ກອງພົນ 471 ຂອງພວກຂ້າພະເຈົ້າ ແມ່ນກົມກອງລົດໂອໂຕຂົນສ່ົງ ດ້ວຍ 4 ກອງພັນໃຫຍ່: 17, 32, 33, 536 ລວມມີລົດຂະໜາດໃຫຍ່ 2.600 ຄັນ. ບຸນເຕັດປີຂານ 1974, ກອງພົນຕ້ອນຮັບບຸນເຕັດ ຢູ່ເຂດເບັ໊ນຢັ່ງ (ແຂວງກວ້າງນາມ). ເດືອນສິງຫາ 1974, ເມື່ອຮັບຄໍາສັ່ງຈາກຂັ້ນເທິງ, ທົ່ວກອງພົນ ຍ້າຍໄປຕັ້ງທັບຢູ່ເມືອງກາມໂລ້ (ແຂວງກວ໋າງຈິ) ກຽມພ້ອມຮັບໜ້າທີ່ໃໝ່. ເດືອນຕຸລາປີນັ້ນ, ອົງການ ຂອງກອງບັນຊາການກອງພົນ ຕັ້ງທັບແຄມ ແມ່ນໍ້າ ໃກ້ກັບທາງເລກ 9 ຕອນເໜືອ. ຫຼັງຈາກນັ້ນກວ່າໜຶ່ງເດືອນ, ກອງພົນ ໄດ້ຮັບຄຳສັ່ງຕ້ອງຢຶດເອົາເຂດ ເຊຊຸ ເພື່ອຮັບຜິດຊອບເສັ້ນທາງຍາວກວ່າ 450 ກິໂລແມັດ ຈາກ ເຊຊຸ ໄປຍັງ ບູ່ຢາເມີບ (ແຂວງບິ່ງເຟືອກ).

leftcenterrightdel
ນັກປະພັນ ເລົ່າເລື່ອງຕ້ອນຮັບບຸນເຕັດ ຢູ່ເຈື່ອງເຊີນ. ພາບ: ຮວ່າງຈູງ

ເຊຊຸ ແມ່ນເຂດປ່າດົງດິບທີ່ກວ້າງໃຫຍ່ ຢູ່ລາວ, ເຊິ່ງຕິດກັບແຂວງກອນຕຸມ ຂອງຫວຽດນາມ. ຢູ່ທີ່ນີ້, ເສັ້ນທາງສາຍພູຫຼວງຕາເວັນຕົກ ແລະເສັ້ນທາງສາຍພູຫຼວງຕາເວັນອອກ ໂຮມເຂົ້າກັນເປັນເສັ້ນທາງດ່ຽວ ໄປຍັງທາງທິດຕາເວັນອອກພາກໃຕ້. ຍາມນັ້ນ, ປ່າເຊຊຸ ໄດ້ປົກປ້ອງນັກຮົບນັບພັນຄົນ. ສໍານັກງານຂອງກອງພົນ 471 ຕັ້ງທັບຫ່າງຈາກ ເຊຊຸ ປະມານ 6 ກິໂມແມັດ. ສະຖານທີ່ແຫ່ງນີ້ແມ່ນເຂດປ່າຮາບພຽງພໍສົມຄວນ, ເຊິ່ງສາມາດປົກປ້ອງໃຫ້ 4 ກອງພັນໃຫຍ່ດ້ວຍລົດຂົນສົ່ງນັບພັນຄັນ. ລຽບຕາມຂຸມຄອງ ເຊຊຸ ແມ່ນບັນດາກົມກອງທະຫານຊ່າງແສງ, ທະຫານປືນໃຫຍ່, ທະຫານສື່ສານ. ເຊຊຸ ກາຍເປັນສະຖານທີ່ສົ່ງຕໍ່ໃຫຍ່ໃຫ້ການສູ້ຮົບ. ສະຖານີຕິດຕໍ່ຢູ່ ເຊຊຸ ເວລາໃດກໍ່ມີທະຫານເຂົ້າ-ອອກ. ແຜນນະໂຍບາຍຂອງຂັ້ນເທິງແມ່ນໃນຊຸມວັນບຸນເຕັດ, ບັນດາກອງທະຫານເຂົ້າ-ອອກຜ່ານສະຖານີ ລ້ວນແຕ່ໄດ້ພັກຜ່ອນຮັບຂອງຂວັນບຸນເຕັດ, ຕ້ອນຮັບລະດູບານໃໝ່...

leftcenterrightdel
ທະຫານເຈື່ອງເຊີນ ຕ້ອນຮັບບຸນເຕັດ ແຕ່ບໍ່ລືມໜ້າທີ່. ພາບແຕ້ມຂອງຈິດຕະກອນ ຫງວຽນດຶກຢູ໊

ຕອນບ່າຍວັນທີ 30 ທັນວາ ໄລ່ຕາມຈັນທະປະຕິທິນ, ບັນດານັກສິລະປະຂອງກອງພົນ ຍັງຂ້າມຫ້ວຍໄປຫາດອກເໝີຍສີເຫຼືອງສົດໃສນຳມາປະດັບປະດາໃຫ້ກົມກອງ. ຄ້າຍທະຫານປະຖົມປະຖານ, ແຕ່ເມື່ອໄດ້ຮັບການປະດັບປະດາດ້ວຍດອກເໝີຍ ກໍ່ເພີ່ມຄວາມສວຍງາມກວ່າອີກ. ເຖິງຢ່າງໃດກໍ່ຕາມ, ໃນຈຸດເວລາຄືດັ່ງກ່າວ, ບໍ່ແມ່ນວ່າໃຜກໍ່ໄດ້ລະຫຼິ້ນ, ຮູ້ສຶກສະຫວາດສະເຫວີຍ ເຊື່ອມຕົວເຂົ້າກັບບັນຍາກາດຕ້ອນຮັບບຸນເຕັດຢູ່ບ້ານເກີດເມືອງນອນ. ລຳບາກທີ່ສຸດແມ່ນພວກເອື້ອຍນ້ອງປະຈໍາການຢູ່ສູນສະຖານີໂທລະສັບ, ເພາະວ່າ ຍິ່ງຮອດເວລາສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່, ສາຍທັງໝົດຂອງສູນສະຖານີ H10 ລ້ວນແຕ່ເຄື່ອນໄຫວ. ທ່ານ ຫງວຽນລ້ານ ຫົວໜ້າກອງພົນ ຕັກເຕືອນພວກຂ້າພະເຈົ້າ ຕ້ອງຕິດຕາມຮູບແຖວລົດຢູ່ຕາມເສັ້ນທາງ ແລະກະກຽມຮູບແຖວເດີນທາງໃນຕອນເຊົ້າມື້ທຳອິດຂອງລະດູບານໃໝ່. ໃນເຮືອນຜ້າໃບ, ທ່ານ ຫງວຽນທ້ວນກວ໋າງ, ຫົວໜ້າເສນາທິການກອງພົນ ກໍ່ປະຈໍາການພ້ອມກັບພວກຂ້າພະເຈົ້າ. ຜູ້ປະຈໍາການບັນດາກອງພັນໃຫຍ່, ບັນດາກົມກອງສັງກັດ ລາຍງານວ່າ ທຸກສິ່ງທຸກຢ່າງໄດ້ດໍາເນີນຢ່າງຈົບງາມ. ເວລາສົ່ງທ້າຍປີເກົ່າ, ຕ້ອນຮັບປີໃໝ່ໄດ້ຜ່ານໄປ, ວັນທໍາອິດຂອງປີເຖາະ 1975 ໄດ້ວຽນມາ. ສຽງລົດໂອໂຕ ຂອງບັນດາກອງພັນເລີ່ມເດີນທາງໃນວັນທໍາອິດຂອງປີໃໝ່ຢູ່ທັງ 4 ກອງພັນໃຫຍ່ ແລະອົງການກອງບັນຊາການ ດັງກ້ອງກັງວານໄປທົ່ວ ເຊຊຸ. ບັນດາລົດໂອໂຕ ຂົນສົ່ງສິນຄ້າເຕັມລົດລຽນແຖວໄປຕາມທິດຕາເວັນອອກພາກໃຕ້. ບັນດາເຮືອນຄົວ, ບັນດາປ້ຳນໍ້າມັນຢູ່ຕາມເສັ້ນທາງລ້ວນແຕ່ໄດ້ຮັບຄໍາສັ່ງຕ້ອນຮັບເຂົາເຈົ້າຢ່າງຮອບຄອບຖີ່ຖ້ວນ. ລະດູບານໃໝ່ແຫ່ງໄຊຊະນະພວມວຽນມາ...

 

ໂດຍ: ທູຈາງ