ນະຄອນ ດ່ານັ້ງ ໄດ້ຍູ້ໄວຄວາມຄືບໜ້າບັນດາກິດຈະກຳຮັບໃຊ້ APEC ຮັບປະກັບຄຸນນະພາບ, ເພີ່ມທະວີວຽກງານຮັບປະກັນປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນການຄົມມະນາຄົມ, ຕົກແຕ່ງຕົວເມືອງ, ຂົນຂວາຍປະຊາຊົນແຕ່ລະຄົນເປັນ “ເອກອັກຄະລັດຖະທູດວັດທະນະທໍາ”... ຮອດຈຸດເວລານີ້, ນະຄອນ ດ່ານັ້ງໄດ້ສໍາເລັດ 95% ວຽກງານກະກຽມໃຫ້ແກ່ເຫດການນີ້, ວຽກງານທີ່ຍັງເຫຼືອແມ່ນການເກັບມ້ຽນອະນາໄມ, ຮັບປະກັນທັດສະນີຍະພາບສິ່ງແວ້ດລ້ອມ.

leftcenterrightdel
ບັນຍາກາດທີ່ການປະຊຸມຂ່າວ. ພາບ: ວັນຈູງ

ນະຄອນສຸມໃສ່ທຸກແຫຼ່ງກໍາລັງຢ່າງສຸດຂີດ, ສົມທົບກັນຮັບປະກັນຄວາມສະຫງົບ, ຄວາມປອດໄພໃຫ້ແກ່ສັບປະດາຂັ້ນສູງ APEC 2017; ໝູນໃຊ້ເຫດການສໍາຄັນນີ້ເພື່ອເພີ່ມທະວີການໂຄສະນາເຜີຍແຜ່ກ່ຽວກັບສິ່ງແວດລ້ອມ, ກາລະໂອກາດການລົງທຶນ, ການຮ່ວມມືດ້ານການຄ້າ, ການທ່ອງທ່ຽວ ແລະຈັດຕັ້ງສໍາເລັດບັນດາເຫດການພາຍນອກ...

 

ແປໂດຍ: ເຈິ່ນຮວ່ຽນ