພຽງແຕ່ນໍາມາເຊິ່ງຜົນປະໂຫຍດໃຫ້ການພົວພັນລະຫວ່າງຫວຽດນາມ-ອີຢູ ເທົ່ານັ້ນ,  ຫາກຍັງນໍາມາເຊິ່ງຜົນປະໂຫຍດຢ່າງແທດຈິງໃຫ້ການພົວພັນດ້ານເສດຖະກິດ-ການຄ້າ-ການລົງທຶນລະຫວ່າງ ຫວຽດນາມ-ເລັດເວຍ ອີກດ້ວຍ.
	
		
			
				     | 
		
		
			
				  | 
		
		
			| 
				ທ່ານນາງ ຫງວຽນທິກິມເງິນ, ປະທານສະພາແຫ່ງຊາດຫວຽດນາມ ແລະທ່ານ Edgars Rinkevics, ລັດຖະມົນຕີກະຊວງການຕ່າງປະເທດເລັດເວຍ. ພາບ: ຈ໊ຽນຖັ໊ງ. | 
		
	
	ທ່ານ Edgars Rinkevics ຢືນຢັນວ່າ,  ເລັດເວຍ ຍາມໃດກໍ່ສະໜັບສະໜູນຫວຽດນາມ ໃນເລື່ອງຊຸກຍູ້ການຄ້າເສລີ. ໃນຖານະຕໍາແໜ່ງຂອງຕົນ, ທ່ານຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອໃຫ້ສະພາແຫ່ງຊາດເລັດເວຍ ໃຫ້ສັດຕະຍາບັນ EVIPA ແລະລັດຖະສະພາເອີລົບໃຫ້ສັດຕະຍາບັນ EVFTA ໂດຍໄວ.
	ເມື່ອເຫັນດີເຫັນພ້ອມກັບທັດສະນະຂອງຫວຽດນາມ ກ່ຽວກັບບັນຫາທະເລຕາເວັນອອກ,  ທ່ານ Edgars Rinkevics ເນັ້ນໜັກວ່າ,  ເລັດເວຍ ຍາມໃດກໍ່ສະໜັບສະໜູນແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີ ແລະບໍ່ນໍາໃຊ້ກຳລັງອາວຸດ.
	
		
			
				     | 
		
		
			
				  | 
		
		
			| 
				ທ່ານ ຟ້າມບິ່ງມິງ,  ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ  ແລະທ່ານ Edgars Rinkevics, ລັດຖະມົນຕີກະຊວງການຕ່າງປະເທດເລັດເວຍ. ພາບ: baochinhphu.vn. | 
		
	
	ກ່ອນໜ້ານັ້ນ, ທ່ານ ຟ້າມບິ່ງມິງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ມີການພົບປະເຈລະຈາກັບທ່ານ Edgars Rinkevics. ສອງຝ່າຍໄດ້ແລກປ່ຽນກ່ຽວກັບມາດຕະການຕ່າງໆເພື່ອແນໃສ່ຊຸກຍູ້ການພົວພັນສອງຝ່າຍ, ຊອກຫາກາລະໂອກາດເພື່ອເປີດກວ້າງການຮ່ວມມືໃນບັນດາຂົງເຂດ, ເປັນຕົ້ນແມ່ນເສດຖະກິດ-ການຄ້າ-ການລົງທຶນ.
	ໂດຍ: ທູຈາງ