leftcenterrightdel
ທ່ານພົນເອກ ຟານວັນຢາງ ແລະບັນດາຜູ້ແທນທີ່ພິທີ. ພາບ: qdnd.vn

ກ່າວຄຳເຫັນຊີ້ນໍາທີ່ພິທີ, ທ່ານພົນເອກ ຟານວັນຢາງ ຢືນຢັນວ່າ ໂຄງການກໍ່ສ້າງສູນການແພດບ້າວລາກ ຫຼັງໃໝ່ ແມ່ນໜຶ່ງໃນບັນດາການເຄື່ອນໄຫວຈຸດສຸມຂຶ້ນກັບແຜນຮ່າງສະເຫຼີມສະຫຼອງ 85 ປີແຫ່ງວັນລຸງໂຮ່ ກັບຄືນເມືອປະເທດ ເພື່ອນຳພາການປະຕິວັດຫວຽດນາມ ໂດຍກົງ (28-1-1941 / 28-1-2026) ແລະມຸ່ງໄປເຖິງການຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ  XIV ຂອງພັກ, ຍິ່ງເຮັດແຈ້ງຄວາມໝາຍທາງດ້ານການເມືອງ, ປະຫວັດສາດຂອງໂຄງການນີ້.

leftcenterrightdel
ທ່ານພົນເອກ ຟານວັນຢາງ ກ່າວຄໍາເຫັນຊີ້ນໍາທີ່ພິທີ. ພາບ: qdnd.vn

ເພື່ອໃຫ້ໂຄງການກໍ່ສ້າງສຳເລັດຕາມກຳນົດເວລາ, ຮັບປະກັນຄຸນນະພາບ ແລະເສີມຂະຫຍາຍປະສິດທິຜົນສູງສຸດ, ທ່ານພົນເອກ ຟານວັນຢາງ ໄດ້ຮຽກຮ້ອງໃຫ້ແມ່ທັບນ້ອຍ 20 - ບໍລິສັດໃຫຍ່ ເຕິນກ້າງ ໄຊງ່ອນ ແລະບັນດາຫົວໜ່ວຍກໍ່ສ້າງຍົກສູງສະຕິຄວາມຮັບຜິດຊອບ, ເປັນເຈົ້າການຜ່ານຜ່າຄວາມຫຍຸ້ງຍາກ, ຫັນການຕັດສິນໃຈດ້ານການເມືອງໃຫ້ປະກົດຜົນເປັນຈິງ; ຈັດຕັ້ງການກໍ່ສ້າງຢ່າງມີວິທະຍາສາດ, ໜັກແໜ້ນ, ຕາມເນື້ອໃນຈິດໃຈ “ບັ້ນຮົບກວາງຈຸງ” ໄວປານຟ້າແມບ ແຕ່ຕ້ອງຮັບປະກັນຄຸນນະພາບ, ມາດຕະຖານເຕັກນິກ, ຄວາມງາມ ແລະຄວາມປອດໄພໃຫ້ແກ່ບຸກຄະລາກອນ, ພາຫະນະອຸປະກອນຢ່າງເດັດຂາດ. ສູ້ຊົນກໍ່ສ້າງໃຫ້ສໍາເລັດ ແລະມອບໂຄງການໃນວັນທີ 20 ພະຈິກ 2026, ກາຍເປັນສູນເບິ່ງແຍງດູແລສຸຂະພາບທີ່ໄວ້ເນື້ອເຊື່ອໃຈຂອງທະຫານ ແລະປະຊາຊົນໃນບໍລິເວນ.

leftcenterrightdel
 
leftcenterrightdel
ທ່ານພົນເອກ ຟານວັນຢາງ ມອບຂອງຂວັນໃຫ້ບັນດາຫົວໜ່ວຍ, ຄອບຄົວນະໂຍບາຍ ແລະຄອບຄົວທຸກຍາກໃນບໍລິເວນ. ພາບ: qdnd.vn

ທ່ານພົນເອກ ຟານວັນຢາງ ສະເໜີຄະນະພັກແຂວງ, ຄະນະກໍາມະການປະຊາຊົນແຂວງກາວບັ່ງ ສືບຕໍ່ເອົາໃຈໃສ່ນໍາພາ, ຊີ້ນໍາບັນດາພະແນກ, ຂະແໜງການ ແລະອຳນາດການປົກຄອງທ້ອງຖິ່ນ ສົມທົບຢ່າງແໜ້ນແຟ້ນກັບແມ່ທັບນ້ອຍ 20 - ບໍລິສັດໃຫຍ່ ເຕິນກ້າງ ໄຊງ່ອນ ແລະບັນດາຫົວໜ່ວຍກໍ່ສ້າງໃນໄລຍະຜັນຂະຫຍາຍປະຕິບັດໂຄງການ. ຄວາມເຫັນດີເຫັນພ້ອມ, ການສະໜັບສະໜູນ ແລະການຊ່ວຍເຫຼືອຂອງຄະນະພັກ, ອໍານາດການປົກຄອງ ແລະປະຊາຊົນທ້ອງຖິ່ນ ແມ່ນພື້ນຖານອັນສຳຄັນເພື່ອໃຫ້ໂຄງການດັ່ງກ່າວ ໄດ້ຮັບການຜັນຂະຫຍາຍຢ່າງສະດວກ, ມີປະສິດທິຜົນ ແລະຖືກກັບຈຸດປະສົງທີ່ວາງອອກ...

leftcenterrightdel
ທ່ານພົນເອກ ຟານວັນຢາງ ແລະບັນດາຜູ້ແທນປະຕິບັດພິທີວາງສີລາລຶກກໍ່ສ້າງສູນການແພດ ກ້າວລາກ. ພາບ: qdnd.vn

ເນື່ອງໃນໂອກາດນີ້, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ, ແມ່ທັບນ້ອຍ 20 - ບໍລິສັດໃຫຍ່ ເຕິນກ້າງ ໄຊງ່ອນ, ທະຫານເຂດ 1 ແລະບໍລິສັດໃຫຍ່ 319 ໄດ້ມອບຂອງຂວັນຈໍານວນ 500 ກວ່າພູດໃຫ້ບັນດາຫົວໜ່ວຍ, ຄອບຄົວນະໂຍບາຍ, ຄອບຄົວທຸກຍາກໃນບໍລິເວນ. ກະຊວງສາທາລະນະສຸກ ມອບຂອງຂວັນຈໍານວນ 100 ພູດ ໃຫ້ນັກຮຽນທຸກຍາກແຕ່ຮຽນເກັ່ງ. ຄະນະກຳມະການປະຊາຊົນແຂວງກາວບັ່ງ ໄດ້ມອບໃບຍ້ອງຍໍໃຫ້ 5 ຄອບຄົວດີເດັ່ນໃນວຽກງານບຸກເບີກໜ້າພຽງຮັບໃຊ້ໂຄງການ.

ໂດຍ: ໄຊຊະນະ