ເຖິງຢ່າງໃດກໍ່ຕາມ, ຕາມພະນັກງານ, ພາລະກອນກອງທ້ອນໂຮມ 192 ແບ່ງປັນວ່າ ເຖິງວ່າຈະປະສົບກັບຄວາມຫຍຸ້ງຍາກລຳບາກກໍ່ຕາມ, ແຕ່ຖ້າມີຂໍ້ມູນກ່ຽວກັບນັກຮົບເສຍສະຫຼະຊີວິດເພື່ອຊາດ, ບໍ່ວ່າຢູ່ບ່ອນໃດ, ຫຍຸ້ງຍາກໄປຮອດໃສ, ອ້າຍນ້ອງໃນກອງ ກໍ່ຈະໄປຊອກຫາເພື່ອຈັດຕັ້ງການສຳຫຼວດ, ຊອກຫາ, ທ້ອນໂຮມນຳອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ກັບຄືນສູ່ບ້ານເກີດເມືອງນອນ.

ທ່ານພັນເອກ ຮ່າຈ້ອງເທື່ອງ, ຫົວໜ້າການເມືອງກອງທ້ອນໂຮມ 192, ກອງບັນຊາການທະຫານແຂວງເທື່ອທຽນເຫວ້ ແບ່ງປັນວ່າ: ພາຍຫຼັງເຄື່ອນທັບໄປເຖິງດິນແດນປະເທດເພື່ອນ, ຄະນະພັກ, ໜ່ວຍພັກ, ຜູ້ບັນຊາການກອງທ້ອນໂຮມ ໄດ້ອອກມະຕິເພື່ອຊີ້ນໍານໍາພາ, ຜັນຂະຫຍາຍຈັດຕັ້ງປະຕິບັດ, ບົນພື້ນຖານໜ້າທີ່ ແລະແຫຼ່ງຂ່າວໂດຍຄະນະປະຕິບັດງານພິເສດ, ກອງບັນຊາການທະຫານສອງແຂວງຂອງປະເທດເພື່ອນລາວ ສະໜອງ, ກອງສ້າງແຜນການ ແລະຜັນຂະຫຍາຍໃຫ້ບັນດາທິດກ່ຽວກັບບໍລິເວນເພື່ອສົມທົບກັນຈັດຕັ້ງການຊອກຫາຢ່າງວ່ອງໄວ. ພວກຂ້າພະເຈົ້າ ເສີມຂະຫຍາຍຄວາມສາມາດໂດດເດັ່ນບັນດາພະນັກງານ, ພາລະກອນມີບົດຮຽນ, ຊຳນານດ້ານພາສາລາວ, ບໍລິເວນເພື່ອນຳພາທຸກທິດຢ່າງທັນການ.

leftcenterrightdel
ພະນັກງານ, ພາລະກອນກອງທ້ອນໂຮມ 192 ຊອກຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ຢູ່ແຂວງສາລະວັນ, ລາວ. ພາບ: ເລເສົ໊າ

ທ່ານພັນຕີ ບຸ່ຍຄັ໊ກເຈື່ອງ, ພາລະກອນກອງທ້ອນໂຮມ 192 ໃຫ້ຮູ້ວ່າ: ໃນບັນດາການເດີນທາງ, ພວກຂ້າພະເຈົ້າ ໄດ້ນອນຢູ່ໃນປ່າເລິກເປັນເວລາໜຶ່ງອາທິດ, ນອນໃນປ່າ, ກິນໃນປ່າ, ດື່ມນໍ້າປ່າ, ບາງຄັ້ງກໍ່ມີແດດກ້າ... ແຕ່ເມື່ອຄິດເຖິງເພື່ອນຮ່ວມກົມກອງ, ຄິດເຖິງພວກລຸງ, ພວກອາວ ທີ່ຍັງນອນຢູ່ໃນສະໜາມຮົບລາວ ບໍ່ທັນໄດ້ກັບຄືນສູ່ບ້ານເກີດເມືອງນອນຫວຽດນາມ, ອ້າຍນ້ອງພວກຂ້າພະເຈົ້າ ລືມໝົດຄວາມທຸກຍາກລຳບາກ, ພຽງແຕ່ຫວັງວ່າຈະຊອກຫາວິທີນຳເອົານັກຮົບເສຍສະຫຼະຊີວິດເພື່ອຊາດ ກັບຄືນສູ່ປະເທດຊາດ, ກັບຄືນບ້ານເກີດເມືອງນອນ.

ຕາມຜູ້ບັນຊາການກອງທ້ອນໂຮມ 192 ແລ້ວ, ໃນລະດູແລ້ງ 2023-2024, ພາຍຫຼັງກວ່າ 7 ເດືອນທີ່ປະຕິບັດໜ້າທີ່ຢູ່ດິນແດນປະເທດເພື່ອນລາວ, ພະນັກງານ, ພະລາກອນຂອງກອງທ້ອນໂຮມ ໄດ້ດໍາເນີນການສຳຫຼວດ, ກວດກາແຫຼ່ງຂ່າວທັງໝົດ 76 ແຫຼ່ງໃນ 3 ເມືອງ, ຄື: ເມືອງລະມາມ, ກະລຶມ, ທ່າແຕງ ຂຶ້ນກັບແຂວງເຊກອງ ແລະ 8 ເມືອງ ຂຶ້ນກັບແຂວງສາລະວັນ. ໝາກຜົນສາມາດຊອກຫາ, ຂຸດຄົ້ນອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ໄດ້ 12 ອັດຖິ, ໃນນັ້ນຢູ່ບໍລິເວນແຂວງເຊກອງ ຂຸດຄົ້ນອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດໄດ້  5 ອັດຖິ  ແລະແຂວງສາລະວັນ ຂຸດຄົ້ນໄດ້ 7 ອັດຖິ. ຂຸມຝັງສົບທັງໝົດທີ່ກ່າວມາຂ້າງເທິງນັ້ນລ້ວນແຕ່ຍັງມີອັດຖິ ແລະວັດຖຸ, ເຖິງຢ່າງໃດກໍ່ຕາມກໍ່ຍັງບໍ່ມີຊື່ ແລະນາມສະກຸນ, ບ້ານເກີດ, ກົມກອງ.

ທ່ານພັນເອກ ຮ່າຈ້ອງເທື່ອງ, ຫົວໜ້າການເມືອງກອງທ້ອນໂຮມ 192 ໃຫ້ຮູ້ວ່າ: ໃນການເດີນທາງເຂົ້າໄປຫາບັນດາບ້ານຂອງປະເທດເພື່ອນລາວ ເພື່ອຊອກຫານັກຮົບເສຍສະຫຼະຊີວິດເພື່ອຊາດນັ້ນ, ພະນັກງານ, ພາລະກອນຂອງກອງທ້ອນໂຮມ 192 ຍາມໃດກໍ່ປະຕິບັດລະບຽບວິໄນກອງທັບຢ່າງເຂັ້ມງວດ, ເປັນຕົ້ນແມ່ນຂໍ້ກໍານົດ, ຮີດຄອງປະເພນີຂອງປະເທດເພື່ອນລາວ. ທ່ານພັນເອກ ຮ່າຈ້ອງເທື່ອງ ແບ່ງປັນວ່າ: “ພວກຂ້າພະເຈົ້າ ສວຍໂອກາດເອົາວັນພັກຜ່ອນ, ໄປຊ່ວຍເຂົາເຈົ້າສ້ອມແປງເຮືອນ, ໂຮງຮຽນ, ຖະໜົນຫົນທາງ, ຊ່ວຍກ່ຽວເຂົ້າ, ຂຸດມັນຕົ້ນ, ເກັບກາເຟ, ແນະນໍາເຂົາເຈົ້າປູກຕົ້ນໄມ້ກິນໝາກ, ເພີ່ມຜົນຜະລິດໄດ້ຫຼາຍກວ່າ 225 ວັນ; ໄດ້ສົ່ງແພດທະຫານຂອງກອງໄປກວດພະຍາດ, ແຈກຢາຍຢຸກຢາໂດຍບໍ່ເສຍຄ່າໃຫ້ກວ່າ 300 ເທື່ອຄົນ. ບັນດາວຽກເຮັດງານທຳຂອງພວກຂ້າພະເຈົ້າ ໄດ້ຮັບການຮັບຮູ້ ແລະຕີລາຄາສູງຈາກອຳນາດການປົກຄອງທ້ອງຖິ່ນ, ພະນັກງານ, ນັກຮົບ ແລະປະຊາຊົນລາວບັນດາເຜົ່າ, ຍາມໃດກໍ່ຮັກແພງ, ແບ່ງປັນກັບພວກຂ້າພະເຈົ້າ, ຜ່ານນັ້ນຮັດແໜ້ນຄວາມສາມັກຄີລະຫວ່າງພະນັກງານ, ພາລະກອນກອງທ້ອນໂຮມ 192 ກັບຊາວບ້ານຂອງເພື່ອນລາວ”.

ພາຍຫຼັງກວ່າ 20 ປີແຫ່ງການຊອກຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ, ທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ເສຍສະຫຼະຊີວິດຢູ່ສະໜາມຮົບລາວ, ກອງທ້ອນໂຮມ 192, ກອງບັນຊາການທະຫານແຂວງເທື່ອທຽນເຫວ້ ສາມາດຊອກຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ໄດ້ເກືອບ 1.000 ອັດຖິ. ນັ້ນແມ່ນພະຍານຫຼັກຖານ, ແມ່ນຕົວເລກທີ່ໃຜໆກໍ່ເຄົາລົບຕໍ່ຄວາມຍາກລໍາບາກໃນການເດີນທາງໄປຊອກຫາເພື່ອນຮ່ວມກົມກອງຂອງເຂົາເຈົ້າ.

ທ່ານພັນໂທ ຫງວຽນຍືຮ໊ຽວ, ຫົວໜ້າກອງທ້ອນໂຮມ 192, ກອງບັນຊາການທະຫານແຂວງເທື່ອທຽນເຫວ້ ໃຫ້ຮູ້ວ່າ ວຽກງານຊອກຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ລາວ ນັບມື້ນັບປະສົບກັບຄວາມຫຍຸ້ງຍາກຫຼາຍຂຶ້ນ. ເຖິງວ່າໄດ້ຮັບຄວາມເອົາໃຈໃສ່ຈາກຂັ້ນເທິງກ່ຽວກັບການປະກອບພາຫະນະ, ເຄື່ອງຈັກຫຼາຍປານໃດກໍ່ຕາມ, ແຕ່ໃນຕົວຈິງໃນການໄປລາວ ເພື່ອປະຕິບັດໜ້າທີ່ນັ້ນ, ພະນັກງານ, ພາລະກອນໃນກອງສ່ວນໃຫຍ່ຍັງຕ້ອງໄດ້ຍ່າງ ແລະໃຊ້ແຮງງານຂຸດດ້ວຍຕົນເອງ, ຍ້ອນພູມມີປະເທດສັບຊ້ອນ. ຂຸມຝັງສົບຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ ແມ່ນຢູ່ກະແຈກກະຈາຍ, ຢູ່ໄກຈາກເຂດທີ່ຢູ່ອາໄສຂອງຊຸມຊົນ, ຢູ່ໃນປ່າ.

ການເດີນທາງເພື່ອໄປຊອກຫາເພື່ອນຮ່ວມກົມກອງຂອງພະນັກງານ, ພາລະກອນກອງທ້ອນໂຮມ 192, ກອງບັນຊາການທະຫານແຂວງເທື່ອທຽນເຫວ້ ຢູ່ໃນບໍລິເວນສອງແຂວງສາລະວັນ, ເຊກອງ, ປະເທດເພື່ອນລາວ ໃນໄລຍະຈະມາເຖິງຈະມີຄວາມລໍາບາກ ແລະຫຍຸ້ງຍາກຍິ່ງຂຶ້ນ. ດ້ວຍຄວາມປາດຖະໜາຢາກຊອກຫານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ, ເພື່ອນຮ່ວມກົມກອງຂອງຕົນໃຫ້ກັບຄືນສູ່ບ້ານເກີດເມືອງນອນທີ່ແສນຮັກ, ພະນັກງານ, ພາລະກອນກອງທ້ອນໂຮມ 192 ຈະແກ້ໄຂທຸກຄວາມຫຍຸ້ງຍາກ, ລຳບາກ, ເສີມຂະຫຍາຍມູນເຊື້ອກົມກອງວິລະຊົນ, ປະຕິບັດສຳເລັດໜ້າທີ່ທີ່ໄດ້ມອບໝາຍຢ່າງດີເລີດ.

ໂດຍ: ເຈິ່ນຮວ່ຽນ