ຜູ້ຕາງໜ້າຄະນະຈັດຕັ້ງພິທີໄດ້ຖະແຫຼງໃຫ້ຮູ້ວ່າ: ໃນລະດູແລ້ງປີ 2023-2024, ກອງທ້ອນໂຮມອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ 584 (ຂຶ້ນກັບກອງບັນຊາການທະຫານແຂວງກວາງຈິ) ໄດ້ຈັດຕັ້ງການຊອກຫາອັດຖິຂອງທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ແຂວງສະຫວັນນະເຂດ. ຍ້ອນມີການຊ່ວຍເຫຼືອຂອງພະນັກງານ, ປະຊາຊົນລາວ, ກອງທ້ອນໂຮມ 584 ຈຶ່ງພົບເຫັນ ແລະຂຸດຄົ້ນອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ 12 ຊຸດ. ຫຼັງຈາກນັ້ນ, ບັນດາອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດໄດ້ເຄື່ອນຍ້າຍໄປໄວ້ຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດແຫ່ງຊາດ ຖະໜົນ 9 ເພື່ອຈັດພິທີໄວ້ອາໄລ ແລະຝັງອັດຖິໃນວັນທີ 22 ພຶດສະພາ.

leftcenterrightdel
ພິທີມອບ-ຮັບອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ ກັບຄືນປະເທດ. ພາບ: congan.com.vn

ທີ່ພິທີ, ບັນດາຜູ້ແທນຂອງສອງປະເທດໄດ້ຖະຫວາຍດອກໄມ້, ທູບທຽນອາໄລຫາບັນດາວິລະຊົນນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ ທີ່ສູ້ຮົບຢ່າງອົງອາດກ້າຫານ, ເສຍສະຫຼະຊີວິດເພື່ອຊາດ ແລະຈິດໃຈສາກົນອັນສູງສົ່ງ.

leftcenterrightdel
ພິທີມອບ-ຮັບ ແລະເຄື່ອນຍ້າຍອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດໄປໄວ້ຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດແຫ່ງຊາດ ທາງເລກ 9. ພາບ: congan.com.vn

ທ່ານພົນຈັດຕະວາ ສີ ທະວີໄຊ, ຫົວໜ້າການເມືອງກອງບັນຊາການທະຫານແຂວງ, ຮອງປະທານຄະນະປະຕິບັດງານພິເສດແຂວງສະຫວັນນະເຂດ ໄດ້ສະແດງຄວາມເຄົາລົບ, ອຳລາບັນດາວິລະຊົນ, ນັກຮົບຂອງຫວຽດນາມ ທີ່ໄດ້ເສຍສະຫຼະຊີວິດເພື່ອຊາດຢູ່ແຂວງສະຫວັນນະເຂດ ກັບຄືນບ້ານເກີດເມືອງນອນ, ປະເທດຊາດ; ຢືນຢັນວ່າ ພັກ, ລັດ ແລະປະຊາຊົນລາວບັນດາເຜົ່າ ເວົ້າລວມ ແລະອໍານາດການປົກຄອງ, ປະຊາຊົນແຂວງສະຫວັນນະເຂດ ເວົ້າສະເພາະ ຍາມໃດກໍ່ຮູ້ບຸນຄຸນຕໍ່ວິລະຊົນນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ ເພື່ອພັນທະສາກົນອັນສູງສົ່ງ; ເພື່ອເອກະລາດ, ເສລີພາບຂອງສອງປະເທດ ລາວ-ຫວຽດນາມ.

ໂດຍ: ຈາງຫງວຽນ