ໃນລະດູແລ້ງ 2023-2024, ກອງທ້ອນໂຮມ 589 ສືບຕໍ່ປະຕິບັດໜ້າທີ່ຊອກຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ແຂວງຄຳມ່ວນ (ລາວ). ກົມກອງໄດ້ເຄື່ອນໄຫວເປັນເວລາດົນນານພໍສົມຄວນ, ຢູ່ກິນໃນປ່າ, ອາກາດຮ້າຍແຮງ, ພູມສັນຖານລ້ວນແຕ່ເປັນປ່າ, ພູທຸລະກັນດານ, ການໄປມາຫຍຸ້ງຍາກ. ໂດຍໄດ້ຮັບຄວາມເອົາໃຈໃສ່, ຊ່ວຍເຫຼືອຈາກຄະນະພັກ, ອຳນາດການປົກຄອງ ແລະປະຊາຊົນແຂວງຄຳມ່ວນ, ພະນັກງານ, ພາລະກອນກົມກອງໄດ້ມານະພະຍາຍາມຜ່ານຜ່າທຸກຄວາມຫຍຸ້ງຍາກ, ລໍາບາກ, ຕັ້ງໜ້າເກັບກຳຂໍ້ມູນ, ເປີດກວ້າງ, ຂະຫຍາຍບໍລິເວນສຳຫຼວດ, ຊອກຫາ, ຂຸດຄົ້ນ, ສາມາດທ້ອນໂຮມໄດ້ 16 ອັດຖິ, ບັນລຸ 106,6% ຄາດໝາຍທີ່ໄດ້ຮັບມອບໝາຍ.

leftcenterrightdel
ເຄື່ອນຍ້າຍອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດໄປປົງໄວ້ຢູ່ສຸສານ. ພາບ: ມີງຕູ໊

ໃນວິວັດການປະຕິບັດໜ້າທີ່, ພະນັກງານ, ພາລະກອນກອງທ້ອນໂຮມ 589 ຍາມໃດກໍ່ຍົກສູງຈິດໃຈສາມັກຄີ, ເປັນເອກະພາບ, ຮັກສາລະບຽບວິໄນຂອງກອງທັບຢ່າງເຂັ້ມງວດ, ປະຕິບັດນະໂຍບາຍ, ກົດໝາຍຂອງລັດ ກໍ່ຄືຮີດຄອງປະເພນີຂອງປະເທດລາວ; ມອບເຄື່ອງນຸ່ງຈຳນວນ 1.300 ຊຸດ, ກວດພະຍາດ, ໃຫ້ຄໍາປຶກສາດ້ານສຸຂະພາບ, ແຈກຢາຍຢຸກຢາໂດຍບໍ່ເສຍຄ່າໃຫ້ປະຊາຊົນນັບຮ້ອຍຄົນ; ລະດົມວັນເຮັດວຽກໄດ້ກວ່າ 400 ວັນ  ສົມທົບກັບການສ້ອມແປງຂອບເຂດເຮືອນຊຸມຊົນ 11 ຫຼັງ, ໂຮງຮຽນ 10 ແຫ່ງ, ເສັ້ນທາງ 4 ກິໂລແມັດ...

ທີ່ພິທີ, ບັນດາຜູ້ແທນໄດ້ກົ້ມຫົວໄວ້ອາໄລ 1 ນາທີ ເພື່ອສະແດງຄວາມຮູ້ບຸນຄຸນຕໍ່ນັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດທີ່ໄດ້ເສຍສະຫຼະຊີວິດຢ່າງພິລະອາດຫານເພື່ອສັນຕິພາບ, ເອກະລາດແຫ່ງຊາດ ແລະປະຕິບັດພັນທະສາກົນອັນສູງສົ່ງ.

ໂດຍ: ເຈິ່ນຮວ່ຽນ