ຕອບສະໜອງພິທີປຸກລະດົມ “ມອບວັດຖຸທີ່ລະນຶກໃນສະໄໝຕໍ່ຕ້ານຂອງຂະແໜງພະລາທິການກອງທັບ” ໂດຍກົມໃຫຍ່ພະລາທິການ ປຸກລະດົມມາແຕ່ປີ 2012, ມາຮອດປັດຈຸບັນແມ່ນເປັນເວລາ 6 ກວ່າປີແລ້ວ, ກົມໃຫຍ່ພະລາທິການ ໄດ້ຈັດຕັ້ງພິທີມອບຮັບວັດຖຸທີ່ລະນຶກຢູ່ບັນດາແຂວງ, ນະຄອນໃນທົ່ວປະເທດກວ່າ 10 ຄັ້ງ ຄື: ຮ່າໂນ້ຍ, ວິ້ງຟຸກ, ອຽນບ໊າຍ, ຖ໊າຍບິ່ງ, ນິງບິ່ງ, ຫ໋າຍເຢືອງ... ແລະໄດ້ຮັບເອກະສານ, ຮູບພາບ, ວັດຖຸພັນຂອງບັນດາອົງການກົມກອງພາຍໃນ ແລະນອກກອງທັບ, ບັນດາສະຫະພັນນັກຮົບເກົ່າ, ຄະນະຕິດຕໍ່ສື່ສານ, ຄອບຄົວນາຍພົນ, ນາຍທະຫານ ແລະບັນດາພະຍານຫຼັກຖານປະຫວັດສາດໃນທົ່ວປະເທດກວ່າ 3.000 ຢ່າງ... 

leftcenterrightdel
ບັນດາວັດຖຸພັນຂອງທ່ານ ຟານຝູຖ໊າຍ. ພາບ: ແຄ໋ງຮວ່ຽນ.
leftcenterrightdel
ບັນດາວັດຖຸພັນຂອງທ່ານ ຫງວຽນຫ໋າຍຄວ໊າດ. ພາບ: ແຄ໋ງຮວ່ຽນ.
leftcenterrightdel
ບັນດາວັດຖຸພັນຂອງຫໍພິພິທະພັນໄຊຊະນະປະຫວັດສາດ ດ້ຽນບຽນຝູ. ພາບ: ແຄ໋ງຮວ່ຽນ.
leftcenterrightdel
ທ່ານພັນເອກພິເສດ ຫງວຽນຫວຽດຈ໊ຽນ, ອະດີດຜູ້ອໍານວຍການຫໍພິພິທະພັນພະລາທິການກອງທັບ ກັບບັນດາວັດຖຸພັນທີ່ມອບໃຫ້ຫໍພິພິທະພັນພະລາທິການ. ພາບ: ແຄ໋ງຮວ່ຽນ.
leftcenterrightdel
ການນໍາກົມໃຫຍ່ພະລາທິການ ມອບໃບຢັ້ງຢືນໃຫ້ແກ່ບັນດາອົງການຈັດຕັ້ງ, ສ່ວນບຸກຄົນທີ່ໄດ້ມອບວັດຖຸພັນ. ພາບ: ແຄ໋ງຮວ່ຽນ.

ກ່າວຄໍາເຫັນທີ່ພິທີ, ທ່ານພັນເອກພິເສດ, ປອ. ດ່າວຫ໋າຍຈ່ຽວ, ຜູ້ອໍານວຍການຫໍພິພິທະພັນພະລາທິການ ເນັ້ນນັກວ່າ: ມີ 3 ຫົວໜ່ວຍ, ພະຍານຫຼັກຖານປະຫວັດສາດຈໍານວນ 15 ຄົນ, ໃນນັ້ນມີຫຼາຍທ່ານຢູ່ໄກ, ຫຼາຍທ່ານມີອາຍຸສູງແລ້ວ ແຕ່ຍັງມີຄວາມສຸດອົກສຸດໃຈກັບຂະແໜງພະລາທິການກອງທັບ ໄດ້ນໍາເອົາວັດຖຸພັນ, ຮູບພາບ, ເອກະສານ 127, 20, 59 ຢ່າງຕາມລຳດັບມາມອບໃຫ້ຫໍພິພິທະພັນ. ນີ້ແມ່ນແຫຼ່ງລະດົມກໍາລັງໃຈອັນໃຫຍ່ຫຼວງສໍາລັບກົມໃຫຍ່ພະລາທິການເວົ້າລວມ ແລະພະນັກງານ, ພາລະກອນ, ນັກຮົບຫໍພິພິທະພັນເວົ້າສະເພາະ. ບັນດາວັດຖຸພັນເຫຼົ່ານີ້ແມ່ນມໍລະດົກທາງດ້ານວັດທະນະທໍາອັນໃຫຍ່ຫຼວງ, ເປັນໜ້າເຄົາລົບນັບຖື, ເອກອ້າງທະນົງໃຈທີ່ສຸດ, ເປັນການເພີ່ມເຕີມສີສັນປະຫວັດສາດມູນເຊື້ອອັນສະຫງ່າລາສີຂອງຂະແໜງພະລາທິການກອງທັບ ໃນໄລຍະເກືອບ 70 ປີຜ່ານມາຕື່ມອີກ.

ໂດຍ: ໄຊຊະນະ