leftcenterrightdel
ເຄື່ອນຍ້າຍອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ ໄປຝັງໄວ້ຢູ່ສຸສານ. ພາບ: qdnd.vn

ພາຍຫຼັງກວ່າ 6 ເດືອນຂອງການປະຕິບັດໜ້າທີ່ໃນບໍລິເວນ 11 ເມືອງ ຂຶ້ນກັບແຂວງສາລະວັນ ແລະແຂວງເຊກອງ, ກອງທ້ອນໂຮມ 192, ກອງບັນຊາການທະຫານແຂວງເທື່ອທຽນເຫວ້ ໄດ້ຈັດຕັ້ງກຳລັງ, ພາຫະນະໄປຄົ້ນຫາ, ກວດຄົ້ນ ແລະສາມາດຂຸດໄດ້ 12 ອັດຖິ (ໃນນັ້ນຢູ່ແຂວງສາລະວັນ 7 ອັດຖິ, ຢູ່ແຂວງເຊກອງ 5 ອັດຖິ).

ໃນບັນຍາກາດທີ່ເຄັ່ງຂຶມ, ບັນດາຜູ້ແທນໄດ້ຖະຫວາຍທູບທຽນ, ດອກໄມ້ອາໄລຫາ ແລະກົ້ມຫົວໄວ້ອາໄລເປັນເວລາ 1 ນາທີເພື່ອສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ນັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ ທີ່ໄດ້ເສຍສະຫຼະຊີວິດຢ່າງພິລະອາດຫານເພື່ອພາລະກິດປົດປ່ອຍຊາດ, ປົກປັກຮັກສາປະເທດຊາດ, ເພື່ອພັນທະສາກົນອັນສູງສົ່ງ.

ທ່ານພົນໂທ ຫວໍມີງເລືອງ ໄດ້ມອບຂອງຂວັນ, ລະດົມກໍາລັງໃຈໃຫ້ພະນັກງານ, ພາລະກອນກອງທ້ອນໂຮມ 192 ທີ່ປະຕິບັດສຳເລັດໜ້າທີ່ຊອກຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ລາວ ໃນລະດູແລ້ງ 2023-2024.

ໂດຍ: ເຈິ່ນຮວ່ຽນ