ແຂວງເທື່ອທຽນເຫ້ວ ຈັດຕັ້ງພິທີສົ່ງກອງຊອກຫາ, ທ້ອນໂຮມອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດຢູ່ລາວ
ກປ.ອອນໄລ - ວັນທີ 23 ຕຸລາ, ຄະນະຊີ້ນຳ 515 ແຂວງເທື່ອທຽນເຫ້ວ ໄດ້ຈັດພິທີສົ່ງກອງທ້ອນໂຮມ 192, ກອງບັນຊາການທະຫານແຂວງເທື່ອທຽນເຫ້ວ ເດີນທາງປະຕິບັດໜ້າທີ່ຊອກຫາ, ທ້ອນໂຮມອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດຢູ່ລາວ ໃນລະດູແລ້ງ 2024-2025.
ໂດຍປະຕິບັດຂໍ້ຕົກລົງຂອງກອງບັນຊາການທະຫານເຂດ 4 ລະດູແລ້ງ 2024-2025, ກອງທ້ອນໂຮມ 192 ສືບຕໍ່ເດີນທາງໄປປະຕິບັດໜ້າທີ່ຢູ່ 2 ແຂວງສາລະວັນ ແລະເຊກອງ. ເພື່ອສໍາເລັດແຜນການທີ່ໄດ້ວາງອອກເປັນຢ່າງດີ, ໃນໄລຍະຜ່ານມາ, ຄະນະຊີ້ນຳ 515, ກອງບັນຊາການທະຫານແຂວງເທື່ອທຽນເຫ້ວ ໄດ້ເພີ່ມກຳລັງທະຫານ, ຊີ້ນຳກອງທ້ອນໂຮມ 192 ເຮັດວຽກງານກະກຽມກ່ຽວກັບກໍາລັງ, ພາຫະນະ, ພື້ນຖານດ້ານວັດຖຸ, ຈັດຕັ້ງການຝຶກແອບ, ບໍາລຸງສ້າງດ້ານວິຊາຊີບ, ພາສາລາວ ໃຫ້ແກ່ພະນັກງານ, ພາລະກອນເປັນຢ່າງດີ. ປະຈຸບັນ, ກອງທ້ອນໂຮມ 192 ໄດ້ສົມທົບກັນກໍາແໜ້ນ 10 ແຫຼ່ງຂໍ້ມູນກ່ຽວກັບ 13 ອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ.
    |
 |
ຜູ້ແທນລະດົມກຳລັງໃຈພະນັກງານ, ພາລະກອນກອງທ້ອນໂຮມ 192. ພາບ: qdnd.vn |
ກ່າວຄຳເຫັນທີ່ພິທີ, ທ່ານ ຟານກຸຍເຟືອງ, ຮອງປະທານຄະນະກຳມະການປະຊາຊົນແຂວງເທື່ອທຽນເຫ້ວ ເນັ້ນໜັກວ່າ: ການຊອກຫາ, ທ້ອນໂຮມ ແລະສົ່ງອັດຖິນັກຮົບທີ່ເສຍສະຫຼະຊີວິດໃນຢູ່ສະໜາມຮົບລາວ ກັບຄືນປະເທດແມ່ນໜ້າທີ່ອັນສັກສິດ, ສູງສົ່ງ, ສະນັ້ນ, ພະນັກງານ, ລັດຖະກອນຂອງກອງທ້ອນໂຮມ 192 ຕ້ອງເສີມຂະຫຍາຍຈິດໃຈຮັບຜິດຊອບ, ຄວາມສາມັກຄີໃນວິວັດການປະຕິບັດໜ້າທີ່; ບໍ່ຫົວຊາຕໍ່ຄວາມຫຍຸ້ງຍາກລຳບາກ, ປະຕິບັດໜ້າທີ່ທີ່ໄດ້ຮັບມອບໝາຍໃຫ້ປະສົບຜົນສຳເລັດ.
ໂດຍ: ຈາງຫງວຽນ