ໂດຍໄດ້ຮັບການຊ່ວຍເຫຼືອ ແລະສະໜອງຂໍ້ມູນຈາກປະຊາຊົນທ້ອງຖິ່ນ, ກອງທ້ອນໂຮມ 584 ໄດ້ມານະພະຍາຍາມຊອກຫາ, ທ້ອນໂຮມໄດ້ 2 ອັດຖິ ຢູ່ບ້ານຫີນສີວ, ເມືອງອາດສະພອນ, ແຂວງສະຫວັນນະເຂດ, ປະເທດລາວ.

ບັນດາອັດຖິດັ່ງກ່າວໄດ້ຊອກເຫັນຢູ່ຄວາມເລິກ 0,8-1 ແມັດ,  ເຊິ່ງປະກອບມີແຂ້ວ, ກະດູກ, ພ້ອມກັບດຸມເສື້ອ, ໝາກແຕກ, ລູກປືນ k53,  ມີດ, ພື້ນຮອງເກີບ...

leftcenterrightdel
ກອງທ້ອນໂຮມປະຕິບັດໜ້າທີ່ຊອກຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດຢູ່ລາວ. ພາບ: ກີມກຸຍ.

ປັດຈຸບັນ, ພະນັກງານ, ນັກຮົບກອງທ້ອນໂຮມ 584 ພວມມີຄວາມຕັດສິນໃຈສູງສຸດເພື່ອສືບຕໍ່ປະຕິບັດໜ້າທີ່ສໍາຫຼວດ, ຊອກຫາ, ທ້ອນໂຮມ ແລະສົ່ງອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ລາວ  ກັບຄືນບ້ານເກີດເມືອງນອນ.

ໂດຍ: ທູຈາງ