ສະຫາຍພັນເອກພິເສດ ຮ໊ານວັນຮຸ່ງ, ຫົວໜ້າກອງທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ເລົ່າຄືນວ່າ: ເມື່ອໄປຮອດບ້ານໝອກ, ເມືອງປາກອູ, ກອງໂຊກດີເມື່ອພົບກັບພໍ່ເຖົ້າ ທ໋າວອາເຢີ (ອາຍຸ 82 ປີ), ລາວໄດ້ແນະນຳບ່ອນທີ່ທະຫານຫວຽດນາມ ເສຍສະຫຼະຊີວິດ. ເມື່ອກຳນົດສະຖານທີ່ຖືກຕ້ອງ, ໃນເວລາພຽງໜຶ່ງມື້ ກອງໄດ້ຊອກເຫັນອັດຖິນັກຮົບເສຍສະຫຼະຊີວິດ 3 ອັດຖິທີ່ມີຊື່ ແລະນາມສະກຸນຢ່າງຄົບຖ້ວນ, ລວມມີສະຫາຍ: ລໍ່ວັນກິ້ງ, ເກີດປີ 1949, ຢູ່ຕາແສງເມື່ອງມູ່ນ, ເມືອງຕ໋ວນຢ໊າວ, ແຂວງດ້ຽນບຽນ, ເສຍສະຫຼະຊີວິດໃນປີ 1970; ກາວຊວນຫງ໊າຍ, ເກີດປີ 1941, ຢູ່ນະຄອນຮ່າໂນ້ຍ, ເສຍສະຫຼະຊີວິດໃນປີ 1970; ຮວ່າງວັນໂຄ໊ນ, ເກີດປີ 1945, ຢູ່ຕາແສງຈ່ຽງດົງ, ເມືອງອຽນເຈົາ, ແຂວງເຊີນລາ, ເສຍສະຫຼະຊີວິດໃນປີ 1970.

ປະຈຸບັນ, ຫ້ອງການເມືອງທະຫານເຂດ 2 ສົ່ງອັດຖິນັກຮົບເສຍສະຫຼະຊີວິດ 3 ອັດຖິ ກັບຄືນຖິ່ນກຳເນີດ, ຈັດຕັ້ງພິທິມອບ-ຮັບ, ໄຫວ້ອາໄລ ແລະປົງອັດຖິຖືກຕາມຂໍ້ກໍານົດ. ກອງທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ຫວັງວ່າຈະສືບຕໍ່ໄດ້ຮັບຂໍ້ມູນເພີ່ມເຕີມກ່ຽວກັບອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ຈາກບັນດາກົມກອງ ແລະນັກຮົບເກົ່າ, ປະກອບສ່ວນຍູ້ໄວຄວາມຄືບໜ້າຊອກຫາ ແລະກໍານົດຊື່ ແລະນາມສະກຸນອັດຖິນັກຮົບເສຍສະຫຼະຊີວິດ ເພື່ອຊາດທີ່ຍັງຂາດຂໍ້ມູນ. ຂໍ້ມູນທັງໝົດຂໍໃຫ້ຝາກມາຫ້ອງການເມືອງທະຫານເຂດ 2 ຫຼືລາຍການ "ຂໍ້ມູນກ່ຽວກັບຂຸມຝັງສົບຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ"

ຄໍລຳ "ຂໍ້ມູນກ່ຽວກັບຂຸມຝັງສົບຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ" - ໜັງສືພິມກອງທັບປະຊາຊົນ, ເລກທີ 7 ຟານດິ່ງຟຸ່ງ, ຮ່າໂນ້ຍ; ເບີໂທລະສັບ: 069.554119; ອີເມວ: congtacdang@qdnd.vn.

ໂດຍ: ທະນາພອນ