“ຫວຽດນາມ ແມ່ນປະເທດປະສົບຜົນສຳເລັດໃນການພັດທະນາ”

ນັ້ນແມ່ນຂໍ້ສັງເກດທຳອິດຂອງທະນາຄານໂລກ (WB) ທີ່ລົງໃນເວັບໄຊກ່ຽວກັບຫວຽດນາມ ຂອງອົງການຈັດຕັ້ງນີ້. ລະອຽດ, WB ຖືວ່າ ການປະຕິຮູບດ້ານເສດຖະກິດແຕ່ປີ 1986 ສົມທົບກັບທ່າອ່ຽງສະດວກໃນທົ່ວໂລກ ໄດ້ຊ່ວຍໃຫ້ຫວຽດນາມ ພັດທະນາຢ່າງໄວວາຈາກໜຶ່ງໃນບັນດາປະເທດທຸກຍາກທີ່ສຸດໃນໂລກ ກາຍເປັນປະເທດມີລາຍຮັບປານກາງຕ່ຳ. ດ້ວຍການພັດທະນາຂອງຫວຽດນາມ, WB ຕີລາຄາວ່າ: “ປະຈຸບັນ ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດຂະຫຍັນຂັນທີ່ສຸດ ຢູ່ອາຊີຕາເວັນອອກປາຊີຟິກ”.

ຕາມຂໍ້ມູນຂອງ WB ແລ້ວ, ຍອດຜະລິດຕະພັນພາຍໃນ ຂອງຫວຽດນາມ (GDP)  ຄິດໄລ່ຕາມລາຄາຂອງປີ 1986 ບັນລຸພຽງ 26,34 ຕື້ USD, ຮອດປີ 2023 ໄດ້ເພີ່ມຂຶ້ນເປັນ 429,72 ຕື້ USD, ເພີ່ມຂຶ້ນທົບ 16,3 ເທົ່າ. GDP ສະເລ່ຍຕໍ່ຫົວຄົນຄິດໄລ່ຕາມລາຄາຂອງປີ 1986 ບັນລຸ 430,2 USD, ຮອດປີ 2023 ເພີ່ມຂຶ້ນເປັນ 4.346,8 USD, ເພີ່ມຂຶ້ນທົບ 10,34 ເທົ່າ. ລາຍຮັບແຫ່ງຊາດ (GNI) ຄິດໄລ່ຕາມລາຄາຂອງປີ 1989 ບັນລຸ 14,15 ຕື້ USD, ຮອດປີ 2023 ເພີ່ມຂຶ້ນເປັນ 412,94 ຕື້ USD, ເພີ່ມຂຶ້ນທົບ 29,2 ເທົ່າ. GNI ສະເລ່ຍຕໍ່ຫົວຄົນຄິດໄລ່ຕາມລາຄາຂອງປີ 1989 ບັນລຸ 220 USD, ຮອດປີ 2023 ໄດ້ເພີ່ມຂຶ້ນ 4.180 USD, ເພີ່ມຂຶ້ນທົບ 19 ເທົ່າ. ຕົວເລກສະຖິຕິໂດຍ WB ຍົກອອກມາແມ່ນຫຼັກຖານທີ່ຈະແຈ້ງວ່າ “ຫວດນາມປະສົບຜົນສຳເລັດໃນການພັດທະນາ” ຂອງຫວຽດນາມ ນັບແຕ່ເມື່ອປະຕິບັດກິດຈະການປ່ຽນແປງໃໝ່ ມາຮອດປະຈຸບັນ.

leftcenterrightdel
ກໍາມະກອນພວມມານະພະຍາຍາມລົງມືກໍ່ສ້າງ ປະກອບສ່ວນຕິດຕັ້ງສາຍສົ່ງໄຟຟ້າ 500kV ສາຍ 3 ຕອນຈາກກວາງແຈກ (ແຂວງກວາງບິ່ງ) - ໂຟ໊ໂນ໊ຍ (ແຂວງຮືງອຽນ) ສໍາເລັດຖືກກັບຄວາມຄືບໜ້າ. ພາບ: ຫງວຽນຮຸຍ

ປະຈຸບັນ, ສະຫະປະຊາຊາດ ນໍາໃຊ້ວິທີການຄິດໄລ່ຂອງ WB ເພື່ອແບ່ງບັນດາປະເທດເປັນກຸ່ມທີ່ມີລາຍຮັບແຕກຕ່າງກັນ. ການຈັດແບ່ງຂອງ ສະຫະປະຊາຊາດ ແລະບັນດາອົງການການເງິນທີ່ມີຊື່ສຽງໃນໂລກ ແມ່ນພື້ນຖານເພື່ອໃຫ້ພວກເຮົາຕີລາຄາຄວາມສາມາດໃນການປະຕິບັດສໍາເລັດບັນດາເປົ້າໝາຍ ທີ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ 13 ຂອງພັກ ໄດ້ວາງອອກ, ໃນນັ້ນມີເປົ້າໝາຍຮອດປີ 2025, ຫວຽດນາມ ຈະຜ່ານຜ່າລະດັບລາຍຮັບປານກາງຕໍ່າ; ຮອດປີ 2030 ຈະມີລາຍຮັບປານກາງສູງ.

ຄິດໄລ່ຕາມມາດຕະຖານ ປີ 2020 ຂອງສະຫະປະຊາຊາດ, ຫວຽດນາມ ໄດ້ຜ່ານຜ່າລະດັບລາຍຮັບປານກາງຕໍ່າ ແລະເຂົ້າສູ່ລະດັບລາຍຮັບປານກາງສູງ. ສ່ວນໄລ່ຕາມມາດຕະຖານປີ 2023 ຂອງທະນາຄານໂລກ, ຫວຽດນາມ ພວມສູ້ຊົນໃຫ້ລື່ນກາຍລະດັບລາຍຮັບປານກາງຕ່ຳ, ກະກຽມເຂົ້າສູ່ລະດັບລາຍຮັບປານກາງສູງ. ດ້ວຍການຄາດຄະເນການເຕີບໂຕດ້ານເສດຖະກິດຂອງປະເທດເຮົາ ໂດຍທະນາຄານໂລກ ຍົກອອກມາ, ພວກເຮົາສາມາດມີຄວາມເຊື່ອໝັ້ນຕໍ່ການສຳເລັດເປົ້າໝາຍ ເຊິ່ງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ 13 ຂອງພັກ ວາງອອກໃນປີ 2025. ສິ່ງດັ່ງກ່າວສາມາດປະກົດຜົນເປັນຈິງ, ຍ້ອນການເຕີບໂຕໃນໄຕມາດທີ II ຂອງຫວຽດນາມ ບັນລຸໄດ້ 6.93%, ລື່ນກາຍລະດັບການຄາດຄະເນ ທີ່ວາງອອກກ່ອນນັ້ນ.

ຍົກລະດັບຄາດຄະເນການເຕີບໂຕຂອງຫວຽດນາມ ໃນປີ 2024

ສິ່ງທີ່ເປັນໜ້າພາກພູມໃຈແມ່ນດ້ວຍການຜັນແປຕົວຈິງຂອງເສດຖະກິດຫວຽດນາມ ນັບແຕ່ຕົ້ນປີມາຮອດປະຈຸບັນ, ຫວ່າງແລ້ວນີ້, WB ໄດ້ຍົກລະດັບຄາດຄະເນການເຕີບໂຕເສດຖະກິດຂອງຫວຽດນາມ ຂຶ້ນເຖິງ 6,1% ໃນປີ 2024 ແລະ ຄາດວ່າຈະບັນລຸລະດັບເຕີບໂຕ 6,5% ໃນປີ 2025 ແລະ 2026; ເງິນເຟີ້ຢູ່ໃນລະດັບ 4,5% ໃນປີ 2024 ແລະ ຈະຫຼຸດລົງ 3,5% ໃນປີ 2026. ກ່ອນໜ້ານີ້, ທະນາຄານ HSBC, ຍັງໄດ້ຍົກລະດັບຄາດຄະເນການເຕີບໂຕ GDP ຂອງຫວຽດນາມ ຂຶ້ນເປັນ 6,5% (ລະດັບຄາດຄະເນກ່ອນນັ້ນແມ່ນ 6% ) ໃນປີ 2024. ຫຼາຍອົງການການເງິນ ແລະ ທະນາຄານສາກົນອື່ນໆ ກໍ່ໄດ້ຍົກລະດັບຄາດຄະເນການເຕີບໂຕດ້ານເສດຖະກິດຂອງຫວຽດນາມ ໃນປີ 2024 ຍ້ອນແງ່ຫວັງທີ່ຕັ້ງໜ້າຫວ່າງມໍ່ໆມານີ້, ເປັນຕົ້ນແມ່ນຄວາມສາມາດຕ້ານທານຕໍ່ການຜັນແປທີ່ບໍ່ສະດວກຂອງເສດຖະກິດໂລກ.

ນອກຈາກປັດໄຈຍາກທີ່ຄາດຄະເນໄດ້ ກ່ຽວກັບການຟື້ນຟູຂອງເສດຖະກິດໂລກ ກໍ່ຄືຂອງບັນດາຕະຫຼາດສົ່ງອອກໃນສະພາບທີ່ຄວາມເຄັ່ງຕຶງດ້ານພູມສາດການເມືອງເພີ່ມຂຶ້ນ, ຫວຽດນາມ ຍັງປະເຊີນໜ້າກັບຄວາມສ່ຽງພາຍໃນປະເທດ. ນັ້ນແມ່ນຕະຫຼາດອະສັງຫາລິມະຊັບ ອາດຈະຕ້ອງການມີເວລາຍາວກວ່າການຄາດຄະເນ ເພື່ອຟື້ນຟູ, ໄພພິບັດທໍາມະຊາດ ກໍ່ຄວາມເສຍຫາຍທາງດ້ານເສດຖະກິດ, ຂາດເຂີນແຫຼ່ງພະລັງງານສາມາດເຮັດໃຫ້ລະດັບເຕີບໂຕໃນການສົ່ງອອກຫຼຸດລົງ ...

ໃນສະພາບການນັ້ນ, ເພື່ອບັນລຸເປົ້າໝາຍເຕີບໂຕທີ່ໄດ້ວາງອອກ, ບັນດານັກຊ່ຽວຊານພາຍໃນປະເທດ ແລະ ສາກົນ ໄດ້ຍົກອອກຫຼາຍຂໍ້ສະເໜີແນະເປັນໜ້າໃສ່ໃຈ. ນັ້ນແມ່ນຕ້ອງຍູ້ໄວການປ່ອຍເງິນລົງທຶນພາກລັດ ເພື່ອໜູນຊ່ວຍຄວາມຕ້ອງການລວມໃນໄລຍະສັ້ນ ແລະ ຮັດແຄບຊ່ອງຫວ່າງດ້ານພື້ນຖານໂຄງລ່າງ ທີ່ພວມເກີດຂຶ້ນ; ກະຕຸກຊຸກຍູ້ໃຫ້ທະນາຄານປັບປຸງອັດຕາທຶນໃຫ້ປອດໄພ,  ພ້ອມທັງເພີ່ມທະວີຂອບລະບອບລະບຽບການ ກ່ຽວກັບການຕິດຕາມຄວາມປອດໄພ, ການກ່າວຫາໄດຍໄວ; ຍູ້ໄວການປະຕິຮູບເພື່ອສ້າງເສດຖະກິດສີຂຽວ, ກໍ່ສ້າງແຫຼ່ງທຶນດ້ານຊັບພະຍາກອນມະນຸດ ແລະ ປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ; ລະບົບນິເວດເອກະຊົນພາຍໃນປະເທດເຊື່ອມໂຍງເຂົ້າກັບຕ່ອງໂສ້ການສະໜອງທົ່ວໂລກ; ສຸມໃສ່ພັດທະນາຕະຫຼາດທຶນ ເພື່ອຮັບໃຊ້ຄວາມຕ້ອງການທຶນໃຫ້ບັນດາໂຄງການໄລຍະຍາວ.

ການຕີລາຄາອື່ນອີກຂອງ WB ວ່າ: ຫວຽດນາມ, ແມ່ນໜຶ່ງໃນບັນດາພື້ນຖານເສດຖະກິດເຕີບໂຕສູງໃນໂລກ, ຕັ້ງເປົ້າໝາຍໃຫ້ກາຍເປັນປະເທດມີລາຍຮັບສູງໃນປີ 2045. ເພື່ອບັນລຸໄດ້ເປົ້າໝາຍດັ່ງກ່າວ, ຫວຽດນາມ ຕ້ອງບັນລຸລະດັບເຕີບໂຕ GDP  6,5% ຕໍ່ປີ ໃນໄລຍະ 20 ປີຕໍ່ໜ້າ.

ດັ່ງນັ້ນ, ບໍ່ພຽງແຕ່ແມ່ນເປົ້າໝາຍໃນປີ 2025 ແລະ ເປົ້າໝາຍໄລຍະກາງໃນປີ 2030 ເທົ່ານັ້ນ, ພວກເຮົາເຊື່ອໝັ້ນວ່າ ຈະບັນລຸເປົ້າໝາຍໄລຍະຍາວ ເຊິ່ງມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ 13 ຂອງພັກ ໄດ້ວາງອອກ!

ໂດຍ: ທູຈາງ