ມອບ-ຮັບວັດຖຸທີ່ລະນຶກໃນສົງຄາມຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ ແລະນັກຮົບເກົ່າຫວຽດນາມ
ກປ.ອອນໄລ - ວັນທີ 21 ເມສາ, ຢູ່ຮ່າໂນ້ຍ, ກົມນະໂຍບາຍ-ສັງຄົມ, ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ - ຫ້ອງການຄະນະຊີ້ນໍາແຫ່ງຊາດກ່ຽວກັບການຊອກຫາ, ທ້ອນໂຮມ ແລະກໍານົດຊື່ ແລະນາມສະກຸນຂອງນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ (ເອີ້ນຫຍໍ້ວ່າຫ້ອງການຄະນະຊີ້ນໍາແຫ່ງຊາດ 515) ໄດ້ສົມທົບກັບສະຖານທູດອາເມລິກາ ປະຈໍາ ຫວຽດນາມ, ສູນ Ash ຂຶ້ນກັບມະຫາວິທະຍາໄລ Harvard (ອາເມລິກາ), ກົມພົວພັນຕ່າງປະເທດ (ກະຊວງປ້ອງກັນປະເທດ) ແລະບັນດາອົງການທີ່ກ່ຽວຂ້ອງ ຈັດຕັ້ງພິທີມອບ-ຮັບວັດຖຸທີ່ລະນຶກໃນສົງຄາມຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ ແລະບັນດານັກຮົບເກົ່າຫວຽດນາມ.
ທີ່ພິທີ, ທ່ານພົນຈັດຕະວາ ກາວຊວນຖັງ, ຮອງຫົວໜ້າກົມນະໂຍບາຍ-ສັງຄົມ, ທັງເປັນຫົວໜ້າອົງການປະກັນສັງຄົມກອງທັບ, ຮອງຫົວໜ້າຫ້ອງການຄະນະຊີ້ນໍາແຫ່ງຊາດ 515 ແລະ ທ່ານ Marc Knapper ເອກອັກຄະລັດຖະທູດອາເມລິກາ ປະຈໍາ ຫວຽດນາມ ໄດ້ມອບວັດຖຸທີ່ລະນຶກໃນສົງຄາມລວມມີປື້ມບັນທຶກ, ຈົດໝາຍສ່ວນຕົວ… ຂອງນັກຮົບເກົ່າ 5 ຄົນ ແລະນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ 3 ຄົນ ໃຫ້ບັນດານັກຮົບເກົ່າ ແລະຍາດຕິພີ່ນ້ອງຂອງນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ.
    |
 |
ທ່ານພົນຈັດຕະວາ ກາວຊວນຖັງ, ທ່ານ Marc E. Knapper ເອກອັກຄະລັດຖະທູດອາເມລິກາ ມອບວັດຖຸທີ່ລະນຶກໃຫ້ແກ່ຍາດຕິພີ່ນ້ອງຂອງນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ ແລະບັນດານັກຮົບເກົ່າ. ພາບ: qdnd.vn |
ສູນ Ash ໄດ້ສົ່ງວັດຖຸທີ່ລະນຶກທີ່ກ່າວມາຂ້າງເທິງໃຫ້ແກ່ກົມນະໂຍບາຍ - ຫ້ອງການຄະນະຊີ້ນໍາແຫ່ງຊາດ 515 ໃນກາງເດືອນມີນາ 2025. ຫຼັງຈາກນັ້ນ, ດ້ວຍຄວາມຮັກແພງ, ຄວາມຮັບຜິດຊອບ, ຄວາມມານະພະຍາຍາມຂອງບັນດາອົງການ, ກົມກອງ, ທ້ອງຖິ່ນ, ກໍາລັງທີ່ປະຕິບັດວຽກງານນະໂຍບາຍ ແລະການສະໜັບສະໜູນ, ການສົມທົບຂອງສູນ Ash, ໄດ້ກໍານົດຂໍ້ມູນຂອງຍາດຕິພີ່ນ້ອງ ແລະຂໍ້ມູນສ່ວນຕົວທີ່ກ່ຽວຂ້ອງເຖິງວັດຖຸທີ່ລະນຶກ.
ໂດຍ: ຈາງຫງວຽນ