ໃນການທ້ອນໂຮມຄັ້ງນີ້, ກອງທ້ອນໂຮມອັດຖິນັກຮົບທີ່ເສຍສະຫຼະຊິວິດທະຫານເຂດ II ໄດ້ພົບເຫັນອັດຖິທະຫານອາສາສະໝັກ, ນັກຊ່ຽວຊານຫວຽດນາມ ທີ່ເສຍຊີວິດໃນປາງສົງຄາມຢູ່ 6 ແຂວງພາກເໜືອລາວ 14 ອັດຖິ,  ໃນນັ້ນມີ 1 ອັດຖິ ມີຊື່ ແລະນາມສະກຸນ, ບ້ານເກີດຢ່າງຈະແຈ້ງ. ໃນທ່າມກາງບັນຍາກາດຢ່າງເຄັ່ງຂຶມ, ຜູ້ຕາງໜ້າສະຖານກົງສຸນໃຫຍ່ຫວຽດນາມ ປະຈຳພາກເໜືອລາວ, ຜູ້ຕາງໜ້າອໍານາດການປົກຄອງ 6 ແຂວງພາກເໜືອລາວ, ປະຊາຊົນແຂວງອຸດົມໄຊ, ປະຊາຄົມຊາວຫວຽດນາມ ອາໄສຢູ່ແຂວງອຸດົມໄຊ... ໄດ້ຖະຫວາຍທູບທຽນ ແລະດອກໄມ້ ເພື່ອສະແດງຄວາມຮູ້ບຸນຄຸນຕໍ່ການເສຍສະຫຼະຊີວິດຂອງບັນດານັກຮົບ.

leftcenterrightdel
ຖະຫວາຍທູບທຽນ ເພື່ອສົ່ງອັດຖິທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມທີ່ເສຍສະຫຼະຊີວິດຄືນສູ່ຖິ່ນກຳເນີດ. ພາບ: ສໍານັກຂ່າວສານຫວຽດນາມ.

ເຖິງວ່າອາກາດເຢັນໜາວກໍ່ຕາມ, ແຕ່ຜູ້ຕາງໜ້າບັນດາອົງການຂອງສອງປະເທດພ້ອມກັບປະຊາຊົນ, ກຳລັງປະກອບອາວຸດ, ນັກຮຽນ ແລະປະຊາຄົມຊາວຫວຽດນາມ ທີ່ພວມທໍາມາຫາກິນ ແລະດໍາລົງຊີວິດຢູ່ແຂວງອຸດົມໄຊ ນັບຮ້ອຍຄົນໄດ້ເຕົ້າໂຮມກັນລຽບຕາມເສັ້ນທາງທີ່ຂະບວນລົດໄປຜ່ານເພື່ອສົ່ງບັນດາອັດຖິທະຫານທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ ກັບຄືນບ້ານເກີດເມືອງນອນ.

leftcenterrightdel
ປະຊາຊົນເປັນຈໍານວນຫຼວງຫຼາຍ ສົ່ງອັດຖິທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ ກັບຄືນບ້ານເກີດເມືອງນອນ. ພາບ: ສໍານັກຂ່າວສານຫວຽດນາມ.

ຕາມແຜນການແລ້ວ, ພິທີໄວ້ອາໄລ ແລະປົງອັດຖິທະຫານທີ່ເສຍສະຫຼະຊີວິດ 13 ຄົນ ທີ່ຍັງບໍ່ທັນກຳນົດໄດ້ຊື່ ແລະນາມສະກຸນຈະດຳເນີນໃນວັນທີ 20 ມັງກອນ ທີ່ສຸສານນັກຮົບເສຍສະຫຼະຊີວິດຕົງຄາວ, ນະຄອນດ້ຽນບຽນຝູ, ແຂວງດ້ຽນບຽນ. 

ໂດຍ: ທະນາພອນ