leftcenterrightdel
ທ່ານພົນຈັດຕະວາ ຫງວຽນຮົ່ງຖ໊າຍ, ຮອງຫົວໜ້າການເມືອງ, ຫົວໜ້າຄະນະຊີ້ນໍາ 515 ທະຫານເຂດ 2, ກະຊວງປ້ອງກັນປະເທດຫວຽດນາມ ກ່າວຄໍາເຫັນທີ່ພິທີ. ພາບ: ສໍານັກຂ່າວສານຫວຽດນາມ

ວັນທີ 17 ມິຖຸນາ, ພິທີສະເຫຼີມສະຫຼອງ 30 ປີແຫ່ງວັນມູນເຊື້ອກອງຄົ້ນຫາ, ທ້ອນໂຮມອັດຖິທະຫານເສຍສະຫຼະຊີວິດເພື່ອຊາດ ຢູ່ລາວ ໄດ້ດຳເນີນຢູ່ແຂວງ ອຸດົມໄຊ, ທາງທິດເໜືອລາວ. ກອງຄົ້ນຫາ, ທ້ອນໂຮມອັດຖິທະຫານເສຍສະຫຼະຊີວິດເພື່ອຊາດຂອງທະຫານເຂດ 2 ແມ່ນໜຶ່ງໃນ 8 ກອງຄົ້ນຫາ, ທ້ອນໂຮມອັດຖິທະຫານເສຍສະຫຼະຊີວິດເພື່ອຊາດ ທີ່ປະຕິບັດໜ້າທີ່ໃນບໍລິເວນບັນດາແຂວງ, ນະຄອນຂອງລາວ.

leftcenterrightdel
ບັນຍາກາດທີ່ພິທີສະເຫຼີມສະຫຼອງ. ພາບ: ສໍານັກຂ່າວສານຫວຽດນາມ

ໃນ 30 ປີຜ່ານມາ, ທາງກອງໄດ້ຄົ້ນຫາ, ທ້ອນໂຮມອັດຖິ 1835 ອັດຖິ, ໃນນັ້ນມີ 387 ອັດຖິ ໄດ້ຢັ້ງຢືນຊື່ ແລະນາມສະກຸມ, ມອບໃຫ້ 25 ແຂວງ, ນະຄອນໃນທົ່ວປະເທດຫວຽດນາມ. ຢູ່ພິທີ, ທ່ານ ອ່ອນແກ້ວ ອຸ່ນອາລົມ ຮອງເຈົ້າແຂວງແຂວງອຸດົມໄຊ ໄດ້ສະແດງຄວາມຮູ້ບູນຄູນຕໍ່ການເສຍສະຫຼະຊີວິດຂອງບັນດາທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ໃນພາລະກິດແຫ່ງການປະຕິວັດສາກົນອັນສູງສົ່ງ, ຍາມໃດກໍ່ຄຽງບ່າຄຽງໄຫຼ່ ພ້ອມກັບທະຫານ ແລະປະຊາຊົນລາວ ຕໍ່ສູ້ຍາດເອົາເອກະລາດ, ຄວາມເສລີມາໃຫ້ແກ່ປະຊາຊົນບັນດາເຜົ່າ.

ທ່ານ ອ່ອນແກ້ວ ສະເໜີອຳນາດການປົກຄອງ ແລະປະຊາຊົນ 6 ແຂວງທາງທິດເໜືອລາວ ຖືວຽກງານຄົ້ນຫາ, ທ້ອນໂຮມອັດຖິທະຫານອາສາສະໝັກ ແລະ ນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນສົງຄາມ ແມ່ນໜ້າທີ່, ຄວາມຮັບຜິດຊອບຂອງແຕ່ລະຄົນ ເພື່ອແນໃສ່ຄົ້ນຫາ, ປັບປຸງຂໍ້ມູນ ແລະ ທ້ອນໂຮມ, ນຳສົ່ງອັດຖິທີ່ຍັງເຫຼືອຢູ່ລາວ ຢ່າງຄົບຖ້ວນໂດຍໄວ.

ໂດຍ: ກວຽດເຕິມ