leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມພິທີ. ພາບ: dangcongsan.vn

ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ  ເນັ້ນໜັກເຖິງຄວາມໝາຍຂອງການຍົກລະດັບເຂດອະນຸສອນສະຖານສຳເລັດກົງກັບໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນເກີດອຸປະຕິເຫດ; ຢັ້ງຢືນວ່າ ນີ້ແມ່ນຫຼັກຖານທີ່ຍືນຍົງຄົງຕົວແຫ່ງຄວາມສາມັກຄີ, ສະໜັບສະໜູນເຊິ່ງກັນ ແລະກັນລະຫວ່າງສອງປະເທດ ຫວຽດນາມ ແລະ ອານເຊຣີ ໃນຕະຫຼອດຂະບວນການຕໍ່ສູ້ຍາດເອົາເອກະລາດ, ປົດປ່ອຍຊາດ; ຂອບໃຈອຳນາດການປົກຄອງທ້ອງຖິ່ນ, ປະຊາຊົນເມືອງຊອກເຊີນ ແລະຕາແສງໄມດິງ ໄດ້ເອົາໃຈໃສ່, ສົມທົບກັນກໍ່ສ້າງເຂດອະນຸສອນສະຖານ ທີ່ສົມກັບການພົວພັນອັນດີງາມລະຫວ່າງຫວຽດນາມ ແລະອານເຊຣີ. ທ່ານ Redha Oucher ອຸປະທູດສະຖານທູດອານເຊຣີ ປະຈຳຫວຽດນາມ ໃຫ້ຮູ້ວ່າ ລັດຖະບານ, ຍາດຕິພີ່ນ້ອງຂອງຜູ້ທີ່ໄດ້ເສຍສະຫຼະຊີວິດ ກໍ່ຄືປະຊາຊົນອານເຊຣີ ເອົາໃຈໃສ່, ຖືເປັນສໍາຄັນຕໍ່ເຂດອະນຸສອນສະຖານນີ້; ເນັ້ນໜັກວ່າ ເຂດອະນຸສອນສະຖານນີ້ ພ້ອມກັບສິລາຈາລຶກຢູ່ອານເຊຣີ ແມ່ນບັນດາຄວາມຊົງຈຳກ່ຽວກັບການເສຍສະຫຼະຊີວິດ, ການອຸທິດສ່ວນຂອງບັນດາພະນັກງານ, ນັກຂ່າວສອງປະເທດເພື່ອການພົວພັນມິດຕະພາບທີ່ໝັ້ນແກ່ນ.

ໂດຍ: ຈາງຫງວຽນ