ທ່ານ ຫງວຽນກວກຢູງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ນໍາໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມ. ຕາງໜ້າໃຫ້ອາຊຽນ, ທ່ານ ຫງວຽນກວກຢູງ ໄດ້ກ່າວຄໍາເຫັນແນະນໍາຫົວຂໍ້ກ່ຽວກັບການຮ່ວມມືດ້ານການເມືອງ-ຄວາມໝັ້ນຄົງ, ຍົກອອກບັນດາການກຳນົດທິດທີ່ສໍາຄັນເພື່ອແນໃສ່ຊຸກຍູ້ການຮ່ວມມືລະຫວ່າງອາຊຽນ ແລະຈີນໃນຂົງເຂດນີ້.

leftcenterrightdel
ບັນດາເຈົ້າໜ້າທີ່ອາວຸໂສອາຊຽນ ແລະຈີນ ຖ່າຍຮູບຮ່ວມ. ພາບ: ສໍານັກຂ່າວສານຫວຽດນາມ.

ທີ່ກອງປະຊຸມ, ບັນດາປະເທດຕີລາຄາສູງຄວາມຄືບໜ້າຕ່າງໆໃນການປະຕິບັດການຊີ້ນໍາຂອງກອງປະຊຸມຂັ້ນສູງອາຊຽນ-ຈີນ ຄັ້ງທີ 21 (ຢູ່ສິງກະໂປ ໃນເດືອນ ພະຈິກ 2018) ແລະເນື້ອໃນ “ວິໄສທັດການພົວພັນຄູ່ຮ່ວມມືອາຊຽນ -ຈີນ 2030”. ດ້ວຍ 47 ກົນໄກຮ່ວມມືໃນຫຼາຍຂົງເຂດທີ່ແຕກຕ່າງກັນ,  ການພົວພັນຄູ່ຮ່ວມມືຍຸດທະສາດອາຊຽນ-ຈີນ ໄດ້ຜັນຂະຫຍາຍຢ່າງແຮງ.

ກ່ຽວກັບການກໍານົດທິດຮ່ວມມືໃນອະນາຄົດ, ສອງຝ່າຍເຫັນດີເປັນເອກະພາບຈະສືບຕໍ່ຜັນຂະຫຍາຍ “ວິໄສທັດການພົວພັນຄູ່ຮ່ວມມືອາຊຽນ-ຈີນ 2030”, ຕາມນັ້ນແລ້ວ, ອາຊຽນ ແລະຈີນ ຈະສືບຕໍ່ປະຕິບັດສໍາເລັດແຜນການດຳເນີນງານອາຊຽນ-ຈີນ ໄລຍະ 2016-2020, ສູ້ຊົນບັນລຸຄາດໝາຍນໍາວົງເງິນການຄ້າສອງສົ້ນຂຶ້ນເຖິງ 1.000 ຕື້ໂດລາສະຫະລັດ ແລະການລົງທຶນຂຶ້ນເຖິງ 150 ຕື້ໂດລາສະຫະລັດໃນປີ 2020...

ກອງປະຊຸມກໍ່ປຶກສາຫາລືກ່ຽວກັບສະພາບການຢູ່ພາກພື້ນ ແລະໃນໂລກ. ບັນດາປະເທດອາຊຽນ ແລະຈີນ ຢັ້ງຢືນຄວາມຈໍາເປັນຕ້ອງສ້າງ ແລະປັບປຸງໂຄງປະກອບພາກພື້ນໃຫ້ເປີດກວ້າງ, ກະຈ່າງແຈ້ງ, ກວມລວມ ແລະອີງໃສ່ກົດໝາຍສາກົນ...

ກອງປະຊຸມກໍ່ຮັບຮອງເອົາໝາກຜົນຂອງກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ-ຈີນ ກ່ຽວກັບການຜັນຂະຫຍາຍຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ເຊິ່ງໄດ້ຈັດຕັ້ງກ່ອນໜ້ານັ້ນ ແລະບັນດາຄວາມຄືບໜ້າໃນການສ້າງກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC).

ໂດຍ: ທະນາພອນ