ປະຕິບັດວຽກງານການສົມທົບກັນເປັນຢ່າງດີ

ທີ່ລາຍການ, ນາຍທະຫານຊາຍແດນໜຸ່ມສອງປະເທດ ໄດ້ພ້ອມກັນດໍາເນີນຫຼາຍການເຄື່ອນໄຫວແທດຈິງ. ພິເສດ, ຈຸດພົ້ນເດັ່ນໃນບັນດາກິດຈະການເຄື່ອນໄຫວຂອງລາຍການ ແມ່ນກອງປະຊຸມໂອ້ລົມສົນທະນາແລກປ່ຽນນາຍທະຫານຊາຍແດນໜຸ່ມ ຫວຽດນາມ - ລາວ ຄັ້ງທີ 3 ທີ່ດຳເນີນຢູ່ແຂວງ ສະຫວັນນະເຂດ, ໂດຍພາຍໃຕ້ການເປັນປະທານຂອງທ່ານພັນເອກພິເສດ ຫງວຽນແທັງຫາຍ, ຮອງຫົວໜ້າການເມືອງ ກອງບັນຊາການທະຫານຊາຍແດນ, ຫົວໜ້າຄະນະນາຍທະຫານຊາຍແດນໜຸ່ມຂອງຫວຽດນາມ ແລະ ພັນໂທ  ສັກລິດ ພິຈິດ, ຮອງຫົວໜ້າກົມປ້ອງກັນຊາຍແດນ, ກົມໃຫຍ່ເສນາທິການກອງທັບປະຊາຊົນລາວ, ຫົວໜ້າຄະນະນາຍທະຫານຊາຍແດນໜຸ່ມຂອງລາວ.

ບັນດາຄຳເຫັນປະກອບທີ່ກອງປະຊຸມໂອ້ລົມສົນທະນາ ມີຄວາມລະອຽດ, ເຂົ້າສູ່ແຕ່ລະເນື້ອໃນຂົງເຂດວຽກງານຂອງສອງກຳລັງ; ພ້ອມທັງຢືນຢັນວ່າ, ໃນໄລຍະຜ່ານມາ, ຖັນແຖວນາຍທະຫານຊາຍແດນໜຸ່ມຫວຽດນາມ - ລາວ ໄດ້ເສີມຂະຫຍາຍບົດບາດປະຈັນບານ, ປະດິດຄິດສ້າງ, ມານະພະຍາຍາມເຮັດວຽກ, ໝູນໃຊ້ຄວາມຮູ້ຂອງຕົນເຂົ້າໃນວຽກງານຄຸ້ມຄອງ, ປົກປັກຮັກສາຊາຍແດນ ແລະແກ້ໄຂບັນດາເຫດການ, ກໍລະນີທີ່ເກີດຂຶ້ນຢູ່ເຂດຊາຍແດນ ເພື່ອແນໃສ່ສ້າງເສັ້ນຊາຍແດນສັນຕິພາບ, ມິດຕະພາບ ແລະ ພັດທະນາແບບຍືນຍົງ.

leftcenterrightdel
ທ່ານພັນເອກພິເສດ ຫງວຽນແທັງຫາຍ ມອບຂອງຂວັນໃຫ້ແກ່ທ່ານພັນໂທ ສັກລິດ ພິຈິດ. ພາບ: bienphong.com.vn

ຮ້ອຍເອກ ຂັນທະວີພອນ ພົມຫຼວງສີ, ຮອງຫົວໜ້າພະແນກຊາຍແດນ, ກອງບັນຊາການທະຫານແຂວງສະຫວັນນະເຂດ ແບ່ງປັນວ່າ: “ທາງກົມກອງມີໜ້າທີ່ປົກປັກຮັກສາເສັ້ນຊາຍແດນຍາວ 148,8 ກິໂລແມັດ, ດ້ວຍ 44 ຫຼັກໝາຍຊາຍແດນ, ຕັ້ງຢູ່ໃນບໍລິເວນໂດຍມີ 17 ບ້ານຊາຍແດນຂຶ້ນກັບເມືອງເຊໂປນ ແລະ ເມືອງນອງ (ແຂວງສະຫວັນນະເຂດ) ເຊິ່ງຕິດຈອດກັບແຂວງກວາງບິ່ງ ແລະ ແຂວງກວາງຈິ (ຫວຽດນາມ). ແຕ່ປີ 2023-2024, ກໍາລັງຄຸ້ມຄອງ, ປົກປັກຮັກສາຊາຍແດນຂອງສອງຝ່າຍໄດ້ສົມທົບກັນດໍາເນີນການລາດຕະເວນຮ່ວມກັນໄດ້ 15 ຄັ້ງ; ຈັດຕັ້ງການແຮກສ່ຽວລະຫວ່າງກົມກອງປ້ອງກັນຊາຍແດນຂອງລາວ ກັບບັນດາຄ້າຍທະຫານຊາຍແດນຂອງຫວຽດນາມ; ສົມທົບກັນຕໍ່ສູ້, ປາບປາມອາດຊະຍາກຳຢາເສບຕິດ...

ຮ້ອຍເອກ ຂັນທະວີພອນ ພົມຫຼວງສີ ຍັງໃຫ້ຮູ້ຕື່ມວ່າ: ເພື່ອເຮັດໃຫ້ການພົວພັນຮ່ວມມືລະຫວ່າງນາຍທະຫານຊາຍແດນໜຸ່ມຂອງສອງປະເທດນັບມື້ນັບເຂົ້າສູ່ລວງເລິກນັ້ນ, ຄວນຕັ້ງໜ້າຈັດຂະບວນການຕ່າງໆ, ແລກປ່ຽນບົດຮຽນປະສົບການ,  ຂໍ້ມູນຂ່າວສານເຊິ່ງກັນ ແລະກັນຢ່າງເປັນປະຈໍາ; ໂຄສະນາໃຫ້ປະຊາຊົນ ທີ່ດໍາລົງຊີວິດຢູ່ເຂດຊາຍແດນປະຕິບັດຕາມແຜນນະໂຍບາຍ, ນະໂຍບາຍ, ກົດໝາຍຂອງແຕ່ລະປະເທດໃຫ້ເປັນຢ່າງດີ.

ສ່ວນທ່ານພັນໂທ ໂຮ່ດຶກກຸ໊ຍ ທີ່ມາຈາກຫ້ອງການເມືອງ, ກອງບັນຊາການທະຫານຊາຍແດນແຂວງກວາງບິ່ງ ແບ່ງປັນຄວາມພາກພູມໃຈເມື່ອໄດ້ສືບທອດນໍ້າໃຈມິດຕະພາບທີ່ເປັນມູນເຊື້ອແບບພິເສດລະຫວ່າງສອງປະເທດ ແລະ ສອງຊາດ ເຊິ່ງລຸ້ນຕ່າງໆ ໄດ້ທຸ້ມເທເຫື່ອແຮງເພີ່ມພູນຄູນສ້າງ. ເພື່ອກໍ່ສ້າງເສັ້ນຊາຍແດນສັນຕິພາບ, ມິດຕະພາບ, ການຮ່ວມມື ແລະພັດທະນາ, ລຸ້ນໜຸ່ມລະຫວ່າງສອງປະເທດໄດ້ຜັນຂະຫຍາຍປະຕິບັດຫຼາຍໂຄງການ, ຫຼາຍຮູບແບບ ແລະການເຄື່ອນໄຫວທີ່ມີຄວາມໝາຍແທດຈິງ, ມຸ່ງໄປເຖິງປະຊາຊົນ ແລະພໍ່ແມ່ປະຊາຊົນບັນດາເຜົ່າທີ່ຢູ່ເຂດຊາຍແດນ. ນັ້ນແມ່ນການຈັດພິທີລົງນາມແຮກສ່ຽວລະຫວ່າງກຸ່ມບ້ານ ທີ່ຢູ່ສອງຟາກຊາຍແດນ,  ໂຄງການ “ຊ່ວຍນ້ອງໄປໂຮງຮຽນ - ລູກລ້ຽງຂອງຄ້າຍທະຫານຊາຍແດນ” ໄດ້ຢືນຢັນອາລົມຈິດຄວາມສະໜິດຕິດພັນລະຫວ່າງສອງປະເທດ, ສອງຊາດ ແລະລຸ້ນໜຸ່ມຂອງສອງປະເທດ.

ເສີມຂະຫຍາຍບົດບາດປະຈັນບານຂອງນາຍທະຫານຊາຍແດນໜຸ່ມສອງປະເທດ

ເມື່ອເບິ່ງຄືນຂັ້ນຕອນພະຍາຍາມສົມທົບກັນປະຕິບັດໜ້າທີ່ຂອງກຳລັງຄຸ້ມຄອງ ແລະ ປົກປັກຮັກສາຊາຍແດນສອງປະເທດຫວຽດນາມ - ລາວ ເຊິ່ງຫຼັກແຫຼ່ງແມ່ນໄວໜຸ່ມຂອງສອງກຳລັງ, ສາມາດຢັ້ງຢືນວ່າ ລາຍການພົບປະແລກປ່ຽນນາຍທະຫານຊາຍແດນໜຸ່ມ ຫວຽດນາມ-ລາວ ແມ່ນຂີດໝາຍສຳຄັນໃນວຽກງານການທູດດ້ານປ້ອງກັນຊາຍແດນ.

ທ່ານພັນເອກພິເສດ ຫງວຽນແທັງຫາຍ, ຫົວໜ້າຄະນະນາຍທະຫານຊາຍແດນໜຸ່ມຂອງຫວຽດນາມ ສະແດງຄວາມເຊື່ອໝັ້ນວ່າ ໃນໄລຍະຈະມາເຖິງ, ນາຍທະຫານຊາຍແດນໜຸ່ມຂອງສອງຝ່າຍ ຈະສືບຕໍ່ເສີມຂະຫຍາຍຄວາມຮັບຜິດຊອບ, ຄວາມຕັດສິນໃຈໃນການຮັກສາ, ປັບປຸງ ແລະ ເສີມຂະຫຍາຍນໍ້າໃຈສາມັກຄີມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດ ແລະ  ສອງຊາດເວົ້າລວມ ແລະ ລະຫວ່າງທະຫານຊາຍແດນຫວຽດນາມກັບກົມປ້ອງກັນຊາຍແດນລາວ ເວົ້າສະເພາະ; ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດປົກປັກຮັກສາ ແລະສ້າງສາສອງປະເທດໃຫ້ມີສັນຕິພາບ ແລະ ພັດທະນາຢ່າງວັດທະນາຖາວອນ.

leftcenterrightdel
ບັນດານາຍທະຫານຊາຍແດນໜຸ່ມສອງປະເທດ ຫວຽດນາມ-ລາວ ຢ້ຽມຊົມ, ຮັບຟັງການແນະນໍາ ທີ່ຫໍພິພິທະພັນມູນເຊື້ອຮ່ວມສໍາພັນສູ້ຮົບລາວ-ຫວຽດນາມ. ພາບ: bienphong.com.vn

ທ່ານພັນໂທ ສັກລິດ ພິຈິດ ໃຫ້ຮູ້ວ່າ, ນາຍທະຫານຊາຍແດນໜຸ່ມທັງສອງຝ່າຍ ຄວນສຸມໃສ່ຮັກສາການປະຕິບັດອະນຸສັນຍາວ່າດ້ວຍການຮ່ວມມືປ້ອງກັນຊາຍແດນລະຫວ່າງກະຊວງປ້ອງກັນປະເທດລາວ ແລະກະຊວງປ້ອງກັນປະເທດຫວຽດນາມ ທີ່ໄດ້ລົງນາມໃນວັນທີ 6 ມິຖຸນາ 2024 ຢ່າງເຂັ້ມງວດ; ເພີ່ມທະວີການສົມທົບກັນຄຸ້ມຄອງ ແລະ ປົກປັກຮັກສາຊາຍແດນ, ຈັດຕັ້ງການລາດຕະເວນສອງຝ່າຍຢູ່ຂັ້ນກອງຮ້ອຍຊາຍແດນຂອງລາວ ກັບຄ້າຍທະຫານຊາຍແດນຂອງຫວຽດນາມ; ສືບຕໍ່ເສີມຂະຫຍາຍບົດບາດຂອງໄວໜຸ່ມ, ຖັນແຖວນາຍທະຫານໃນບັນດາກົມກອງປ້ອງກັນຊາຍແດນຂອງສອງປະເທດ, ຜັນຂະຫຍາຍໜ້າທີ່ຮັກສາການແລກປ່ຽນຂໍ້ມູນຂ່າວສານ, ສະພາບການຄຸ້ມຄອງ ແລະ ປົກປັກຮັກສາຊາຍແດນ, ເພີ່ມທະວີການເຄື່ອນໄຫວສົມທົບກັນໂຄສະນາເຜີຍແຜ່, ຂົນຂວາຍປະຊາຊົນທີ່ຢູ່ສອງຟາກຊາຍແດນ ຍົກສູງຄວາມຮູ້ໃນການປະຕິບັດກົດຫມາຍ; ປະຕິບັດຕາມເອກະສານນິຕິກຳກ່ຽວກັບຊາຍແດນ ແລະ ຂໍ້ຕົກລົງທີ່ກ່ຽວຂ້ອງ ເຊິ່ງການນຳສອງຝ່າຍໄດ້ລົງນາມ.

ທ່ານພັນໂທ ສັກລິດ ພິຈິດ ຫວັງວ່າ ທະຫານຊາຍແດນຫວຽດນາມ ຈະສືບຕໍ່ໜູນຊ່ວຍທະຫານຊາຍແດນລາວ ໃນການບໍາລຸງສ້າງ, ຝຶກອົບຮົມດ້ານວິຊາການ, ແລກປ່ຽນບົດຮຽນປະສົບການໃນວຽກງານຄຸ້ມຄອງ ແລະປົກປັກຮັກສາຊາຍແດນ ເພື່ອເພີ່ມທະວີຄວາມສາມາດປະຕິບັດວຽກງານປ້ອງກັນຊາຍແດນສອງຝ່າຍ; ສືບຕໍ່ຈັດຕັ້ງການພົບປະ, ແລກປ່ຽນບົດຮຽນລະຫວ່າງບັນດາກົມກອງກ່ຽວກັບການຄຸ້ມຄອງ ແລະ ປົກປັກຮັກສາຊາຍແດນ.

ນອກຈາກນັ້ນ, ໃນຊຸມວັນບຸນເຕັດ, ປີໃໝ່, ວັນມູນເຊື້ອ, ສອງຝ່າຍສືບຕໍ່ຈັດຕັ້ງບັນດາການເຄື່ອນໄຫວພົບປະແລກປ່ຽນຄະນະຜູ້ແທນ, ອວຍພອນ, ຈັດການພົບປະແລກປ່ຽນດ້ານວັດທະນະທຳ, ສິລະປະ, ຈັດການແຂ່ງຂັນກິລາມິດຕະພາບ; ສົມທົບກັບອຳນາດການປົກຄອງທ້ອງຖິ່ນ ສືບຕໍ່ຜັນຂະຫຍາຍການເຄື່ອນໄຫວແຮກສ່ຽວລະຫວ່າງເຂດຊຸມຊົນ ທີ່ຢູ່ສອງຟາກຊາຍແດນ, ປະກອບສ່ວນຊຸກຍູ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ລາວ - ຫວຽດນາມ.

ໂດຍ: ທູຈາງ

 

 

ສໍາພັນສູ້ຮົບລາວ-ຫວຽດນາມ.