ໃນແຈ້ງການເອົາລົງພື້ນຖານ Truth Social, ທ່ານປະທານາທິບໍດີອາເມລິກາ ໃຫ້ຮູ້ວ່າ: ທ່ານໄດ້ຮູ້ຈັກທ່ານ Warsh ໃນເວລາຍາວນານ ແລະ ເຊື່ອໝັ້ນວ່າ ທ່ານຈະກາຍເປັນໜຶ່ງໃນບັນດາປະທານ Fed ດີເດັ່ນທີ່ສຸດໃນປະຫວັດສາດ. ທ່ານຖືວ່າ: ທ່ານ Warsh ຈະເປັນ “ແບບຢ່າງທີ່ດີເລີດ” ແລະ ຍາກທີ່ຈະກໍ່ຄວາມເສຍຫວັງໄດ້.
ຖ້າໄດ້ຮັບການຮັບຮອງເອົາຈາກສະພາສູງອາເມລິກາ, ທ່ານ Warsh, ອາຍຸ 55 ປີ, ຈະແທນໃຫ້ທ່ານ Jerome Powell ໃນເດືອນພຶດສະພາ ຈະມາເຖິງ. ທ່ານ Kevin Warsh ມີປະສົບການເຮັດວຽກຢູ່ Fed ກ່ອນນີ້ ແລະປະຈຸບັນ, ທ່ານເປັນນັກຄົ້ນຄ້ວາຢູ່ສະຖາບັນ Hoover ແລະເປັນຄູສອນຢູ່ໂຮງຮຽນດຳເນີນທຸລະກິດຫຼັງມະຫາວິທະຍາໄລ Stanford.
ແຫຼ່ງຄັດຈາກ: vovworld.vn
Type the code from the image