ທ່ານປະທານປະເທດ ເຈີນດ້າຍກວາງ ໄດ້ໄປຢ້ຽມຢາມ ແລະກວດກາວຽກງານຮັບປະກັນຄວາມ ໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍໃນການຕ້ອນຮັບບັນດາການນຳທີ່ມາຈາກບັນດາພື້ນຖານ ເສດຖະກິດສະມາຊິກ APEC ທີ່ສະໜາມບິນສາກົນ ດ່າໜັ້ງ. ພາບ: TTXVN
ສະໜາມບິນສາກົນດ່າໜັ້ງໄດ້ສຳເລັດການເປີດກ້ວາງສະໜາມຈອດເຮືອບິນອອກສູ່ທິດເໜືອ, ການກໍ່ສ້າງລານບິນ E7 ແລະອາຄານຮັບແຂກ VIP ແລ້ວ, ຊ່ວຍຍົກ ລະດັບພື້ນຖານໂຄງລ່າງການບິນຮັບໃຊ້ໃຫ້ວຽກງານພິທີການ, ຕ້ອນຮັບບັນດາຄະນະປະມຸກລັດ, ເຈົ້າໜ້າທີ່ຂັ້ນສູງ, ຜູ້ແທນເຂົ້າຮ່ວມບັນດາເຫດການ APEC 2017.
ກ່ຽວກັບວຽກງານປ້ອງກັນຄວາມສະຫງົບ, ອະນຸກຳມະການປ້ອງກັນຄວາມສະຫງົບໄດ້ຊີ້ນຳກົມໃຫຍ່ພະລາທິການ, ເຕັກນິກສົມທົບກັບຕຳຫຼວດບັນດາກົມກອງ, ທ້ອງຖິ່ນ ຜັນຂະຫຍາຍບັນດາວິທີການເພື່ອແນໃສ່ຕອບສະໜອງຄວາມຮຽກຮ້ອງຕ້ອງການຮັບປະກັນຄວາມປອດໄພໃຫ້ບັນດາການເຄື່ອນໄຫວຂອງ APEC 2017 ຢ່າງເດັດຂາດ. ສຳລັບວຽກງານຄວບຄຸມຄວາມໝັ້ນຄົງຢູ່ສະໜາມບິນ, ແມ່ນໄດ້ຕິດຕັ້ງ camera ຫຼາຍກ້ອງເພື່ອຕິິດຕາມກວດກາຄວາມໝັ້ນຄົງຢູ່ບັນດາເຂດສຳຄັນພິເສດ ທ່ານປະທານປະເທດ ເຈີນດ້າຍກວາງ ເນັ້ນໜັກວ່າ, ວຽກງານພິທີການ, ປ້ອງກັນຄວາມສະຫງົບໃຫ້ສັບປະດາຂັ້ນສູງມີຄວາມໝາຍສຳຄັນພິເສດ. ເລື່ອງຂຸດຄົ້ນບັນດາໂຄງການໂດຍໄວມີຄວາມໝາຍສຳຄັນ ແລະພິເສດທີ່ສຸດ, ຍົກລະດັບພື້ນຖານໂຄງລ່າງສະໜາມບິນສາກົນ ດ່າໜັ້ງ ຢ່າງໃຫຍ່ໂຕສວຍງາມ, ທັນສະໄໝ, ເປີດນຳໃຊ້ພ້ອມກັບທ່າອາກາດສະຍານສາກົນໃໝ່ນັ້ນຈະສ້າງຄວາມຄົບຊຸດ, ຂຸດຄົ້ນຢ່າງເປັນປົກກະຕິກົງກັບໂອກາດສັບປະດາຂັ້ນສູງ APEC.
ກ່ຽວກັບວຽກງານຮັບປະກັນຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍໃນສັບປະດາຂັ້ນສູງ APEC, ທ່ານປະທານປະເທດ ເຈີນດ້າຍກວາງ ຍ້ອງຍໍສັນລະເສີນຄວາມມານະພະຍາຍາມຂອງກຳລັງຕຳຫຼວດ, ກອງທັບ ແລະບັນດາກຳລັງກ່ຽວຂ້ອງ; ສະເໜີອະນຸກຳມະການປ້ອງກັນຄວາມສະຫງົບ - ການແພດ ແລະບັນດາກຳລັງກ່ຽວຂ້ອງສືບຕໍ່ປັບປຸງບັນດາແຜນການ, ແຜນງານ, ວິທີການຮັບປະກັນສັບປະດາຂັ້ນສູງ, ກະກຽມທຸກວິທີການສຳຮອງຢ່າງຄົບຖ້ວນ ແລະແກ້ໄຂກໍລະນີເກີດຂຶ້ນ, ຮັບປະກັນຄວາມໝັ້ນຄົງ, ຄວາມສະຫງົບຢ່າງເດັດຂາດ, ໃຫ້ສັບປະດາຂັ້ນສູງ, ບໍ່ໃຫ້ຕົກຢູ່ໃນທ່າຮັບ, ໂດຍບັງເອີນໃນທຸກສະພາວະ, ບໍ່ປະໃຫ້ເກີດການກໍ່ການຮ້າຍ, ການທຳລາຍມ້າງເພ, ບໍ່ໃຫ້ເກີດຄວາມຜິດພາດເຖິງວ່າໜ້ອຍສຸດ. ພ້ອມກັນນັ້ນ, ກະຊວງການຕ່າງປະເທດໄດ້ເປັນປະທານ, ສົມທົບກັບບັນດາອົງການກ່ຽວຂ້ອງຢ່່າງສະໜິດແໜ້ນກະກຽມຢູ່ໃນລະດັບຄົບຖ້ວນທີ່ສຸດ, ຮອບຄອບຖີ່ຖ້ວນ, ພິເສດແມ່ນຢູ່ບັນດາໂຮງແຮມທີ່ມີບັນດາການນຳພັກອາໄສ, ສະແດງໃຫ້ເຫັນວ່າຫວຽດນາມເປັນປະເທດແຫ່ງ ອະລິຍະທຳ, ໄມຕີຈິດມິດຕະພາ, ຮັກແພງແຂກຄົນ.
ແປໂດຍ: ຮຸຍດົງ