ຕອນເຊົ້າວັນທີ 14 ພຶດສະພາ, ຢູ່ເທດສະບານເມືອງຊຳເໜືອ, ແຂວງຫົວພັນ, ຄະນະຊີ້ນຳ 515 ແຂວງແທັງຮວ໊າ ແລະຄະນະປະຕິບັດງານພິເສດແຂວງຫົວພັນ ຈັດພິທີມອບຮັບອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ, ທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ລາວ (ການຊອກຫາ ແລະເຕົ້າໂຮມໃນລະດູແລ້ງ 2023-2024).

leftcenterrightdel
ຜູ້ຕາງໜ້າຄະນະປະຕິບັດງານພິເສດສອງແຂວງຫົວພັນ ແລະແທັງຮວ໊າ ໄດ້ລົງນາມໃນບົດບັນທຶກການມອບ-ຮັບອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ລາວ. ພາບ: baothanhhoa.vn

ທ່ານພັນເອກພິເສດ ເລວັນຈູງ, ຫົວໜ້າການເມືອງກອງບັນຊາການທະຫານແຂວງ, ຮອງຫົວໜ້າຜູ້ປະຈໍາການຄະນະຊີ້ນຳ 515 ແຂວງແທັງຮວ໊າ ແລະທ່ານພັນເອກ ພັນສີ ສອນມີໄຊ, ຫົວໜ້າການເມືອງກອງບັນຊາການທະຫານແຂວງຫົວພັນ ເປັນປະທານພິທີມອບ-ຮັບ.

ໃນລະດູແລ້ງ 2023-2024, ກອງທ້ອນໂຮມຂອງກອງບັນຊາການທະຫານແຂວງແທັງຮວ໊າ ໄດ້ສົມທົບກັບຄະນະພັກ, ອຳນາດການປົກຄອງ ແລະປະຊາຊົນທ້ອງຖິ່ນ (ລາວ) ຜ່ານຜ່າຄວາມຫຍຸ້ງຍາກ, ລຳບາກ, ຊອກຫາ, ແລະທ້ອນໂຮມໄດ້ 15 ອັດຖິທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ເມືອງຊຳເໜືອ, ວຽງໄຊ, ເມືອງຫ້ຽມ, ເມືອງສອນ, ຫົວເມືອງຂອງແຂວງຫົວພັນ.

ຕາງໜ້າຄະນະຊີ້ນຳ 515 ແຂວງແທັງຮວ໊າ, ທ່ານພັນເອກພິເສດ ເລວັນຈູງ ໄດ້ສະແດງຄວາມສະເທືອນໃຈ ແລະຂອບໃຈຢ່າງຈິງໃຈຕໍ່ພັກ, ລັດ, ຄະນະປະຕິບັດງານພິເສດແຂວງຫົວພັນ, ກໍາລັງປະກອບອາວຸດ ແລະປະຊາຊົນລາວ ບັນດາເຜົ່າ ໄດ້ສ້າງທຸກເງື່ອນໄຂສະດວກ, ຊ່ວຍເຫຼືອເພື່ອໃຫ້ກອງຊອກຫາ, ຂຸດຄົ້ນ ແລະທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ປະຕິບັດສຳເລັດໜ້າທີ່ຢ່າງຈົບງາມ.

ຕາມແຜນການແລ້ວ, ຕອນເຊົ້າວັນທີ 15 ພຶດສະພາ, ການນຳບັນດາອົງການ, ກົມກອງທີ່ກ່ຽວຂ້ອງຂອງສອງແຂວງ ແລະປະຊາຊົນ ຈະຖະຫວາຍທູບທຽນອາໄລຫາກ່ອນທີ່ສົ່ງນັກຮົບເສຍສະຫຼະຊີວິດເພື່ອຊາດ ກັບຄືນປະເທດຜ່ານດ່ານສາກົນນາແມ່ວ ແລະຈະຈັດພິທີປົງອັດຖິຢູ່ສຸສານສາກົນດົງເຕີມ, ເມືອງບ໊າເທື໊ອກ, ແຂວງແທັງຮວ໊າ, ໃນຕອນເຊົ້າວັນທີ 16 ພຶດສະພາ.

ໂດຍ: ໄຊນີດາ