ນັກຂ່າວ: ຂໍໃຫ້ທ່ານລັດຖະມົນຕີ ເຈືອງມີງຕ໋ວນ ຕີລາຄາກ່ຽວກັບວຽກງານຈັດຕັ້ງການສື່ສານໃນສັບປະດາຂັ້ນສູງ APEC 2017?
ທ່ານລັດຖະມົນຕີ ເຈືອງມີງຕ໋ວນ: ນີ້ແມ່ນຄັ້ງທີ 2 ທີ່ຫວຽດນາມ ຈັດຕັ້ງສັບປະດາຂັ້ນສູງ APEC ສະນັ້ນພວກເຮົາມີບົດຮຽນຫຼາຍຢ່າງ ແລະໄດ້ກະກຽມຢ່າງຮອບຄອບໃຫ້ແກ່ເຫດການນີ້, ເປັນຕົ້ນແມ່ນໃຫ້ສູນສື່ມວນຊົນ. ທຸກໆສາຍສົ່ງ IMC ລ້ວນແຕ່ແມ່ນສາຍສົ່ງດ້ວຍຄວາມໄວສູງ, ສົ່ງຮູບພາບ ແລະສຽງໄດ້ດີທີ່ສຸດ ແລະທຸກຄົນກໍ່ສາມາດເຂົ້າໄດ້ບໍ່ວ່າໃນເວລາໃດ. ເມື່ອໂອ້ລົມກັບຂ້າພະເຈົ້າ, ນັກຂ່າວບັນດາສຳນັກຂ່າວສານຕ່າງປະເທດກໍ່ຕີລາຄາສູງທີ່ສຸດກ່ຽວກັບວຽກງານກະກຽມໃຫ້ແກ່ວຽກງານຖະແຫຼງຂ່າວ, ສື່ສານຂອງປະເທດເຈົ້າພາບ. ເຂົາໃຫ້ຮູ້ວ່າເຂົາເຈົ້າຕົກສະເງີ້ທີ່ສຸດເມື່ອມາເຮັດວຽກຢູ່ IMC ໃນຄັ້ງນີ້. ມີນັກຂ່າວຍິງຜູ້ໜຶ່ງຂອງສະມາຄົມນັກຂ່າວ ບຸນກາຣີ ເວົ້າກັບຂ້າພະເຈົ້າວ່າ, ຫວຽດນາມ ພວມໄດ້ຮັບຄວາມເອົາໃຈໃສ່ຂອງທົ່ວໂລກຄວນມີສູນສື່ມວນຊົນແບບນີ້ຢ່າງຊັດເຈນເພື່ອຕອບສະໜອງຄວາມຕ້ອງການໃຫ້ຂ່າວຂອງບັນດາສໍານັກຂ່າວສານສາກົນ.
ໂຄສົກກະຊວງການຕ່າງປະເທດຫວຽດນາມ ໃຫ້ຂ້າພະເຈົ້າຮູ້ວ່າປະຈຸບັນມີນັກຂ່າວພາຍໃນປະເທດປະມານ 1.000 ຄົນ ແລະນັກຂ່າວຕ່າງປະເທດ 2.000 ຄົນມາໃຫ້ຂ່າວກ່ຽວກັບສັບປະດາຂັ້ນສູງ APEC. ດ້ວຍປະລິມານຂອງສູນສື່ມວນຊົນນີ້, ພວກເຮົາໄດ້ຕອບສະໜອງບັນດາຄວາມຮຽກຮ້ອງຕ້ອງການໃນການປະຕິບັດງານເມື່ອໃຫ້ຂ່າວ, ຮູບພາບ, ສຽງ ... ຂອງວົງການສື່ມວນຊົນ.
ທ່ານລັດຖະມົນຕີ ເຈືອງມີງຕ໋ວນ ຕອບສຳພາດຕໍ່ນັກຂ່າວສາກົນ. ພາບ: qdnd
ນັກຂ່າວ: ຮຽນທ່ານລັດຖະມົນຕີ ມີຝົນຕົກນ້ຳຖ້ວມຢູ່ພາກກາງໃນຊຸມວັນຜ່ານມາມີຜົນສະທ້ອນເຖິງວຽກງານສື່ສານກ່ຽວກັບສັບປະດາຂັ້ນສູງ APEC ຫຼືບໍ?
ທ່ານລັດຖະມົນຕີ ເຈືອງມີງຕ໋ວນ: ຝົນຕົກ, ນ້ຳຖ້ວມ ແນ່ນອນໄດ້ສົ່ງຜົນກະທົບເຖິງວຽກງານການໃຫ້ຂ່າວ. ຫຼາຍອົງການສື່ມວນຊົນຕ້ອງມານະພະຍາ ຍາມເພື່ອໃຫ້ຂ່າວ, ສ່ອງແສງກ່ຽວກັບເລື່ອງບັນດາທ້ອງຖິ່ນແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸລູກທີ 12 ແລະແກ້ໄຂບັນດາບັນຫາທີ່ກ່ຽວຂ້ອງເຖິງສະພາບນ້ຳຖ້ວມຢູ່ບັນດາແຂວງພາກກາງໃນປະຈຸບັນ. ເຖິງຢ່າງໃດກໍ່ຕາມ, ດ້ານໜຶ່ງພວກເຮົາເຮັດວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງຈາກຝົນຕົກ, ນ້ຳຖ້ວມເປັນຢ່າງດີ, ດ້ານໜຶ່ງອີກພວກເຮົາກໍ່ຕ້ອງເຮັດວຽກງານໂຄສະນາກ່ຽວກັບສັບປະດາຂັ້ນສູງ APEC ເປັນຢ່າງດີ ເພາະວ່ານີ້ແມ່ນເຫດການໃຫຍ່ທີ່ສຸດ, ນໍາມາເຊິ່ງພາບພົດໃຫ້ປະເທດພວກເຮົາ. ສະນັ້ນ, ບັນດາອົງການສື່ມວນຊົນລ້ວນແຕ່ຄວນມານະພະຍາຍາມເພື່ອຮັບປະກັນການໃຫ້ຂ່າວກ່ຽວກັບສອງບັນຫານີ້ເປັນຢ່າງດີທີ່ສຸດ.
ທ່ານລັດຖະມົນຕີ ເຈືອງມີງຕ໋ວນ ໄປກວດກາການເຄື່ອນໄຫວຢູ່ IMC ໃນຕອນເຊົ້າວັນທີ 8 ພະຈິກ. ພາບ: qdnd
ທ່ານລັດຖະມົນຕີ ເຈືອງມີງຕ໋ວນ ມີການແລກປ່ຽນກັບບັນດານັກຂ່າວໜັງສືພິມກອງທັບປະຊາຊົນຫວຽດນາມ ອອນໄລ. ພາບ: qdnd
ນັກຂ່າວ: ທ່ານລັດຖະມົນຕີ ຢາກຝາກຄຳເຕືອນຫຍັງໃຫ້ບັນດານັກຂ່າວ, ສື່ມວນຊົນທີ່ພວມເຮັດວຽກຢູ່ສັບປະດາຂັ້ນສູງ APEC ບໍ?
ທ່ານລັດຖະມົນຕີ ເຈືອງມີງຕ໋ວນ: ດ້ວຍຖານະຂອງອົງການຄຸ້ມຄອງລັດ, ຂ້າພະເຈົ້າຂອບໃຈອ້າຍນ້ອງສື່ມວນຊົນຂອງຫວຽດນາມ ພວກເຮົາໃນຊຸມວັນນີ້ໄດ້ນໍາທັດສະນະຂອງຫວຽດນາມ ອອກສູ່ເວທີສາກົນ. ສິ່ງດັ່ງກ່າວນັ້ນໄດ້ສະແດງໃຫ້ເຫັນກໍາລັງຄວາມສາມາດຂອງພວກເຮົາ, ເໝາະສົມ ແລະພ້ອມແລ້ວທີ່ຈະຈັດຕັ້ງບັນດາເຫດການໃຫຍ່ຂອງສາກົນຢູ່ຫວຽດນາມ.
ນັກຂ່າວ: ຂໍຂອບໃຈທ່ານລັດຖະມົນຕີ!.
ແປໂດຍ: ເຈິ່ນຮວ່ຽນ