ກອງປະຊຸມແມ່ນເພື່ອພິຈາລະນາຕົກລົງວຽກງານບຸກຄະລາກອນຂຶ້ນກັບສິດອຳນາດຂອງສະພາແຫ່ງຊາດ. ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ເຂົ້າຮ່ວມກອງປະຊຸມ. ກ່ອນໄຂກອງປະຊຸມ, ບັນດາສະມາຊິກສະພາແຫ່ງຊາດໄດ້ສະຫງວນໜຶ່ງນາທີ ກົ້ມຫົວໄວ້ອາໄລທ່ານອະດີດເລຂາທິການໃຫຍ່ ຫງວຽນຝູຈ້ອງ. 

leftcenterrightdel
ກອງປະຊຸມວິສາມັນ ຄັ້ງທີ 8, ສະພາແຫ່ງຊາດ ຊຸດທີ XV. ພາບ:  quochoi.vn

ກ່າວຄຳເຫັນໄຂກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ໃຫ້ຮູ້ວ່າ: ສະພາແຫ່ງຊາດໄດ້ດຳເນີນການປຶກສາຫາລື, ປະກອບຄຳເຫັນກ່ຽວກັບການຍົກເລີກຕຳແໜ່ງຂອງປະທານສານປະຊາຊົນສູງສຸດ, ປະທານອົງການໄອຍະການປະຊາຊົນສູງສຸດ ເພື່ອໃຫ້ປະຕິບັດວຽກງານອື່ນ; ໃຫ້ສັດຕະຍາບັນຍົກເລີກຕຳແໜ່ງຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງຍຸຕິທຳ ເພື່ອຮັບໜ້າທີ່ໃໝ່; ໃຫ້ສັດຕະຍາບັນຍົກເລີກຕຳແນ່ງຮອງນາຍົກລັດຖະມົນຕີໜຶ່ງທ່ານ ແລະ ລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມ ໃຫ້ເຊົາດຳລົງຕຳແໜ່ງ;  ປົດຕຳແໜ່ງສະມາຊິກສະພາແຫ່ງຊາດຊຸດທີ XV ໜຶ່ງທ່ານ. ສະເໜີບັນດາສະມາຊິກສະພາແຫ່ງຊາດ ເສີມຂະຫຍາຍຈິດໃຈປະຊາທິປະໄຕ, ຍົກສູງຈິດໃຈຄວາມຮັບຜິດຊອບ, ພິຈາລະນາ, ປຶກສາຫາລືຢ່າງລະອຽດ ກ່ຽວກັບການຕົກລົງວຽກງານບຸກຄະລາກອນ ຮັບປະກັນຄວາມເຂັ້ມງວດ, ຖືກຕ້ອງຕາມຂໍ້ກຳນົດຂອງພັກ, ກົດໝາຍຂອງລັດ, ບັນລຸໄດ້ຄວາມເຫັນດີເຫັນພ້ອມ ຢູ່ໃນລະດັບສູງສຸດ.

ໂດຍ: ກວຽດເຕິມ