ບົນເສັ້ນທາງ, ຜ່ານບັນດາເຂດໃກ້ບ້ານ, ປະຊາຊົນປະເທດເພື່ອນລາວ ໄດ້ລໍຖ້າເພື່ອແລກປ່ຽນສິນຄ້າກັບທະຫານ, ທັງລະບົບຕະຫຼາດຕາມເສັ້ນທາງຕິດຕໍ່ພາທາງໄດ້ຮັບການສ້າງຕັ້ງ. ທະຫານຕ້ອງການຜັກ, ໝາກໄມ້, ສະບຽງອາຫານສົດ; ປະຊາຊົນຕ້ອງການເຫຼັກໄຟ ແລະຫີນເຫຼັກໄຟ, ເຂັມກັບໄໝຫຍິບ, ເຈ້ຍ, ບິກສໍຊຶມ, ແປ້ງນົວ, ຜ້າເຊັດໜ້າ... ຕະຫຼາດຕັ້ງຢູ່ແຫ່ງທີ່ທະຫານຢຸດເຊົາພັກຜ່ອນມີຄວາມຄຶກຄັກຫຼາຍ. ພວກຂ້າພະເຈົ້າເຫັນດອກເໝີຍປ່າ, ບັນຍາກາດຕ້ອນຮັບບຸນປີໃໝ່ປະຈໍາຊາດຂອງຫວຽດນາມໃກ້ຈະມາຮອດແລ້ວ ແຕ່ຄວາມມ່ວນຊື່ນສັບຫວ່າງກັບຄວາມໂສກເສົ້າ. ຂ້າພະເຈົ້າເອົາຫີນເຫຼັກໄຟມາແລກເອົາງ່າດອກເໝີຍນ້ອຍ, ຄັດໃສ່ບາໂລ, ນຳໄປພ້ອມບົນເສັ້ນທາງເຄື່ອນທັບເພື່ອໃຫ້ໝູ່ທະຫານຊົມ. ກວ່າໜຶ່ງເດືອນທີ່ເຄື່ອນທັບພວກຂະພະເຈົ້າເຂົ້າເຖິງທາງເລກ 9 ຕອນເໜືອ, ຂ້າພະເຈົ້າຖືກຈັດເຂົ້າເຮັດວຽກກັບໝູ່ທະຫານສໍາຫຼວດ ຂຶ້ນກັບຄະນະເສນາທິການຊ່າງແສງ, ທັບພາກ 32, ກອງບັນຊາການທະຫານເຈື່ອງເຊີນ. ພາຍຫຼັງ 10 ມື້ແຫ່ງການຝຶກແອບພວກຂ້າພະເຈົ້າກໍ່ກະກຽມຕ້ອນຮັບບຸນເຕັດ. ສິນຄ້າເຕັດຈາກພາກເໜືອສົ່ງມາມີເຂົ້າໜຽວ, ຖົ່ວຂຽວເພື່ອຫໍ່ເຂົ້າຕົ້ມ; ເຂົ້າໜົມ, ຊາ, ຕົ້ນຢາສູບ. ພວກຂ້າພະເຈົ້າຮັບເງິນເພິ່ມເພື່ອຊື້ເຄື່ອງຂອງທີ່ຈໍາເປັນຢູ່ກັງຕິນທັບພາກ. ຢູ່ນີ້ມີສິນຄ້າທຸກປະເພດ: ຜ້າເຊັດໜ້າ, ຢາຜັດແຂ້ວ, ຢາຫີດ, ຢາສູບ, ສະແຕັມຈົດໝາຍ...

leftcenterrightdel
ແມ່ຕູ້ຢູ່ເມືອງລູກນາມ (ບັກຢາງ) ແລະທະຫານກອງພົນ 3, ທະຫານເຂດ 1. ພາບ: ຝູເຊີນ.

ສໍານັກງານທັບພາກ 32 ຕັ້ງທັບໃນເຂດປ່າດົງ, ສອງຟາກຝັ່ງຫ້ວຍ. ໃນຊຸມມື້ໃກ້ຈະຮອດບຸນປີໃໝ່ປະຈໍາຊາດ ປີ 1971, ຄະນະໃດກໍ່ມີແທ່ນບູຊາ, ປະດັບທຸງຊາດ, ພາບລຸງໂຮ່, ພາໝາກໄມ້ຫ້າຊະນິດ, ເຂົ້າຕົ້ມ, ທູບທຽນ, ດອກໄມ້... ໝູ່ທະຫານສໍາຫຼວດພວກຂ້າພະເຈົ້າໄດ້ຮັບໜ້າທີ່ເຂົ້າບ້ານປະຕິບັດວຽກງານຂົນຂວາຍປະຊາຊົນ, ແລກປ່ຽນສິນຄ້າ, ສະບຽງອາຫານຮັບໃຊ້ບຸນເຕັດ. ພະລາທິການທັບພາກ 32 ຈັດການຫໍ່ເຂົ້າຕົ້ມ, ລວກ ແລະແບ່ງໃຫ້ແຕ່ລະຄະນະ. ອະນຸກຳມະການບໍລິຫານຂອງທັບພາກ 32 ລ້ຽງໝູລວມ, ທັບພາກຂ້າໝູ ແລະແບ່ງໃຫ້ບັນດາຄະນະປຸງແຕ່ງເອງ. ບັນດາຄະນະທີ່ຍັງເຫຼືອເພີ່ມພູນຜະລິດຜົນ, ລ້ຽງສັດປີກ. ສະນັ້ນ, ໃນບຸນເຕັດ, ຄະນະເສນາທິການຊ່າງແສງ ແລະບັນດາຄະນະຂອງທັບພາກມີຊີ້ນມັນ, ເຂົ້າຕົ້ມ... ເພື່ອຕ້ອນຮັບບຸນປີໃໝ່.

ໃນຄ່ຳຄືນສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່, ຕອນເຊົ້າວັນທີ 1 ຂອງບຸນເຕັດ, ແຕ່ລະຄະນະຈັດຕັ້ງຄະນະໄປອວຍພອນປີໃໝ່ນຳກັນ. ບັນຍາກາດຕ້ອນຮັບລະດູບານໃໝ່ສົດໃສ, ອົບອຸ່ນ. ໃນຄໍ່າຄືນວັນທີ 3 ຂອງບຸນເຕັດ, ກອງສິລະປະ ປະຈັນບານເຈື່ອງເຊີນ ເຂົ້າຮັບໃຊ້ທັບພາກ 32, ສະແດງໃນຖໍ້າຫີນ. ລາຍການພວມດໍາເນີນຢ່າງຟົດຟື້ນແຕ່ຕ້ອງປິດໄວ້, ຍ້ອນເຮືອບິນ AC-130 ມາທໍາລາຍເຂົ້າຮູບແຖວລົດໂອໂຕຂອງກອງພັນ 102 ຂຶ້ນກັບທັບພາກ 32. ບັນດາອົງການຜັນຂະຫຍາຍໜ້າທີ່ຮັບມືກັບການຕ້ານທໍາລາຍຂອງສັດຕູ ແລະແກ້ໄຂຜົນຮ້າຍຢ່າງຮີບດ່ວນ...

ຕອນເຊົ້າວັນທີ 5 ຂອງບຸນເຕັດ, ຂ້າພະເຈົ້າ ພ້ອມກັນ ຮ້ອຍຕີ ຫງວຽນວັນຮືງ ຜູ້ຊ່ວຍວຽກຄະນະເສນາທິການຊ່າງແສງໄດ້ຮັບໜ້າທີ່ໄປສືບສວນຈາກສໍານັກບັນຊາພື້ນຖານເຖິງສໍານັກບັນຊາແນວໜ້າຂອງທັບພາກ 32 ແລະກໍາສະພາບການຍ້ອນຖືກເສຍການຕິດຕໍ່. ມາເຖິງບ່ອນ, ຮ້ອຍເອກພິເສດ ຫງວຽນງອກກວາງ ຫົວໜ້າເສນາທິການຊ່າງແສງ ຮັບຜິດຊອບສໍານັກບັນຊາແນວໜ້າ ໃຫ້ຮູ້ວ່າ: ແຕ່ວັນທີ 1 ຂອງບຸນເຕັດ ຮອດປະຈຸບັນ, ເຮືອບິນສັດຕູຕີທໍາລາຍຢ່າງຕໍ່ເນື່ອງ. ສະນັ້ນ, ສໍານັກບັນຊາແນວໜ້າບໍ່ມີບຸນເຕັດ, ແຕ່ໂຊກດີຍ້ອນບໍ່ມີໃຜເສຍສະຫຼະຊີວິດ ຫຼື ຖືກບາດເຈັບ... ອ້າຍ ກວາງ ຊົງນໍ້າຕານສີແດງ, ເຫຍັ້ນນ້ຳຕານໃສ່ຖ້ວຍເຊີນພວກຂ້າພະເຈົ້າກິນ: “ເອົາ, ພວກເຮົາພ້ອມກັນດື່ມຕ້ອນຮັບບຸນປີໃໝ່, ອວຍພອນອ້າຍນ້ອງເຮົາປອດໄພ”.

ໂດຍ: ຈາງຫງວຽນ