ຕອນບ່າຍວັນທີ 3 ພຶດສະພາ, ຢູ່ນະຄອນຫຼວງ ພະນົມເປັນ, ກອງບັນຊາການທະຫານບົກກຳປູເຈຍ ໄດ້ຈັດຕັ້ງພິທີປະດັບຫຼຽນໄຊມິດຕະພາບຂອງລັດຫວຽດນາມ ແລະມອບໃບຍ້ອງຍໍໃຫ້ແກ່ບັນດານາຍທະຫານ ແລະບັນດາການນໍາທີ່ໄດ້ປະກອບສ່ວນສຳຄັນ, ຕັ້ງໜ້າໃນການເຄື່ອນໄຫວສົມທົບກັນຊອກຫາ, ທ້ອນໂຮມ ແລະສົ່ງອັດຖິທະຫານອາສາສະໝັກ ແລະນັກຊ່ຽວຊານ ຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ກຳປູເຈຍ ໃນໄລຍະສົງຄາມກັບຄືນປະເທດ.

leftcenterrightdel
ຄະນະຈັດຕັ້ງ ປະດັບຫຼຽນໄຊ, ຫຼຽນກາມິດຕະພາບຂອງລັດ, ມອບໃບຍ້ອງຍໍຂອງນາຍົກລັດຖະມົນຕີ ແລະລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໃຫ້ແກ່ບຸກຄົນ ແລະໝູ່ຄະນະ. ພາບ: vov.vn

ທ່ານພົນເອກ Mao Sophan, ຮອງຜູ້ບັນຊາການກອງທັບລະຊະວົງ ກຳປູເຈຍ ຢືນຢັນວ່າ: ໃນໄລຍະຜ່ານມາ, ສອງຝ່າຍໄດ້ສົມທົບກັນຢ່າງແໜ້ນແຟ້ນໃນບັນດາການເຄື່ອນໄຫວທີ່ມີຄວາມໝາຍມະນຸດສະທຳອັນສູງສົ່ງນີ້. ໃນໄລຍະຈະມາເຖິງ, ຝ່າຍ ກຳປູເຈຍ ຈະສືບຕໍ່ສ້າງເງື່ອນໄຂສະດວກເພື່ອໃຫ້ 11 ກອງທ້ອນໂຮມຂອງຫວຽດນາມ ສືບຕໍ່ປະຕິບັດ, ສຳເລັດໜ້າທີ່ໃນວຽກງານຊອກຫາ, ເກັບກຳ ແລະທ້ອນໂຮມອັດຖິທະຫານອາສາສະໝັກຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ກຳປູເຈຍ; ບົນຈິດໃຈຮ່ວມມືລະຫວ່າງຄະນະກຳມະການພິເສດຂອງສອງລັດຖະບານ.

ໂດຍ: ຈາງຫງວຽນ