ທີ່ການພົບປະ, ສອງຝ່າຍໄດ້ເຫັນດີເປັນເອກະພາບຕໍ່ການຕີລາຄາວ່າ ແຕ່ປີ 2020 ມາຮອດປັດຈຸບັນ, ສະພາບຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຢູ່ສອງຟາກຊາຍແດນມີສະຖຽນລະພາບ; ທະຫານຊາຍແດນແຂວງກອນຕຸມ ແລະກອງບັນຊາການປ້ອງກັນຄວາມສະຫງົບແຂວງອັດຕະປື ແລະເຊກອງ ໄດ້ເສີມຂະຫຍາຍບົດບາດຫຼັກແຫຼ່ງແກ່ນສານ, ຮັບຜິດຊອບວຽກງານຮັກສາຄວາມສະຫງົບຢູ່ເຂດຊາຍແດນ. ສົມທົບກັນຮັກສາສັນຍາວ່າດ້ວຍກົດລະບຽບຊາຍແດນ ຫວຽດນາມ - ລາວ ຢ່າງເຂັ້ມງວດ, ສ້າງເງື່ອນໄຂສະດວກໃຫ້ແກ່ຄົນ, ພາຫະນະ, ສິນຄ້າເຂົ້າອອກເມືອງ, ສົ່ງອອກ-ນໍາເຂົ້າ, ພັດທະນາເສດຖະກິດ, ເພີ່ມທະວີການພົວພັນມິດຕະພາບ, ຄວາມສາມັກຄີ ພິເສດລະຫວ່າງອໍານາດການປົກຄອງ, ກໍາລັງປະກອບອາວຸດ ແລະປະຊາຊົນສອງປະເທດ ເວົ້າລວມ ແລະເຂດຊາຍແດນ ເວົ້າສະເພາະ.

leftcenterrightdel
ທະຫານຊາຍແດນແຂວງກອນຕຸມ ລົງນາມບົດບັນທຶກສົມທົບກັນກັບກອງບັນຊາການ ປ້ອງກັນຄວາມສະຫງົບແຂວງ ອັດຕະປື ແລະເຊກອງ, ລາວ. ພາບ: ວັນລີ້. 

ສອງຝ່າຍໄດ້ເຫັນດີເປັນເອກະພາບລົງນາມບົດບັນທຶກວ່າດ້ວຍການຜັນຂະຫຍາຍບັນດາເນື້ອໃນ, ມາດຕະການສົມທົບກັນໃນໄລຍະຈະມາເຖິງ. ຈຸດສຸມແມ່ນສືບຕໍ່ແລກປ່ຽນຂໍ້ມູນຂ່າວສານກ່ຽວກັບການເຄື່ອນໄຫວຂອງບັນດາເປົ້າໝາຍ, ອາດຊະຍາກໍາທີ່ກ່ຽວຂ້ອງເຖິງຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນສັງຄົມຢູ່ເຂດຊາຍແດນຂອງແຕ່ລະແຂວງ; ອາດຊະຍາກໍາທີ່ກ່ຽວຂ້ອງເຖິງຄວາມໝັ້ນຄົງແຫ່ງຊາດ, ອາດຊະຍາກໍາຂ້າມຊາດ, ເປົ້າໝາຍຂົນສົ່ງ, ຊື້ຂາຍຢາເສບຕິດ, ນໍາໃຊ້ອາວຸດ, ທາດລະເບີດຜິດກົດມາຍ; ການຄ້າມະນຸດ, ອາດຊະຍາກໍາເຕັກໂນໂລຊີສູງ, ເຄືອຂ່າຍອິນເຕີແນັດ, ເງິນປອມ, ເຂົ້າອອກເມືອງຜິດກົດໝາຍ, ຂຸດຄົ້ນຊັບພະຍາກອນທໍາມະຊາດຜິດກົດໝາຍ; ສະພາບອົບພະຍົບເສລີ, ໄພພິບັດທໍາມະຊາດ, ໂລກລະບາດຜ່ານຊາຍແດນ.

ສືບຕໍ່ປະສານສົມທົບກັນກວດກາ, ຄວບຄຸມຄົນ, ພາຫະນະເຂົ້າອອກເມືອງຜ່ານດ່ານໃຫ້ຖືກຕາມຂໍ້ກໍານົດຂອງກົດໝາຍແຕ່ລະປະເທດ. ເພີ່ມທະວີການສົມທົບຊ່ວຍເຫຼືອກັນ, ຝຶກອົບຮົມດ້ານວິຊາການ, ຈັດຕັ້ງຄະນະ ໄປຄົ້ນຄວ້າ, ແລກປ່ຽນບົດຮຽນກ່ຽວກັບວຽກງານຕ້ານ ແລະສະກັດກັ້ນອາດຊະຍາກໍາ, ການລະເມີດກົດໝາຍ. ຍູ້ແຮງການໂຄສະນາສຶກສາອົບຮົມປະຊາຊົນປະຕິບັດສັນຍາວ່າດ້ວຍກົດລະບຽບຊາຍແດນ ແລະດ່ານຊາຍແດນທາງບົກ, ບັນດາຂໍ້ກໍານົດຂອງກົດໝາຍຢ່າງເຂັ້ມງວດ, ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດລະຫວ່າງສອງປະເທດ ຫວຽດນາມ-ລາວ.

ໂດຍ: ໄຊຊະນະ