leftcenterrightdel
ທ່ານພົນໂທ ຫວໍມີງເລືອງ ພ້ອມກັບຜູ້ແທນກົ້ມຫົວໄວ້ອາໄລ 1 ນາທີ ເພື່ອສະແດງຄວາມຮູ້ບຸນຄຸນຕໍ່ນັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ. ພາບ: ເຈິ່ນຢຸງ

ທ່ານພົນໂທ ຫວໍມີງເລືອງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຮອງຫົວໜ້າຄະນະຊີ້ນຳແຫ່ງຊາດ 515 ເຂົ້າຮ່ວມພິທີ. ເຂົ້າຮ່ວມຍັງມີການນໍາກອງບັນຊາການທະຫານເຂດ 4, ແຂວງກວ໋າງຈິ ແລະແຂວງສະຫວັນນະເຂດ (ລາວ).

ເຖິງວ່າວຽກງານຊອກຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດນັບມື້ນັບຫຍຸ້ງຍາກ, ລຳບາກ, ແຕ່ດ້ວຍອາລົມຈິດ, ຄວາມຮັບຜິດຊອບດ້ານການເມືອງ, ພະນັກງານ, ພາລະກອນກອງທ້ອນໂຮມ 584 ຊອກຫາ, ຂຸດເອົາໄດ້ 12 ອັດຖິ.

leftcenterrightdel
 
leftcenterrightdel
ສົ່ງອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ ໄປປົງໄວ້ຢູ່ສຸສານ. ພາບ: ເຈິ່ນຢຸງ

ທີ່ພິທີ, ບັນດາຜູ້ແທນພ້ອມກັບປະຊາຊົນ ແລະພະນັກງານ, ນັກຮົບກຳລັງປະກອບອາວຸດ ໄດ້ຖະຫວາຍທູບທຽນ, ດອກໄມ້ ແລະກົ້ມຫົວໄວ້ອາໄລ 1 ນາທີເພື່ອສະແດງຄວາມຮູ້ບຸນຄຸນຕໍ່ນັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ. ໃນບັນຍາກາດທີ່ເຄັ່ງຂຶມ, ເຄົາລົບນັບຖື, ຕໍ່ໜ້າດວງວິນຍານບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ, ທ່ານ ຮວ່າງນາມ ຮອງປະທານຄະນະກໍາມະການປະຊາຊົນແຂວງ, ຫົວໜ້າຄະນະຊີ້ນຳ 515 ແຂວງກວ໋າງຈິ ສະແດງຄວາມສະເທືອນໃຈວ່າ: “ການເສຍສະຫຼະຊີວິດຂອງນັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ ເປັນສັນຍາລັກອັນສູງສົ່ງແຫ່ງນ້ຳໃຈຫວຽດນາມ ກັບເພື່ອນມິດສາກົນ, ສະແດງໃຫ້ເຫັນນໍ້າໃຈມິດຕະພາບ, ສັດຊື່ບໍລິສຸດ, ຍືນຍົງຄົງຕົວໄປຊົ່ວກາລະນານລະຫວ່າງປະຊາຊົນສອງປະເທດຫວຽດນາມ-ລາວ. ອົງຄະນະພັກ, ອຳນາດການປົກຄອງ ແລະປະຊາຊົນແຂວງກວ໋າງຈິ ຈະເບິ່ງແຍງສຸສານດ້ວຍຄວາມເຄົາລົບນັບຖືຢ່າງເລິກເຊິ່ງ ແລະປະຕິຍານວ່າຈະດຳລົງຊີວິດໃຫ້ສົມກັບການເສຍສະຫຼະອັນສູງສົ່ງຂອງບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ”.

ໂດຍ: ເຈິ່ນຮວ່ຽນ