leftcenterrightdel
ພິທີໄວ້ອາໄລ ແລະປົງອັດຖິທະຫານເສຍສະຫຼະຊີວິດເພື່ອຊາດ. ພາບ: ສໍານັກຂ່າວສານຫວຽດນາມ

ຕອນເຊົ້າວັນທີ 14 ມີນາ, ຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດແຂວງກອນຕູມ, ພະແນກແຮງງານ, ທະຫານເສຍອົງຄະ ແລະສັງຄົມແຂວງກອນຕູມ, ສົມທົບກັບຄະນະພັກ, ອໍານາດການປົກຄອງເມືອງຫງອັກໂຮ່ຍ, ກອງທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດກອງພົນໃຫຍ່ 3 ແລະປະຊາຊົນທ້ອງຖິ່ນໄດ້ຈັດພິທີໄວ້ອາໄລ ແລະປົງອັດຖິທະຫານເສຍສະຫຼະຊີວິດ 5 ອັດຖິຢ່າງສົມກຽດ. ນີ້ແມ່ນຈຳນວນອັດຖິທະຫານເສຍສະຫຼະຊີວິດເຊິ່ງກອງທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດກອງພົນໃຫຍ່ 3 ຊອກໄດ້ ແລະທ້ອນໂຮມຢູ່ເຂດປ່າຢາຢາງ, ຕາແສງຢາຊີເອີ (ຊາໄທ, ກອນຕູມ) ໃນທ້າຍເດືອນກຸມພາ 2022. ໂດຍໄດ້ຮູ້ວ່າ ນອກຈາກອັດຖິທະຫານເສຍສະຫຼະຊີວິດ 5 ອັດຖິ, ກົມກອງດັ່ງກ່າວຍັງຊອກເຫັນວັດຖຸພັນຕ່າງໆງອີກ ຄື: ກະດຸມ, ອູ່, ພຶ້ື້ນເກີບຢາງ ... ໂດຍສະເພາະ, ມີສອງກະຕຸກນໍ້າຂວັດ ຊື່ DA ແລະ H.LIP (ຫຼື VINH).

ໂດຍ: ທະນາພອນ