ເຂົ້າຮ່ວມກອງປະຊຸມມີສະຫາຍ ຟ້າມມິງຈິ໊ງ, ກຳມະການກົມການເມືອງ, ນາຍົກລັດຖະມົນຕີ, ກໍາມະການຄະນະປະຈຳຄະນະພັກການທະຫານສູນກາງ; ທ່ານພົນເອກ ຟານວັນຢາງ, ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ.

leftcenterrightdel
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ກັບບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ. ພາບ: qdnd.vn

ປະຕິບັດສໍາເລັດໜ້າທີ່ການທະຫານ, ການປ້ອງກັນຊາດຢ່າງຮອບດ້ານ

leftcenterrightdel
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: qdnd.vn

ບົດລາຍງານທີ່ກອງປະຊຸມໃຫ້ຮູ້ວ່າ, ແຕ່ຕົ້ນອາຍຸການມາຮອດປະຈຸບັນ, ຄະນະປະຈຳຄະນະພັກການທະຫານສູນກາງ ແລະກະຊວງປ້ອງກັນປະເທດ ໄດ້ຊີ້ນຳ, ນໍາພາທົ່ວກອງທັບ ສາມັກຄີ, ເປັນເອກະພາບ, ມານະພະຍາຍາມສູ້ຊົນ, ປະຕິບັດສໍາເລັດພາລະບົດບາດກອງທະຫານສູ້ຮົບ, ກອງທະຫານປະຕິບັດງານ, ກອງທະຫານອອກແຮງງານທໍາການຜະລິດ, ປະຕິບັດໜ້າທີ່ການທະຫານ, ການປ້ອງກັນຊາດຢ່າງຮອບດ້ານ, ພົ້ນເດັ່ນແມ່ນ: ປະຕິບັດພາລະບົດບາດເປັນເສນາທິການຍຸດທະສາດເປັນຢ່າງດີ, ເປັນເສນາທິການ ແລະແກ້ໄຂທຸກກໍລະນີ ຢ່າງທັນການ, ມີໄຫວພິບ ແລະມີປະສິດທິຜົນ, ຮັກສາທ່າເປັນເຈົ້າການໄວ້ຢ່າງໝັ້ນຄົງ, ບໍ່ປະໃຫ້ຕົກຢູ່ໃນທ່າຮັບໂດຍບັງເອີນ, ປົກປັກຮັກສາອະທິປະໄຕຜືນແຜ່ນດິນ ແລະຜົນປະໂຫຍດຂອງຊາດ, ຂອງປະເທດຊາດໄວ້ຢ່າງໝັ້ນຄົງ. ພະນັກງານ, ນັກຮົບທົ່ວກອງທັບ ບໍ່ຫວາດຫວັ່ນຕໍ່ຄວາມຫຍຸ້ງຍາກລໍາບາກ, ການເສຍສະຫຼະ, ປະຈັນບານ, ນຳໜ້າໃນການສະກັດກັ້ນ, ຕ້ານໄພທໍາມະຊາດ, ໂລກລະບາດ, ການຊອກຫາ, ກູ້ໄພ; ...

leftcenterrightdel
ທ່ານພົນເອກ ຟານວັນຢາງ, ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: qdnd.vn

ຮັກສາລະບອບກຽມພ້ອມສູ້ຮົບຢ່າງເຂັ້ມງວດ, ຄຸ້ມຄອງ ແລະປົກປັກຮັກສາອະທິປະໄຕຜືນແຜ່ນດິນໄວ້ຢ່າງໝັ້ນຄົງ, ສົມທົບກັນຮັກສາຄວາມໝັ້ນຄົງໃນຂອບເຂດທົ່ວປະເທດ. ວຽກງານກໍ່ສ້າງກອງທັບໃຫ້ມີຄວາມເຂັ້ມແຂງດ້ານການເມືອງ, ກໍ່ສ້າງອົງຄະນະພັກກອງທັບໃຫ້ປອດໃສ, ເຂັ້ມແຂງ ແມ່ນໄດ້ເອົາໃຈໃສ່ເປັນພິເສດ; ຮັກສາ ແລະເພີ່ມທະວີການນຳພາຂອງພັກຕໍ່ກອງທັບ ຢ່າງເດັດຂາດ, ໂດຍກົງ ແລະຮອບດ້ານ.

ເອົາໃຈໃສ່ກໍ່ສ້າງກອງທັບໃຫ້ໝັ້ນຄົງເຂັ້ມແຂງໃນທຸກດ້ານ

ກ່າວຄຳເຫັນທີ່ກອງປະຊຸມ, ຕາງໜ້າການນຳພັກ ແລະລັດ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ຕີລາຄາສູງ, ຍ້ອງຍໍ ແລະຊົມເຊີຍບັນດາໝາກຜົນ ແລະຜົນງານຂອງຄະນະປະຈຳຄະນະພັກການທະຫານສູນກາງ, ການນຳກະຊວງປ້ອງກັນປະເທດ ແລະພະນັກງານ, ນັກຮົບທົ່ວກອງທັບບັນລຸໄດ້ ນັບແຕ່ຕົ້ນອາຍຸການມາຮອດປະຈຸບັນ.

ທ່ານເລຂາທິການໃຫຍ່, ປະທານປະເທດ ຢືນຢັນວ່າ: ກອງທັບມີບົດບາດສຳຄັນໃນການຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ ເພື່ອສ້າງສາ ແລະພັດທະນາປະເທດຊາດ. ປົກປັກຮັກສາປະເທດຊາດ ແມ່ນໜ້າທີ່ສໍາຄັນຂອງກອງທັບ. ກອງທັບຕ້ອງເອົາໃຈໃສ່ກໍ່ສ້າງທຸກດ້ານໃຫ້ໝັ້ນຄົງເຂັ້ມແຂງ.

leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: qdnd.vn

ກ່ຽວກັບທິດທາງໜ້າທີ່ໃນໄລຍະຈະມາເຖິງ, ທ່ານເລຂາທິການໃຫຍ່, ປະທານປະເທດ ໄດ້ຮຽກຮ້ອງໃຫ້ຄະນະພັກການທະຫານສູນກາງ ແລະກະຊວງປ້ອງກັນປະເທດ ສຸມໃສ່ປະຕິບັດບາງເນື້ອໃນສຳຄັນເປັນຢ່າງດີ ຄື: ເປັນເຈົ້າການຄົ້ນຄວ້າ, ສະເໜີປະກາດໃຊ້ບັນດາແຜນນະໂຍບາຍ, ນະໂຍບາຍ, ກົດໝາຍວ່າດ້ວຍການທະຫານ ແລະການປ້ອງກັນຊາດຕອບສະໜອງໜ້າທີ່ປົກປັກຮັກສາປະເທດຊາດທັງໃນຕໍ່ໜ້າ ແລະຍາວນານ.  ຮັບຮູ້ ແລະຊາບຊຶມການປະຕິບັດແນວທາງທົ່ວປວງຊົນປ້ອງກັນຊາດ, ສົງຄາມປະຊາຊົນໃຫ້ເລິກເຊິ່ງກວ່າອີກ, ປົກປັກຮັກສາປະເທດຊາດໃນສະພາບການໃໝ່, ດ້ວຍທັດສະນະອີງໃສ່ປະຊາຊົນ, “ປະຊາຊົນເປັນກົກ”, ເປັນໃຈກາງ, ເປັນເຈົ້າກຳ. ຍົກສູງປະສິດທິພາບ, ປະສິດທິຜົນການຄຸ້ມຄອງຂອງລັດ ກ່ຽວກັບການປ້ອງກັນຊາດຢູ່ທຸກຂັ້ນ; ຍົກສູງຄຸນນະພາບສັງລວມ, ກຳລັງແຮງສູ້ຮົບຂອງກອງທັບ. ຜັນຂະຫຍາຍ, ດັດປັບການຈັດຕັ້ງກໍາລັງຢ່າງແໜ້ນແຟ້ນ, ມີແບບມີແຜນ, ຖືກຕາມແຜນການ ແລະຂັ້ນຕອນ. ເອົາໃຈໃສ່ກໍ່ສ້າງກອງທັບໃຫ້ໝັ້ນຄົງເຂັ້ມແຂງດ້ານການເມືອງ, ອົງຄະນະພັກກອງທັບປອດໃສ,  ໝັ້ນຄົງເຂັ້ມແຂງ, ເປັນແບບຢ່າງ, ໂດດເດັ່ນທັງດ້ານການເມືອງ, ແນວຄິດ, ຄຸນສົມບັດ, ການຈັດຕັ້ງ ແລະພະນັກງານ; ຮັກສາ ແລະເພີ່ມທະວີການນຳພາຂອງພັກຕໍ່ກອງທັບ ຢ່າງເດັດຂາດ, ໂດຍກົງ ແລະຮອບດ້ານ.

ທ່ານເລຂາທິການໃຫຍ່, ປະທານປະເທດ ສະເໜີໃຫ້ຄະນະປະຈໍາຄະນະພັກການທະຫານສູນກາງ ແລະການນໍາກະຊວງປ້ອງກັນປະເທດ ສຸມໃສ່ຊີ້ນໍາ, ນໍາພາ, ສືບຕໍ່ຊາບຊຶມບັນດາແຜນນະໂຍບາຍ, ໜ້າທີ່, ສ້າງເຈດຈຳນົງ, ຄວາມຕັດສິນໃຈສູງໃຫ້ທົ່ວກອງທັບ, ສາມັກຄີ, ແກ້ໄຂຄວາມຫຍຸ້ງຍາກ, ມານະພະຍາຍາມສູ້ຊົນປະຕິບັດສຳເລັດໜ້າທີ່ທີ່ຍັງເຫຼືອໃນອາຍຸການ; ພ້ອມທັງຊີ້ນຳ, ຈັດຕັ້ງກອງປະຊຸມໃຫຍ່ຂອງພັກທຸກຂັ້ນ ແລະກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກອງທັບຄັ້ງທີ XII ໃຫ້ເປັນຢ່າງດີ, ເພື່ອໃຫ້ອົງຄະນະພັກກອງທັບເປັນອົງຄະນະພັກແບບຢ່າງໃນການຊີ້ນຳ, ຈັດຕັ້ງກອງປະຊຸມໃຫຍ່ອາຍຸການ 2025 - 2030. 

* ກ່ອນໜ້ານີ້, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ; ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ພ້ອມກັບຄະນະປະຕິບັດງານ ແລະການນຳຂອງກະຊວງປ້ອງກັນປະເທດ ໄດ້ປູກຕົ້ນໄມ້ທີ່ລະນຶກຢູ່ຂອບເຂດສຳນັກງານກະຊວງປ້ອງກັນປະເທດ.

ໂດຍ: ທະນາພອນ