ສົ່ງເສີມ “ຖານສົ່ງ” ສູນການເງິນສາກົນ
ຕອນເຊົ້າວັນທີ 21 ທັນວາ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ເປັນປະທານກອງປະຊຸມປະກາດສ້າງຕັ້ງສູນ IFC ຢູ່ຫວຽດນາມ. ເຫດການດັ່ງກ່າວເປັນຂີດໝາຍສຳຄັນໃນວິວັດການຢັ້ງຢືນກໍາລັງຄວາມສາມາດດ້ານການເງິນຂອງຫວຽດນາມ ໃນແຜນທີ່ການເງິນທົ່ວໂລກ. ຜ່ານນັ້ນຊຸກຍູ້ບັນດາກົນໄກບຸກທະລຸເພື່ອບຸກເບີກແຫຼ່ງກຳລັງ, ຊຸກຍູ້ການຫັນປ່ຽນຮູບແບບການເຕີບໂຕ, ນໍາປະເທດຫວຽດນາມ ເຂົ້າຮ່ວມຕ່ອງໂສ້ມູນຄ່າການເງິນທົ່ວໂລກຢູ່ນະຄອນໂຮ່ຈີມິນ ແລະນະຄອນດ່ານັງ ຢ່າງເລິກເຊິ່ງກ່ວາອີກ. IFC ໄດ້ກໍານົດບໍ່ພຽງແຕ່ເປັນ "ສູນການເງິນ" ແຕ່ຢ່າງດຽວຫາກຍັງແມ່ນລະບົບນິເວດທາງດ້ານການເງິນທີ່ກວມເອົາການເຄື່ອນໄຫວຕ່າງໆ, ຄື: ທະນາຄານ, ຫຼັກຊັບ, ການປະກັນໄພ, ການຄຸ້ມຄອງກອງທຶນ, fintech, ການເງິນດີຈີຕອນ, ພ້ອມກັບການບໍລິການດ້ານນິຕິກໍາ, ການກວດສອບ ແລະການໃຫ້ຄໍາປຶກສາເພື່ອບັນລຸມາດຕະຖານສາກົນ. ໃນນັ້ນນະຄອນໂຮ່ຈີມິນ ແມ່ນສູນການເງິນທີ່ໃຫຍ່ຫຼວງ, ພັດທະນາຢ່າງແຂງແຮງກ່ຽວກັບຕະຫຼາດຫຼັກຊັບ, ພັນທະບັດ, ທະນາຄານ, ການຄຸ້ມຄອງກອງທຶນ...
ທີ່ເວທີປາໄສ, ກອງປະຊຸມຄັ້ງຕ່າງໆ, ທ່ານ ຫງວຽນວັນເດືອກ, ກຳມະການສູນກາງພັກ, ປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ, ຮອງປະທານສະພາບໍລິຫານງານ IFC ປະຈຳ ຫວຽດນາມ ເນັ້ນໜັກວ່າ: ທາງນະຄອນໂຮ່ຈີມິນ ພວມຜັນຂະຫຍາຍຍຸດທະສາດພັດທະນາໃຫ້ກາຍເປັນສູນການເງິນສາກົນ, ສູນເຕັກໂນໂລຊີສູງ, ສູນເສດຖະກິດທາງທະເລ, ອຸດສາຫະກຳທັນສະໄໝ. ນະຄອນກໍ່ຊຸກຍູ້ການພັດທະນາພື້ນຖານໂຄງລ່າງຄົມມະນາຄົມ, ການປະຕິຮູບລະບຽບການບໍລິຫານ, ຍົກສູງຄຸນນະພາບການຮັບໃຊ້ ເພື່ອກຽມພ້ອມຕ້ອນຮັບ ແລະຮ່ວມເດີນທາງໜູນຊ່ວຍວິສາຫະກິດເຂົ້າມາລົງທຶນຢູ່ສູນ IFC.
    |
 |
|
ເຂດໃຈກາງຂອງສູນການເງິນສາກົນ ນະຄອນໂຮ່ຈີມິນ. ພາບ: ເຕິ໊ນຟາດ |
ທີ່ເວທີປາໄສເສດຖະກິດລະດູໃບໄມ້ຫຼົ່ນ ປີ 2025, ດ້ວຍການເປັນສັກຂີພິຍານຂອງນາຍົກລັດຖະມົນຕີ, ນະຄອນໂຮ່ຈີມິນ ແລະກຸ່ມບໍລິສັດ Binance ໄດ້ລົງນາມໃນບົດບັນທຶກຊ່ວຍຈຳການຮ່ວມມື ແນໃສ່ຊຸກຍູ້ການພັດທະນາ IFC, ພິເສດແມ່ນໃນຂົງເຂດຊັບສິນດີຈີຕອນ, Blockchain ແລະພື້ນຖານໂຄງລ່າງການເງິນດີຈີຕອນ. ນະຄອນໂຮ່ຈີມິນ ຍັງລົງນາມບົດບັນທຶກຊ່ວຍຈໍາກັບ Nasdaq, ຫນຶ່ງໃນບັນດາຕະຫຼາດຫຼັກຊັບໃຫຍ່ທີ່ສຸດຂອງອາເມລິກາ. ກຸ່ມບໍລິສັດນີ້ໃຫ້ຄຳໝັ້ນສັນຍາວ່າ ຈະໜູນຊ່ວຍ IFC ນະຄອນໂຮ່ຈີມິນ ໂດຍຜ່ານວຽກງານລະອຽດ, ຄື: ການບຳລຸງສ້າງບຸກຄະລາກອນ, ການຖ່າຍຖອດເຕັກໂນໂລຊີການເງິນ, ການດຶງດູດການລົງທຶນ... ຕາມການຕີລາຄາຂອງນັກຊ່ຽວຊານແລ້ວ, ການເຂົ້າຮ່ວມຂອງບັນດາລະບອບລະບຽບການເງິນສາກົນບໍ່ພຽງແຕ່ນຳມາເຊິ່ງກະແສເງິນລົງທຶນເທົ່ານັ້ນ ຫາກຍັງນຳມາເຊິ່ງເຕັກໂນໂລຊີການບໍລິຫານທີ່ກ້າວໜ້າ, ມາດຕະຖານທີ່ມີຄວາມໂປ່ງໃສ, ລະບຽບວິໄນຕະຫຼາດ ແລະແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ.
ຮັບປະກັນໂຄງລ່າງທີ່ຄົບຊຸດ ແລະທັນສະໄໝ
ໜຶ່ງໃນບັນດາປັດໄຈສຳຄັນທີ່ຢັ້ງຢືນລັກສະນະຄວາມເປັນໄປໄດ້ ແລະການດຶງດູດຂອງ IFC ນະຄອນໂຮ່ຈີມິນ ແມ່ນຄວາມສົນໃຈ, ແມ່ນການໃຫ້ຄຳໝັ້ນສັນຍາຮ່ວມມືຂອງບັນດາອົງການຈັດຕັ້ງການເງິນໃຫຍ່. ມີຫຼາຍອົງການຈັດຕັ້ງສາກົນ ຕີລາຄາສູງຕໍ່ຄວາມສາມາດບົ່ມຊ້ອນຂອງນະຄອນຍ້ອນມີທີ່ຕັ້ງພູມສາດດ້ານເສດຖະກິດຍຸດທະສາດ, ຂະໜາດຕະຫຼາດໃຫຍ່, ລະດັບການເຕີບໂຕສູງ, ສະພາບແວດລ້ອມທາງດ້ານການເມືອງ-ສັງຄົມ ທີ່ເປັນປົກກະຕິ. ຕາມການຈັດອັນດັບດັດຊະນີສູນການເງິນທົ່ວໂລກ (GFCI) ທີ່ໄດ້ປະກາດໃນທ້າຍເດືອນກັນຍາ ຜ່ານມາ, ນະຄອນໂຮ່ຈີມິນ ບັນລຸໄດ້ 664 ຄະແນນ, ເພີ່ມຂຶ້ນ 10 ຄະແນນ ແລະເພີ່ມຂຶ້ນ 3 ຂັ້ນ ເມື່ອທຽບໃສ່ໄລຍະກ່ອນ. ນະຄອນໂຮ່ຈີມິນ ຍັງຖືກຈັດອັນດັບໃນກຸ່ມ 15 ສູນການເງິນທີ່ມີແງ່ຫວັງພັດທະນາທີ່ເຂັ້ມແຂງໃນ 2-3 ປີຕໍ່ໜ້າ.
ລັດຖະບານ ແລະນະຄອນໂຮ່ຈີມິນ ເອົາໃຈໃສ່ເປັນພິເສດເຖິງການລົງທຶນກໍ່ສ້າງພື້ນຖານໂຄງລ່າງທີ່ຄົບຊຸດໃຫ້ແກ່ IFC, ຈາກພື້ນຖານໂຄງລ່າງດີຈີຕອນ, ສູນຂໍ້ມູນ, ລະບົບການຊຳລະຈົນເຖິງການຄົມມະນາຄົມ, logistics, ສະຖານທີ່ເຮັດວຽກທີ່ທັນສະໄໝ. IFC ນະຄອນໂຮ່ຈີມິນ ໄດ້ຮັບການກໍານົດ ດ້ວຍເນື້ອທີ່ປະມານ 898 ເຮັກຕາ, ຕັ້ງຢູ່ບໍລິເວນຕາແສງ ໄຊ່ງ່ອນ, ຕາແສງເບັ໋ນແທັ່ງ ແລະຕາແສງອານແຄ໋ງ (ເຂດຕົວເມືອງໃໝ່ ຖຸທຽມ). ທ່ານ ແກັກຫງອກຕ໋ວນ, ຮອງຫົວໜ້າພະແນກການເງິນນະຄອນໂຮ່ຈີມິນ ໃຫ້ຮູ້ວ່າ, ໃນໄລຍະທີ 1 ແລະໄລຍະທີ 2, ທາງນະຄອນ ຈະໝູນໃຊ້ພື້ນຖານໂຄງລ່າງທີ່ມີຢູ່ແລ້ວໃນເຂດໃຈກາງໃຫ້ໄດ້ຢ່າງສຸດຂີດ. ໃນໄລຍະທີ 3, ນະຄອນ ກໍານົດຈະສຸມທຸກແຫຼ່ງກຳລັງເຂົ້າໃນການສ້າງສູນການເງິນຂະໜາດໃຫຍ່, ທັນສະໄໝ, ບັນລຸມາດຕະຖານສາກົນຢູ່ຕາແສງອານແຄ໋ງ, ດ້ວຍຄວາມຫວັງຈະກາຍເປັນ “Wall Street” ຂອງອາຊີຕາເວັນອອກສ່ຽງໃຕ້.
ປະຈຸບັນຂະໜາດຂອງ IFC ມີອາຄານປະມານ 1.000 ຫຼັງ. ໃນນັ້ນ, ຫໍ Saigon Marina IFC ບໍ່ພຽງແຕ່ເປັນສັນຍາລັກດ້ານສະຖາປັດຕະຍະກໍາໃໝ່ເທົ່ານັ້ນ, ຫາກຍັງເປັນສະຖານທີ່ເຮັດວຽກໃຫ້ແກ່ຜູ້ຊ່ຽວຊານດ້ານການເງິນແຖວໜ້າ, ເປັນບ່ອນທົດລອງຮູບແບບການເງິນທີ່ທັນສະໄໝ, ຊ່ວຍເຊື່ອມຈອດກະແສເງິນລົງທຶນພາຍໃນປະເທດ ກັບຕະຫຼາດສາກົນ. ພື້ນຖານໂຄງລ່າງໂທລະຄົມມະນາຄົມ ໄດ້ຈັດແຈງຢ່າງຄົບຊຸດກັບລະບົບອິນເຕີເນັດແບນວິດ ແລະ ກະຈາຍຄື້ນ 5G ເພື່ອຮັບປະກັນເງື່ອນໄຂໃຫ້ແກ່ການເຄື່ອນໄຫວດ້ານການເງິນ - ການບໍລິການໄດ້ດໍາເນີນໄປຢ່າງໂລ່ລ່ຽນ. ເມື່ອເງື່ອນໄຂທີ່ຈໍາເປັນ ແລະຄົບຖ້ວນ ໄດ້ຮັບການປັບປຸງຢ່າງສົມບູນ ຈະມີພື້ນຖານເພື່ອໃຫ້ມີຄວາມຫວັງວ່າ IFC ຈະກາຍເປັນກຳລັງໜູນພັດທະນາໃໝ່, ປະກອບສ່ວນນໍານະຄອນໂຮ່ຈີມິນ ພ້ອມກັບທົ່ວປະເທດ ບຸກທະລຸຢ່າງແຂງແຮງຂອງຂະບວນການເຊື່ອມໂຍງ ແລະ ພັດທະນາແບບຍືນຍົງ.
ໂດຍ: ທູຈາງ