ຮ່ວມເດີນທາງ ແລະແບ່ງປັນ

ຕາມຜູ້ທີ່ໄດ້ເຂົ້າຮ່ວມໂດຍກົງ, ການເດີນທາງໄປຊອກຫານັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ລາວ ຍາມໃດກໍ່ປະສົບກັບຄວາມຫຍຸ້ງຍາກ, ລຳບາກ. ພະນັກງານ, ນັກຮົບກອງທ້ອນໂຮມ 192 ຕາມປົກກະຕິແລ້ວແມ່ນພາຍກະເປົາເປ້ໃສ່ຫຼັງທີ່ບັນຈຸອາຫານໜັກຫຼາຍສິບກິໂລ ແລະລຸຍຜ່ານພູມສັນຖານທີ່ມີກິ່ວສູງ, ນໍ້າເລິກ ແລະເຫວຊັນ.

ທ່ານພັນເອກພິເສດ ຫງວຽນຍືຮ໊ຽວ, ຫົວໜ້າກອງທ້ອນໂຮມ 192 ແບ່ງປັນວ່າ, ການເດີນທາງໄປຊອກຫານັກຮົບເສຍສະຫຼະຊີວິດເພື່ອຊາດ ນັບມື້ນັບມີຄວາມຫຍຸ້ງຍາກຂຶ້ນຫຼາຍ, ຍ້ອນຂາດເຂີນແຫຼ່ງຂໍ້ມູນ; ຍິ່ງໄປກວ່ານັ້ນ, ແຫຼ່ງຂໍ້ມູນແມ່ນຢູ່ບ່ອນຫ່າງໄກສອກຫຼີກໃນປ່າເລິກ, ມີຄົນໄປຜ່ານໜ້ອຍທີ່ສຸດ... ເພື່ອສາມາດສ້າງຄວາມເຊື່ອໝັ້ນ ແລະໃຫ້ໄດ້ຂໍ້ມູນກ່ຽວກັບຂຸມຝັງສົບນັກຮົບເສຍສະຫຼະຊີວິດເພື່ອຊາດ ນຳປະຊາຊົນ, ໄປຄຽງຄູ່ກັບການໜູນຊ່ວຍຂອງຄະນະປະຕິບັດງານພິເສດຂອງແຂວງ ແລະຄະນະພັກ, ອຳນາດການປົກຄອງທ້ອງຖິ່ນແລ້ວ; ຄະນະບັນຊາການກອງທ້ອນໂຮມ 192 ຍາມໃດກໍ່ຊາບຊຶມໃຫ້ພະນັກງານ, ພາລະກອນຕ້ອງປະຕິບັດລະບຽບວິໄນຢ່າງເຂັ້ມງວດ ເມື່ອມີການພົວພັນ ແລະເຮັດວຽກກັບປະຊາຊົນ.

leftcenterrightdel
ພາລະກອນການແພດ ກອງທ້ອນໂຮມ 192 ກວດ, ປິ່ນປົວພະຍາດໃຫ້ປະຊາຊົນລາວບັນດາເຜົ່າ. ພາບ: ມີງກວາງ-ກວາງດ້າວ

ດ້ວຍຈິດໃຈນັ້ນ, ໃນໄລຍະດຳລົງຊີວິດຢູ່ຕາມບ້ານແຫ່ງຕ່າງໆຂອງປະເທດເພື່ອນລາວ, ບັນດາສະມາຊິກໃນກອງທ້ອນໂຮມ 192 ໄດ້ປະຕິບັດຕາມທິດນຳທີ່ວ່າ “ພ້ອມກັນກິນ, ພ້ອມກັນຢູ່, ພ້ອມກັນເຮັດ, ພ້ອມກັນເວົ້າພາສາລາວ”. ບັນດາພະນັກງານໄດ້ຍາດແຍ່ງເອົາແຕ່ລະວັນພັກ ແລະໃນເວລາພັກຜ່ອນໄປຊ່ວຍເຫຼືອພໍ່ແມ່ປະຊາຊົນດ້ວຍຫຼາຍວຽກງານທີ່ມີຄວາມໝາຍ, ຄື: ກວດພະຍາດ, ແຈກຢາຍຢຸກຢາໂດຍບໍ່ເສຍຄ່າ; ຊ່ວຍສ້ອມແປງເຮືອນຊານ, ໂຮງຮຽນ, ຂົວ ແລະເສັ້ນທາງເຂົ້າບ້ານ; ຊ່ວຍກ່ຽວເຂົ້າ, ເກັບກູ້ມັນຕົ້ນ, ກາເຟ. ພົ້ນເດັ່ນແມ່ນ, ກອງທ້ອນໂຮມ 192 ຍັງໄດ້ແນະນໍາໂດຍກົງໃຫ້ກອງບັນຊາການທະຫານເມືອງຕ່າງໆພ້ອມດ້ວຍປະຊາຊົນກ່ຽວກັບການເພີ່ມພູນຜະລິດຜົນ, ປູກຜັກ, ຕົ້ນໄມ້ກິນ ໝາກ... ຜ່ານນັ້ນ, ບໍ່ພຽງແຕ່ໄດ້ສ້າງຄວາມເຊື່ອໝັ້ນເທົ່ານັ້ນ, ຫາກຍັງຮັດແໜ້ນນ້ຳໃຈສາມັກຄີສະໜິດແໜ້ນລະຫວ່າງທະຫານຫວຽດນາມ ກັບປະຊາຊົນປະເທດເພື່ອນລາວ ອີກດ້ວຍ.

ຮ້ອຍເອກ ເຈິ່ນຢາດ້າຍຫ໋າຍ, ພາລະກອນການແພດ ກອງທ້ອນໂຮມ 192 ແບ່ງປັນວ່າ, ພາຍຫຼັງໄດ້ຢູ່ພ້ອມກັນກິນ, ພ້ອມກັນຢູ່, ສາມາດເຫັນໄດ້ວ່າຄວາມຮັບຮູ້ຂອງປະຊາຊົນຍັງຈຳກັດຫຼາຍ, ເປັນຕົ້ນແມ່ນການສົງເສີມສຸຂະພາບ. ສະນັ້ນໄປຄຽງຄູ່ກັບການໄປປະຕິບັດວຽກງານຊອກຫານັກຮົບເສຍສະຫຼະຊີວິດເພື່ອຊາດ, ທາງກົມກອງໄດ້ດຳເນີນການກວດພະຍາດ, ແຈກຢາຍຢຸກຢາໂດຍບໍ່ເສຍຄ່າ ແລະແນະນຳໃຫ້ປະຊາຊົນຮັບຮູ້ກ່ຽວກັບ ວິທີການປ້ອງກັນ, ຕ້ານພະຍາດ, ຮັກສາສຸຂະອະນາໄມສິ່ງແວດລ້ອມ ແລະຮັບຮູ້ພະຍາດດ້ວຍຕົນເອງ. ຍ້ອນແນວນັ້ນ, ພະນັກງານ, ນັກຮົບພວກເຮົາຈຶ່ງໄດ້ຮັບຄວາມເຊື່ອໝັ້ນ ແລະຮັກແພງຈາກທຸກຄົນ ແລະຊ່ວຍເຫຼືອພະນັກງານ, ນັກຮົບໃນການສະໜອງຂໍ້ມູນກ່ຽວກັບຂຸມຝັງສົບຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ.

ສືບຕໍ່ເສີມຂະຫຍາຍ

ຕາມການນຳກອງບັນຊາການທະຫານແຂວງເທື່ອທຽນເຫວ້, ດ້ວຍທິດນຳທີ່ວ່າຊ່ວຍເພື່ອນແມ່ນຊ່ວຍຕົນເອງ, ໃນການເດີນທາງໄປຊອກຫາເພື່ອນຮ່ວມກົມກອງຢູ່ປະເທດເພື່ອນລາວ, ພະນັກງານ, ພາລະກອນກອງທ້ອນໂຮມ 192 ຍາມໃດກໍ່ເສີມຂະຫຍາຍຄຸນນະທາດອັນສູງສົ່ງຂອງທະຫານລຸງໂຮ່. ບໍ່ພຽງແຕ່ໜູນຊ່ວຍການພັດທະນາເສດຖະກິດ ແລະຍົກສູງຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າເທົ່ານັ້ນວຽກງານໂຄສະນາກໍ່ໄດ້ຮັບການຍູ້ແຮງດ້ວຍບັນດາເນື້ອໃນ, ຄື: ແຜນນະໂຍບາຍຂອງພັກ, ລັດ ແລະກອງທັບປະຊາຊົນຫວຽດນາມ ກ່ຽວກັບການປະຕິບັດການຊອກຫາອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ທີ່ເສຍສະຫຼະຊີວິດຢູ່ສະໜາມຮົບລາວ; ການປະກອບສ່ວນຂອງທະຫານຫວຽດນາມ ເຂົ້າໃນການຕໍ່ຕ້ານປົດປ່ອຍປະເທດລາວ ອີກດ້ວຍ...

ທ່ານພົນຈັດຕະວາ  ພູວັນ ພິມມະຈັນ, ຫົວໜ້າການເມືອງ, ຮອງຫົວໜ້າຄະນະປະຕິບັດງານພິເສດແຂວງສາລະວັນ (ລາວ) ຢັ້ງຢືນວ່າ, ສາຍພົວພັນສາມັກຄີມິດຕະພາບແບບພິເສດ ຫວຽດນາມ-ລາວ ແມ່ນຄວາມເອກອ້າງທະນົງໃຈຂອງສອງຊາດໄປຕະຫຼອດການ. ນັ້ນແມ່ນສາຍພົວພັນທີ່ເປັນແບບຢ່າງ, ຫາຍາກ, ຜ່ອງໃສ ແລະສັດຊື່ບໍລິສຸດ.

ທ່ານພົນຈັດຕະວາ ພູວັນ ພິມມະຈັນ ໃຫ້ຮູ້ຕື່ມອີກວ່າ: “ພວກຂ້າພະເຈົ້າ ຂໍສະແດງຄວາມຮູ້ບຸນຄຸນຕໍ່ການເສຍສະຫຼະອັນສູງສົ່ງຂອງທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ; ສະນັ້ນ, ການຊອກຫາອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດຂອງທະຫານຫວຽດນາມ ແມ່ນຄວາມຮັບຜິດຊອບຂອງຄົນເກີດໃໝ່ໃຫຍ່ລຸນໃນທຸກວັນນີ້. ເຖິງວ່າວຽກງານຊອກຫານັບມື້ນັບຫຍຸ້ງຍາກຂຶ້ນກໍ່ຕາມ, ແຕ່ຄະນະພັກ, ອຳນາດການປົກຄອງ ແລະປະຊາຊົນແຂວງສາລະວັນ ຈະສືບຕໍ່ໂຄສະນາ, ຂົນຂວາຍ ແລະສົມທົບກັນຢ່າງແໜ້ນແຟ້ນກັບກອງທ້ອນໂຮມ 192 ເພື່ອນໍາເອົາອັດຖິເຫຼົ່ານັ້ນກັບເມືອບ້ານເກີດເມືອງນອນໂດຍໄວ”.

ຮູບພາບ “ເກືອເມັດຫັກ, ຜັກເສັ້ນໜຶ່ງກໍ່ແບ່ງປັນກັນກິນ” ໃນການພົວພັນ ຫວຽດນາມ-ລາວ ໄດ້ກາຍເປັນໜຶ່ງໃນບັນດາສັນຍາລັກຂອງນໍ້າໃຈມິດຕະພາບອັນສູງສົ່ງ. ໃນຊຸມປີທີ່ຫຍຸ້ງຍາກ, ລໍາບາກທີ່ສຸດ, ທະຫານ ແລະປະຊາຊົນສອງປະເທດໄດ້ແບ່ງປັນຢ່າງເລິກເຊິ່ງ ແລະໃຫຍ່ຫຼວງທາງດ້ານວັດຖຸ ແລະຈິດໃຈ. ເພື່ອສືບຕໍ່ຂຽນບົດວິລະຊົນອະມະຕະກ່ຽວກັບຈິດໃຈສາມັກຄີສູ້ຮົບ ແລະນໍ້າໃຈສັດຊື່ບໍລິສຸດລະຫວ່າງສອງປະເທດ; ພະນັກງານ ແລະນັກຮົບກອງທ້ອນໂຮມ 192 ໄດ້, ພວມ ແລະຈະມານະພະຍາຍາມປະຕິບັດບົດບາດເປັນຂົວຕໍ່ໃນການເພີ່ມພູນຄູນສ້າງ, ຮັດແໜ້ນນໍ້າໃຈມິດຕະພາບແບບພິເສດລະຫວ່າງ ຫວຽດນາມ-ລາວ ໃຫ້ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ.

ໂດຍ: ເຈິ່ນຮວ່ຽນ