ທ້ອງຖິ່ນຕ່າງໆ ຈັດພິທີໄວ້ອາໄລ, ປົງອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດເພື່ອຊາດຢູ່ລາວ
ກປ.ອອນໄລ - ຕອນເຊົ້າວັນທີ 7 ພຶດສະພາ, ຄະນະພັກແຂວງ, ສະພາປະຊາຊົນ, ຄະນະກໍາມະການປະຊາຊົນ, ຄະນະກໍາມະການແນວໂຮມປະເທດຊາດຫວຽດນາມ ຂອງແຂວງ: ເງະອານ, ແທັງຮ໊ວາ, ເທື່ອທຽນ-ເຫວ້ ໄດ້ຈັດພິທີໄວ້ອາໄລ ແລະປົງອັດຖິທະຫານອາສາສະໝັກ ແລະຊ່ຽວຊາວຫວຽດນາມ ທີ່ເສຍສະຫຼະຊີວິດເພື່ອຊາດຢູ່ລາວ.
    |
 |
ເອົາອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ໄປຝັງຢູ່ສຸສານ. ພາບ: qdnd.vn |
ລະດູແລ້ງ 2020-2021, ກອງຂຸດຄົ້ນ, ທ້ອນໂຮມອັດຖິກອງບັນຊາການທະຫານແຂວງເງະອານ ໄດ້ສົມທົບກັບບັນດາແຂວງ: ຊຽງຂວາງ, ວຽງຈັນ, ໄຊສົມບູນ (ສປປ ລາວ) ດໍາເນີນການຊອກຫາ, ຂຸດຄົ້ນໄດ້ 95 ອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດເພື່ອຊາດຢູ່ລາວ, ໃນນັ້ນມີ 9 ອັດຖິ ຮູ້ຊື່ ແລະນາມສະກຸນ, ບ້ານເກີດ. ອັດຖິດັ່ງກ່າວໄດ້ຝັງໄວ້ຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດເມືອງ ງີລົກ, ແຂວງເງະອານ.
    |
 |
ບັນດາຜູ້ແທນຖະຫວາຍດອກໄມ້ທີ່ພິທີ. ພາບ: qdnd.vn |
ຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດສາກົນ ດົ່ງເຕິມ (ເມືອງບ໊າເທ໊ືອກ, ແຂວງແທງຮວ໊າ), ຄະນະພັກແຂວງ, ສະພາປະຊາຊົນ, ຄະນະກໍາມະການປະຊາຊົນ, ຄະນະກໍາມະການແນວໂຮມປະເທດຊາດຫວຽດນາມແຂວງແທັງຮວ໊າ ຈັດພິທີໄວ້ອາໄລ ແລະປົງອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດເພື່ອຊາດ ຢູ່ແຂວງຫົວພັນ (ສປປ ລາວ) ຈໍານວນ 15 ອັດຖິ; ໃນນັ້ນມີ 8 ອັດຖິ ສາມາດຊອກຄົ້ນໄດ້ຢູ່ເມືອງວຽງໄຊ, ມີອັດຖິຊອກຄົ້ນໄດ້ຢູ່ຕາມບ້ານ ທີ່ຢູ່ຫ່າງຈາກໃຈກາງແຂວງຫົວພັນ ໄປທາງທິດໃຕ້ປະມານ 300 ກິໂລແມັດ.
    |
 |
ການນໍາແຂວງເທື່ອທຽນ-ເຫວ້ ແລະກອງບັນຊາການທະຫານເຂດ 4 ນຳເອົາອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດເພື່ອຊາດຢູ່ລາວ ໄປຝັງຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດນະຄອນເຫວ້. ພາບ: qdnd.vn |
ຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດນະຄອນເຫວ້, ຄະນະພັກແຂວງ, ສະພາປະຊາຊົນ, ຄະນະກໍາມະການປະຊາຊົນ, ຄະນະກໍາມະການແນວໂຮມປະເທດຊາດຫວຽດນາມແຂວງເທື່ອທຽນ-ເຫວ້ ໄດ້ຈັດພິທີໄວ້ອາໄລ ແລະປົງອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດເພື່ອຊາດຢູ່ລາວ ຈໍານວນ 14 ອັດຖິ ເຊິ່ງຂຸດຄົ້ນໄດ້ຢູ່ລາວ ໃນລະດູແລ້ງ 2020-2021. ອັດຖິດັ່ງກ່າວ ໂດຍກອງທ້ອນໂຮມອັດຖິ 192 (ກອງບັນຊາການທະຫານແຂວງເທື່ອ ທຽນ-ເຫວ້) ຊອກຫາ, ຂຸດຄົ້ນໃນບໍລິເວນ 2 ແຂວງ: ສາລະວັນ ແລະເຊກອງ (ສປປ ລາວ), 14 ອັດຖິດັ່ງກ່າວລ້ວນແຕ່ບໍ່ຮູ້ຊື່.
ໂດຍ: ໄຊຊະນະ