ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານ ຫງວຽນກວ໊ກຢຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ, ຫົວໜ້າຄະນະຫວຽດນາມ, ໄດ້ຮັບຮູ້ຄວາມຄືບໜ້າທີ່ບັນລຸໄດ້ໃນການປະຕິບັດ DOC ແລະການເຈລະຈາ COC. ທ່ານ ຫງວຽນກວ໊ກຢຸງ ຮຽກຮ້ອງໃຫ້ບັນດາປະເທດ ຍົກສູງນໍ້າໃຈຮັບຜິດຊອບ, ມານະພະຍາຍາມຮ່ວມແຮງຮ່ວມໃຈກັນປະຕິບັດ DOC ຢ່າງຄົບຖ້ວນ, ລະງັບໃຈ ແລະບໍ່ມີການກະທໍາໃດທີ່ເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ, ບໍ່ຫັນເປັນການທະຫານ ແລະຍູ້ແຮງການຮ່ວມມືແກ້ໄຂບັນດາສິ່ງທ້າທາຍທີ່ກໍາລັງວາງອອກ.    ກ່ຽວກັບ COC, ທ່ານ ຫງວຽນກວ໊ກຢຸງ ສະເໜີ ອາຊຽນ ແລະຈີນ ມານະພະຍາຍາມເຈລະຈາເພື່ອບັນລຸໄດ້ກົດແຫ່ງການປະພຶດຢ່າງມີຜົນສັກສິດ, ແທດຈິງ, ສອດຄ່ອງກັບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982, ເຊິ່ງໄດ້ຮັບການສະໜັບສະໜູນຈາກປະຊາຄົມສາກົນ. ປະກອບສ່ວນເຂົ້າໃນວິວັດທະນາການນີ້, ຫວຽດນາມຈະເປັນເຈົ້າພາບຈັດກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ - ຈີນ ກ່ຽວກັບການປະຕິບັດ DOC ຄັ້ງທີ 18,  ທີ່ຈະໄດ້ຈັດຕັ້ງຢູ່ຫວຽດນາມ ໃນເຄິ່ງທ້າຍປີ 2019.

leftcenterrightdel
ທ່ານ ຫງວຽນກວ໊ກຢຸ້ງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ແລະບັນດາຫົວໜ້າຄະນະຖ່າຍຮູບລວມ. ພາບ: ສໍານັກຂ່າວສານຫວຽດນາມ.

ທີ່ກອງປະຊຸມ, ບັນດາປະເທດຢັ້ງຢືນຄືນໃໝ່ຄວາມສໍາຄັນຂອງການຮັບປະກັນສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນທະເລ ແລະການບິນຢູ່ທະເລຕາເວັນອອກ; ພ້ອມທັງໃຫ້ຄໍາໝັ້ນສັນຍາປະຕິບັດ DOC ຢ່າງຄົບຖ້ວນ ແລະມີປະສິດທິຜົນ, ໂດຍສະເພາະແມ່ນການລະງັບໃຈ, ໄປຄຽງຄູ່ກັບການຮ່ວມມືສ້າງຄວາມໄວ້ເນື້ອເຊື່ອໃຈ. ກອງປະຊຸມກໍເຫັນດີເປັນເອກະພາບຕໍ່ຂໍ້ສະເໜີຂອງຫວຽດນາມ ຈັດຕັ້ງກອງປະຊຸມສໍາມະນາໃນຂອບເຂດ DOC ກ່ຽວກັບການປະພຶດຢ່າງຍຸຕິທໍາ ແລະມີມະນຸດສະທໍາກັບຊາວປະມົງ.  ບັນດາປະເທດເຫັນດີເປັນເອກະພາບນຳກັນວ່າຄວນເສີມຂະຫຍາຍນໍ້າໃຈຮັບຜິດຊອບສູ້ຊົນສ້າງ COC  ຢ່າງແທດຈິງ, ມີຜົນສັກສິດ, ສອດຄ່ອງກັບກົດໝາຍສາກົນ. ໃນວິວັດທະນາການນີ້, ບັນດາຝ່າຍຄວນລະງັບໃຈ, ມານະພະຍາຍາມຮັກສາສະພາບແວດລ້ອມທີ່ສະດວກໃຫ້ແກ່ວິວັດທະນາການສ້າງ COC.

ໂດຍ: ໄຊຊະນະ