ໃນລາຍການ 10 ພາກ, ຜູ້ສ້າງເນື້ອໃນ ແລະຜູ້ທີ່ມີຊື່ສຽງຂອງລາຍການ 14 ຄົນທີ່ມາຈາກ 6 ປະເທດໃນອາຊີ ຈະພາທ່ານຜູ້ຊົມໄປຄົ້ນຫາຄຸນຄ່າດ້ານອາຫານການກິນ, ການທ່ອງທ່ຽວຂອງຫວຽດນາມ. ໃນລາຍການ, ນອກຈາກການປະຕິບັດສໍາເລັດໜ້າທີ່ທີ່ວາງອອກແລ້ວ, ບັນດາທີມຍັງໄດ້ປະດິດຄຼິບ ວິດີໂອ ເພື່ອເອົາລົງເຄືອຂ່າຍສັງຄົມ, ຈາກນ້ັນແມ່ນແນໃສ່ໂຄສະນາເຜີຍແຜ່ວັດທະນະທໍາ, ການທ່ອງທ່ຽວ ແລະອາຫານການກິນຂອງຫວຽດນາມ. ລາຍການຈະພາຜູ້ຊົມໄປຍັງສະຖານທີ່ທ່ອງທ່ຽວທີ່ດຶງດູດໃຈຢູ່ນະຄອນໂຮ່ຈີມິນ, ຮ່າໂນ້ຍ, ນະຄອນຮະລອງ ຂອງແຂວງກວາງນິງ.

leftcenterrightdel
ຜູ້ເຂົ້າຮ່ວມໃນລາຍການ. ພາບ: ຄະນະຈັດຕັ້ງ

ລາຍການ “ເດີນທາງທີ່ຈັບອົກຈັບໃຈ” - Let's Feast Vietnam” ຈະໄດ້ອອກອາກາດໃນທຸກໆຕອນຄ່ຳວັນອັງຄານ ແລະວັນພຸດໃນແຕ່ລະອາທິດ, ເລີ່ມແຕ່ວັນທີ 15 ສິງຫາ ຫາວັນທີ 29 ສິງຫາ. ລາຍການດັ່ງກ່າວຈະອອກອາກາດໄປທົ່ວທຸກປະເທດໃນອາຊີ ຜ່ານຊ່ອງໂທລະພາບ Netflix ແລະຢູ່ຫວຽດນາມ ແມ່ນຜ່ານແອັບພຼີເຄຊັນການບັນເທີງ Danet.

ໂດຍ: ທູຈາງ