ມອບລາງວັນຮູບແຕ້ມປຸກລະດົມໂຄສະນາປີ APEC 2017
ກປ.ອອນໄລ - ຫວ່າງແລ້ວນີ້, ທີ່ ຮ່າໂນ້ຍ, ກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວຫວຽດນາມ ໄດ້ຈັດຕັ້ງພິທີມອບລາງວັນໃຫ້ການແຂ່ງຂັນແຕ້ມຮູບປຸກລະດົມໂຄສະນາກ່ຽວກັບ APEC ຫວຽດນາມ 2017.
ຕາມການຕີລາຄາຂອງວົງການນັກວິຊາການແລ້ວ, ບັນດາຮູບແຕ້ມເຂົ້າຮ່ວມການແຂ່ງຂັນລ້ວນແຕ່ສະແດງຖືກຕ້ອງກັບຫົວຂໍ້ຂອງການແຂ່ງຂັນ, ຜ່ານບັນດາຮູບພາບ, ສີສັນ ແລະແນວຄວາມຄິດປະດິດສ້າງເພື່ອແນໃສ່ໂຄສະນາເຖິງປະຊາຊົນທຸກຊົນຊັ້ນກ່ຽວກັບທີ່ຕັ້ງ, ບົດບາດ, ຄວາມໝາຍຂອງເວທີປາໄສຮ່ວມມືເສດຖະກິດ ອາຊີ-ປາຊີຟິກ (APEC) ຢ່າງເລິກເຊິ່ງ ແລະກວ້າງຂວາງ. ຫວຽດນາມ ກາຍເປັນປະເທດເຈົ້າພາບຂອງປີ APEC 2017 ແມ່ນການສະແດງໃຫ້ເຫັນແຜນນະໂຍບາຍຂອງກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກກ່ຽວກັບການເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ ແລະກວ້າງຂວາງ, ຍົກສູງຄຸນນະພາບ, ປະສິດທິຜົນວຽກງານການຕ່າງປະເທດຫຼາຍຝ່າຍຢ່າງຈະແຈ້ງ, ພ້ອມທັງເຮັດໃຫ້ການພົວພັນກັບບັນດາພື້ນຖານເສດຖະກິດສະມາຊິກ APEC ເລິກເຊິ່ງກວ່າອີກ, ສ້າງຂີດໝາຍ, ສະແດງອາລົມຈິດ ແລະຄວາມມຸ່ງມາດປາດຖະໜາຂອງຫວຽດນາມ ເພື່ອໂລກສັນຕິພາບ, ສະຖຽນລະພາບ, ສະໜິດສະໜົມ ແລະພັດທະນາ. APEC ກໍ່ແມ່ນໂອກາດເພື່ອໂຄສະນາຮູບພາບ, ມະນຸດ ແລະມູນເຊື້ອວັດທະນະທໍາອັນດີງາມ, ເຕັມໄປດ້ວຍລັກສະນະມະນຸດຊາດຂອງຊົນຊາດຫວຽດນາມ ກັບເພື່ອນມິດສາກົນ.
ພາບແຕ້ມໂຄສະນາໄດ້ຮັບລາງວັນທີສອງຂອງ ຫງວຽນແມ໋ງຕ໋ຽນ. ພາບ: ມາຍຮວາ
ພາຍຫຼັງການຄັດເລືອກ, ຄະນະຈັດຕັ້ງເລືອກເອົາພາບແຕ້ມໂຄສະນາ 20 ແຜ່ນເພື່ອມອບລາງວັນ, ລວມມີ: ລາງວັນທີໜຶ່ງ 1 ລາງວັນ, ລາງວັນທີສອງ 2 ລາງວັນ, ລາງວັນທີສາມ 3 ລາງວັນ ແລະລາງວັນຊົມເຊີຍ 14 ລາງວັນ. ຫງວຽນແມ໋ງຕ໋ຽນ (ໜັງສືພິມກອງທັບປະຊາຊົນຫວຽດນາມ) ດ້ວຍພາບແຕ້ມໂຄສະນາ “ປີ APEC ຫວຽດນາມ 2017 - ສ້າງກໍາລັງໜູນໃໝ່, ພ້ອມກັນເພີ່ມພູນຄູນສ້າງອະນາຄົດລວມ” ຍາດໄດ້ລາງວັນທີສອງ.
ແປໂດຍ: ດັ້ງເກື່ອງ