leftcenterrightdel
ທ່ານ Mark Rutte ເລຂາທິການໃຫຍ່ນາໂຕ. ພາບ: REUTERS

ທ່ານ Mark Rutte ຖືວ່າ ເອີລົບ ຕ້ອງແບກຫາບໜ້າທີ່ຢ່າງໃຫຍ່ຫຼວງກວ່າສຳລັບຄວາມໝັ້ນຄົງຂອງຕົນ, ລວມທັງລາຍຈ່າຍການປ້ອງກັນຊາດ, ແຕ່ເນັ້ນໜັກສິ່ງດັ່ງກ່າວຕ້ອງໄດ້ປະຕິບັດພ້ອມກັບການຮ່ວມມືກັບ ອາເມລິກາ, ຫາກບໍ່ແມ່ນຢູ່ນອກຂອບເຂດຂ້າມມະຫາສະໝຸດ ປາຊີຟິກ. ທ່ານເນັ້ນໜັກວ່າ ອາເມລິກາ ຈະສືບຕໍ່ເຂົ້າຮ່ວມດ້ານການທະຫານຢູ່ ເອີລົບ ແລະປະຕິບັດບັນດາຄຳໝັ້ນສັນຍາຂອງຕົນກັບພັນທະມິດ. ທ່ານກໍ່ເນັ້ນວ່າ ກຳລັງແຮງດ້ານເສດຖະກິດ ແລະການທະຫານຂອງພັນທະມິດດ້ານປ້ອງກັນຊາດສ່ວນຫຼາຍແມ່ນຍັງຢູ່ນອກ ອີຢູ, ກ່ອນອື່ນໝົດແມ່ນຢູ່ອາເມລິກາ, ສິ່ງນີ້ເຮັດໃຫ້ການຮ່ວມມືຂ້າມມະຫາສະໝຸດ ປາຊີຟິກ ກາຍເປັນສິ່ງທີ່ຂາດບໍ່ໄດ້ໃນສະພາບການປະຈຸບັນ.

ແຫຼ່ງຄັດຈາກ: vovworld.vn