ພິທີໄດ້ດຳເນີນໄປໃນບັນຍາກາດອັນເຄັ່ງຂຶມ ແລະເຄົາລົບນັບຖື. ບັນດາຜູ້ແທນໄດ້ວາງພວງມາລາ, ຈູດທູບທຽນ ແລະກົ້ມຫົວໄວ້ອາໄລຕໍ່ດວງວິນຍານຂອງບັນດານັກຮົບທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ; ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ຄຸນງາມຄວາມດີຂອງບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອພາລະກິດປົດປ່ອຍຊາດ ແລະປະຕິບັດໜ້າທີ່ສາກົນອັນສູງສົ່ງ; ພ້ອມທັງຈັດສົ່ງອັດຖິນັກຮົບທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ ກັບຄືນປະເທດ.

leftcenterrightdel
ພິທີລົງນາມ ແລະມອບ-ຮັບອັດຖິນັກຮົບເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ ກັບຄືນປະເທດ. ພາບ: baohatinh.vn

ກ່າວຄຳເຫັນທີ່ພິທີ, ທ່ານ ເລຫງອກເຈົາ ຮອງປະທານຄະນະກຳມະການປະຊາຊົນແຂວງຮ່າຕິ້ງ, ຫົວໜ້າຄະນະຊີ້ນຳ 515 ແຂວງຮ່າຕິ້ງ ຢືນຢັນວ່າ: ການເສຍສະຫຼະຂອງບັນດານັກຮົບວິລະຊົນ ແມ່ນສັນຍາລັກອັນສູງສົ່ງຂອງຫວຽດນາມ ທີ່ມີຕໍ່ເພື່ອນມິດສາກົນ, ແມ່ນພະຍານຫຼັກຖານແຫ່ງນ້ຳໃຈມິດຕະພາບຫວຽດນາມ - ລາວ.

ກ່ອນໜ້ານັ້ນ, ທ່ານ ເລຫງອກເຈົາ ໄດ້ນຳໜ້າຄະນະປະຕິບັດງານພິເສດແຂວງຮ່າຕິ້ງ ມີການພົບປະເຈລະຈາກັບຄະນະປະຕິບັດງານນະຄອນຫຼວງວຽງຈັນ ນຳໂດຍທ່ານພົນຈັດຕະວາ ສີພອນ ຈັນສົມວົງ - ຮອງເລຂາພັກນະຄອນ, ຫົວໜ້າຄະນະປະຕິບັດງານພິເສດນະຄອນຫຼວງວຽງຈັນ ເພື່ອແນໃສ່ແລກປ່ຽນບົດຮຽນກ່ຽວກັບການຂຸດຄົ້ນ ແລະທ້ອນໂຮມອັດຖິທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ ແລະສົ່ງເມືອປະເທດ.

leftcenterrightdel
ບັນຍາກາດທີ່ການພົບປະເຈລະຈາ. ພາບ: baohatinh.vn

ທີ່ການພົບປະເຈລະຈາ, ຄະນະປະຕິບັດງານຂອງສອງແຂວງ ໄດ້ຕີລາຄາສູງການສົມທົບກັນຊີ້ນໍາໃນການເຄື່ອນໄຫວຊອກຫາ, ຂຸດຄົ້ນ ແລະທ້ອນໂຮມອັດຖິທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ.

ສອງຝ່າຍກໍ່ເຫັນດີເປັນເອກະສັນຕົກລົງບັນດາເນື້ອໃນການສົມທົບກັນຊອກຫາ, ຂຸດຄົ້ນ ແລະທ້ອນໂຮມອັດຖິທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ ແລະສົ່ງເມືອປະເທດ ໃນລະດູແລ້ງ 2022-2023.

ໂດຍ: ທະນາພອນ