ກ່ອນໜ້ານັ້ນ, ວັນທີ 25 ກຸມພາ, ເມື່ອໄດ້ຮັບຂ່າວຈາກປະຊາຊົນທ້ອງຖິ່ນ, ກອງທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດ 584 ໄດ້ດໍາເນີນການຊອກຫາ ແລະທ້ອນໂຮມໄດ້ 2 ອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ຢູ່ຕາແສງກາມແທັງ, ເມືອງກາມໂລ້, ແຂວງກວ໋າງຈິ້.

leftcenterrightdel
ກອງທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດໄດ້ຊອກເຫັນ ແລະທ້ອນໂຮມ 5 ອັດຖິນັກຮົບເສຍສະຫຼະຊີວິດ. ພາບ: ຕ່າຍຕວ໋ຽນ

ກໍ່ໃນໄລຍະນີ້, ຢູ່ແຂວງສະຫວັນນະເຂດ (ລາວ), ກຳລັງທີ່ກ່ຽວຂ້ອງກໍ່ຊອກຫາ ແລະທ້ອນໂຮມໄດ້ 3 ອັດຖິນັກຮົບເສຍສະຫຼະຊີວິດພ້ອມກັບວັດຖຸພັນ ຄື: ເກີບ, ກະດູມໂສ້ງເສື້ອ, ຈອກ... ຢູ່ເມືອງອາດສະພັງທອງ.

ອີງຕາມວັດຖຸພັນທີ່ຊອກໄດ້, ສາມາດກຳນົດວ່າບັນດາອັດຖິດັ່ງກ່າວແມ່ນທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຕໍ່ສູ້ຕ້ານອາເມລິກາ ຢູ່ລາວ. ໂດຍໄດ້ຮູ້ວ່າ, ບັນດາອັດຖິນັກຮົບທີ່ເສຍສະຫຼະຊີວິດນັ້ນຍັງບໍ່ທັນກໍານົດໄດ້ຊື່ ແລະນາມສະກຸນ ແລະພວມໄດ້ບັນດາກົມກອງທີ່ກ່ຽວຂ້ອງພ້ອມກັບປະຊາຊົນທ້ອງຖິ່ນ ຮັກສາ, ເບິ່ງແຍງຢູ່.

ໂດຍ: ທະນາພອນ