ການນຳພັກ, ລັດ ເຂົ້າຮ່ວມລາຍການຖ່າຍທອດສົດ “2 ຝາມືສ້າງສາປະເທດຊາດ”
ເນື່ອງໃນໂອກາດສະເຫຼີມສະຫຼອງ 85 ປີແຫ່ງວັນປະທານ ໂຮ່ຈີມິນ ກັບເມືອປະເທດຊີ້ນຳການປະຕິວັດ ຫວຽດນາມ ໂດຍກົງ (28/1/1941 - 28/1/2026), ຕອນຄ່ຳວັນທີ 28 ມັງກອນ, ຄະນະກຳມະການປະຊາຊົນແຂວງ ກາວບັ່ງ, ນະຄອນ ຮ່າໂນ້ຍ, ແຂວງເງະອານ, ນະຄອນ ໂຮ່ຈີມິນ ແລະໂທລະພາບແຫ່ງຊາດ ຫວຽດນາມ ໄດ້ສົມທົບກັນຈັດລາຍການຖ່າຍທອດສົດ “2 ຝາມືສ້າງສາປະເທດຊາດ” ເຊື່ອມຕໍ່ຢູ່ສະຖານທີ່ປະຫວັດສາດ 4 ແຫ່ງ, ແມ່ນ: ກາວບັ່ງ - ຮ່າໂນ້ຍ - ເງະອານ - ນະຄອນໂຮ່ຈີມິນ.
ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໄດ້ເຂົ້າຮ່ວມຢູ່ຈຸດເຊື່ອມຕໍ່ເຂດປູຊີນີຍະສະຖານແຫ່ງຊາດພິເສດ ປາກປໍ, ຕາແສງເຈື່ອງຮ່າ, ແຂວງກາວບັ່ງ. ທ່ານປະທານປະເທດ ເລືອງເກື່ອງ ເຂົ້າຮ່ວມຢູ່ຈຸດເຊື່ອມຕໍ່ນະຄອນ ໂຮ່ຈີມິນ. ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເຂົ້າຮ່ວມຈຸດເຊື່ອມຕໍ່ ຮ່າໂນ້ຍ.
    |
 |
|
ບັນດາສະຫາຍການນຳພັກ, ລັດ ເຂົ້າຮ່ວມລາຍການຖ່າຍທອດສົດ “2 ຝາມືສ້າງສາປະເທດຊາດ”. ພາບ: ສໍານັກຂ່າວສານຫວຽດນາມ |
ກ່າວຄຳເຫັນຈາກຈຸດເຊື່ອມຕໍ່ ກາວບັ່ງ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ຢືນຢັນວ່າ ຄຸນຄ່າທີ່ໃຫຍ່ຫຼວງຂອງເຫດການປະທານ ໂຮ່ຈີມິນ ກັບເມືອປະເທດກ່ອນນີ້ 85 ປີ ບໍ່ພຽງແຕ່ນອນໃນປະຫວັດສາດເທົ່ານັ້ນ, ຫາກຍັງຢູ່ບັນດາບົດຮຽນທີ່ຍັງມີຄວາມໝາຍແຫ່ງຍຸກສະໄໝເໝືອນເດີມອີກດ້ວຍ. ນັ້ນແມ່ນບົດຮຽນກ່ຽວກັບຄວາມເຂັ້ມແຂງດ້ວຍຕົນເອງ, ເຊິ່ງແມ່ນເງື່ອນໄຂຊີ້ຂາດເພື່ອປົກປັກຮັກສາເອກະລາດຂອງຊາດ.
ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກວ່າ: “ການເບິ່ງແຍງດູແລໃຫ້ເຂດກົກເຄົ້າປະຫວັດສາດ, ໃຫ້ແກ່ພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ, ໃຫ້ແກ່ເຂດຊາຍແດນ ບໍ່ພຽງແຕ່ແມ່ນນະໂຍບາຍສັງຄົມເທົ່ານັ້ນ, ຫາກຍັງແມ່ນລົງທຶນໃຫ້ແກ່ພື້ນຖານຄວາມໝັ້ນຄົງ, ໃຫ້ແກ່ອະນາຄົດອັນຍາວນານຂອງຊາດອີກດ້ວຍ. ຈາກ ປາກປໍ, ແຫ່ງທີ່ປະທານໂຮ່ຈີມິນ ກັບເມືອ ແລະຕັ້ງຄວາມໄວ້ເນື້ອເຊື່ອໃຈຕໍ່ປະຊາຊົນ, ພວກເຮົາຊາບຊຶມໄດ້ສັດຈະທຳທີ່ລຽບງ່າຍແຕ່ເລິກເຊິ່ງ: ເມື່ອຈິດໃຈປະຊາຊົນໝັ້ນຄົງ, ປະເທດຊາດຈຶ່ງໝັ້ນຄົງ; ເມື່ອປະຊາຊົນມີຄວາມໄວເນື້ອເຊື່ອໃຈ, ວຽກງານໃດກໍ່ເຮັດໄດ້”.
ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ