ທີ່ການຕ້ອນຮັບ, ທ່ານປະທານປະເທດ ເລືອງເກື່ອງ ໄດ້ຕີລາຄາສູງ ແລະຊົມເຊີຍທ່ານນາງ Chea Kimtha ທີ່ໄດ້ສຳເລັດການປະຕິບັດໜ້າທີ່ການທູດຢ່າງດີເດັ່ນ, ມີການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປັບປຸງ ແລະພັດທະນາສາຍພົວພັນມິດຕະພາບ ແລະການຮ່ວມມືຮອບດ້ານລະຫວ່າງສອງປະເທດ...
    |
 |
|
ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ຕ້ອນຮັບການເຂົ້າຢ້ຽມອໍາລາຂອງທ່ານນາງ Chea Kimtha ເອກອັກຄະລັດຖະທູດ ແຫ່ງລາຊະອານາຈັກກຳປູເຈຍ ປະຈຳຫວຽດນາມ. ພາບ: ນາມແອັງ. |
ໂດຍເນັ້ນໜັກເຖິງປະຫວັດສາດ ແລະຄຸນຄ່າທີ່ໄດ້ຮັບການຫຼໍ່ຫຼອມຈາກຄວາມສະໜິດຕິດພັນ, ການເສຍສະຫຼະເພື່ອເອກະລາດ, ເສລີພາບ ແລະສັນຕິພາບຂອງສອງຊາດ, ທ່ານ ເລືອງເກື່ອງ ຢືນຢັນວ່າ ນ້ຳໃຈສາມັກຄີ, ມິດຕະພາບທີ່ເປັນມູນເຊື້ອ ແລະການຮ່ວມມືຮອບດ້ານຫວຽດນາມ - ກໍາປູເຈຍ ແມ່ນມີຄວາມໝາຍຍຸດທະສາດ, ເປັນພື້ນຖານອັນສຳຄັນເພື່ອໃຫ້ສອງປະເທດຮ່ວມກັນຮັກສາສັນຕິພາບ, ສະຖຽນລະພາບ ແລະພັດທະນາແບບຍືນຍົງໃນສະພາບການພາກພື້ນ ແລະສາກົນມີການຜັນຜວນຫຼາຍຢ່າງ.
ທ່ານປະທານປະເທດ ສະແດງຄວາມປິຕິຊົມຊື່ນຕໍ່ໝາກຜົນອັນດີງາມໃນການພົວພັນມິດຕະພາບລະຫວ່າງສອງປະເທດ, ໃນນັ້ນ ການພົວພັນລະຫວ່າງສອງພັກແມ່ນມີລັກສະນະກໍານົດທິດ; ການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ສືບຕໍ່ເປັນເສົາຄ້ຳ; ການຮ່ວມມືດ້ານເສດຖະກິດແມ່ນຈຸດພົ້ນເດັ່ນດ້ວຍວົງເງິນການຄ້າສອງຝ່າຍເຕີບໂຕເປັນຢ່າງດີ. ການຮ່ວມມືດ້ານການສຶກສາ-ບຳລຸງສ້າງ, ວັດທະນະທຳ, ການທ່ອງທ່ຽວ ແລະການພົບປະແລກປ່ຽນປະຊາຊົນ ສືບຕໍ່ໄດ້ຮັບການຊຸກຍູ້, ປະກອບສ່ວນເພີ່ມທະວີຄວາມເຂົ້າໃຈ ແລະສະໜິດຕິດພັນອັນຍາວນານລະຫວ່າງປະຊາຊົນສອງປະເທດ. ທ່ານ ເລືອງເກື່ອງ ເນັ້ນໜັກເຖິງຄວາມສຳຄັນຂອງການສືບຕໍ່ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ເພີ່ມທະວີການແລກປ່ຽນຄະນະຜູ້ແທນ ແລະການພົບປະຂັ້ນສູງ, ສົມທົບກັນຢ່າງແໜ້ນແຟ້ນໃນຂົງເຂດປ້ອງກັນຊາດ, ປ້ອງກັນຄວາມສະຫງົບ. ພ້ອມທັງສະເໜີໃຫ້ສອງຝ່າຍສົມທົບກັນໂຄສະນາເຜີຍແຜ່ຢ່າງເລິກເຊິ່ງກວ້າງຂວາງກ່ຽວກັບຄວາມໝາຍປະຫວັດສາດຂອງການພົວພັນຫວຽດນາມ - ກໍາປູເຈຍ ໃຫ້ແກ່ຄົນຮຸ່ນໜຸ່ມ.
    |
 |
|
ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ຕ້ອນຮັບການເຂົ້າຢ້ຽມອໍາລາຂອງທ່ານນາງ Chea Kimtha ເອກອັກຄະລັດຖະທູດ ແຫ່ງລາຊະອານາຈັກກຳປູເຈຍ ປະຈຳຫວຽດນາມ. ພາບ: ນາມແອັງ. |
ຕີລາຄາສູງການຫັນປ່ຽນຢ່າງຕັ້ງໜ້າຫວ່າງມໍ່ໆມານີ້ໃນການແກ້ໄຂການປະທະກັນຢູ່ເຂດຊາຍແດນລະຫວ່າງກຳປູເຈຍ - ໄທ, ທ່ານປະທານປະເທດ ຢືນຢັນວ່າ ຫວຽດນາມ ຊົມເຊີຍເລື່ອງສອງປະເທດລົງນາມຖະແຫຼງການຮ່ວມທີ່ເຫັນດີເປັນເອກະພາບກ່ຽວກັບການຢຸດຍິງ ແລະບັນດາມາດຕະການຫຼຸດຜ່ອນຄວາມເຄັ່ງຕຶງຢູ່ເຂດຊາຍແດນສອງປະເທດ; ສະໜັບສະໜູນບັນດາຝ່າຍແກ້ໄຂຄວາມບໍ່ລົງລອຍກັນໂດຍສັນຕິວິທີ, ບົນພື້ນຖານກົດໝາຍສາກົນ ແລະຈິດໃຈສາມັກຄີອາຊຽນ. ເນື່ອງໃນໂອກາດນີ້, ທ່ານປະທານປະເທດ ປາດຖະໜາວ່າ ທ່ານນາງ Chea Kimtha, ເຖິງວ່າຢູ່ໃນຖານະຕຳແໜ່ງໃໝ່ ຈະສືບຕໍ່ເປັນຂົວຕໍ່ເພີ່ມພູນຄູນສ້າງການພົວພັນສາມັກຄີ, ມິດຕະພາບ ແລະການຮ່ວມມືຍາວນານລະຫວ່າງ ຫວຽດນາມ ແລະກຳປູເຈຍ.
ສ່ວນທ່ານນາງ Chea Kimtha ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ທ່ານປະທານປະເທດ ແລະການນຳຫວຽດນາມ ຍາມໃດກໍເອົາໃຈໃສ່, ສ້າງເງື່ອນໄຂສະດວກ ເພື່ອໃຫ້ທ່ານທູດ ເຮັດສໍາເລັດໜ້າທີ່ເຊື່ອມຕໍ່, ຊຸກຍູ້ການພົວພັນມິດຕະພາບ ແລະການຮ່ວມມືລະຫວ່າງສອງປະເທດໃນອາຍຸການປະຕິບັດໜ້າທີ່ການທູດຢູ່ຫວຽດນາມ; ສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາຢ່າງຕັ້ງໜ້າຂອງການພົວພັນມິດຕະພາບກຳປູເຈຍ - ຫວຽດນາມ; ຢືນຢັນວ່າ ນໍ້າໃຈມິດຕະພາບລະຫວ່າງສອງປະເທດແມ່ນຊັບສົມບັດອັນລ້ຳຄ່າໂດຍການນໍາຮຸ່ນຕ່າງໆ ແລະປະຊາຊົນສອງປະເທດ ໄດ້ກໍ່ຕັ້ງ ແລະເພີ່ມພູນຄູນສ້າງ.
ທ່ານນາງ Chea Kimtha ຕີລາຄາສູງແຜນນະໂຍບາຍປະຕິຮູບ, ປັບປຸງກົງຈັກການຈັດຕັ້ງໃຫ້ກະທັດຮັດຂອງຫວຽດນາມ; ເຊື່ອໝັ້ນວ່າພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກກອມມູນິດຫວຽດນາມ, ຫວຽດນາມ ຈະສືບຕໍ່ຍາດໄດ້ບັນດາຜົນງານໃໝ່ໃຫຍ່ຫຼວງກວ່າເກົ່າ, ປະຕິບັດສໍາເລັດ 2 ເປົ້າໝາຍຮອດປີ 2030 ກາຍເປັນປະເທດພວມພັດທະນາ, ມີອຸດສາຫະກຳທັນສະໄໝ ແລະມີລາຍຮັບປານກາງສູງ; ຮອດປີ 2045 ກາຍເປັນປະເທດພັດທະນາ, ມີລາຍຮັບສູງ. ນອກນີ້, ທ່ານນາງ Chea Kimtha ກໍຕີລາຄາສູງບົດບາດຂອງຫວຽດນາມ ໃນການຊຸກຍູ້ການເຈລະຈາ, ສ້າງຄວາມໄວ້ເນື້ອເຊື່ອໃຈ ແລະແກ້ໄຂການຂັດແຍ່ງກັນໂດຍສັຍຕິວິທີ, ສອດຄ່ອງກັບກົດໝາຍສາກົນ, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ ແລະການຮ່ວມມືໃນພາກພື້ນ.
ໂດຍ: ໄຊຊະນະ