ນີ້ແມ່ນຂ້ໍລິເລີ່ມໂດຍຫວຽດນາມ ສະເໜີ, ແມ່ນເວທີປາໄສທຳອິດຂອງອາຊຽນ ກ່ຽວກັບຫົວຂໍ້ນີ້. ເວທີປາໄສແມ່ນກາລະໂອກາດເພື່ອໃຫ້ບັນດາປະເທດສະມາຊິກອາຊຽນ, ບັນດາຄູ່ຮ່ວມມືຂອງອາຊຽນ, ບັນດາອົງການຈັດຕັ້ງພາກພື້ນ ແລະສາກົນ ກໍ່ຄືປະຊາຄົມວິສາຫະກິດພ້ອມກັນແລກປ່ຽນ, ກຳນົດກາລະໂອກາດ, ສິ່ງທ້າທາຍ, ຄວາມສາມາດບົ່ມຊ້ອນ, ທິດທາງຊຸກຍູ້ການຮ່ວມມືພັດທະນາຢູ່ອະນຸພາກພື້ນ. ເວທີປາໄສມີການເຂົ້າຮ່ວມ ແລະການປະກອບສ່ວນຂອງການນຳ ແລະຜູ້ຕາງໜ້າຂັ້ນສູງຂອງບັນດາປະເທດ, ຄື: ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີລາວ; ທ່ານ Prak Sokhonn ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແລະການຮ່ວມມືສາກົນກຳປູເຈຍ; ທ່ານ Lim Jock Hoi ເລຂາທິການໃຫຍ່ອາຊຽນ. ທ່ານ ບຸ່ຍແທງເຊິນ ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ກ່າວປາໄສໄຂກອງປະຊຸມ ແລະສິ້ນສຸດເວທີປາໄສ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ກ່າວຄຳເຫັນທີ່ເວທີປາໄສ. ພາບ: ສຳນັກຂ່າວສານຫວຽດນາມ.

ກ່າວຄຳເຫັນທີ່ເວທີປາໄສ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ເນັ້ນໜັກວ່າ: ພ້ອມກັບການຍູ້ໄວວິວັດການເຊື່ອມຕໍ່ພາກພື້ນຢ່າງເລິກເຊິ່ງກວ້າງຂວາງຂອງອາຊຽນ ນັ້ນ, ການເຊື່ອມຕໍ່ ແລະຮັບປະກັນໃຫ້ບັນດາເຂດພາກທ່ວງທັນກັບວິວັດການພັດທະນາລວມຂອງພາກພື້ນແມ່ນມີຄວາມໝາຍພິເສດ. ທ່ານນາຍົກລັດຖະມົນຕີ ຍົກອອກ 3 ບູລິມະສິດຄວນຊຸກຍູ້ໃນການຮ່ວມມືອະນຸພາກພື້ນ.

ບັນດາກຳນົດທິດສຳຄັນທີ່ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຍົກອອກແມ່ນເໝາະສົມກັບຄວາມເອົາໃຈໃສ່ ແລະຄຳເຫັນລວມຂອງຜູ້ແທນ, ນັກປາຖະກະຖາຫຼາຍຄົນຢູ່ເວທີປາໄສ. ຍູ້ແຮງການເຊື່ອມຕໍ່, ຊຸກຍູ້ການເຊື່ອມໂຍງເສດຖະກິດ, ການເຕີບໂຕສີຂຽວ, ປົກປັກຮັກສາສິ່ງແວດລ້ອມ, ນຳໃຊ້ ແລະຄຸ້ມຄອງບັນດາແຫຼ່ງຊັບພະຍາກອນແບບຍືນຍົງ, ຮັບມືກັບໄພທຳມະຊາດ, ການປ່ຽນແປງຂອງດິນຟ້າອາກາດ, ການຫັນປ່ຽນດີຈີຕອນ, ພັດທະນາຊັບພະຍາກອນມະນຸດ, ຊຸກຍູ້ການທ່ອງທ່ຽວ... ແມ່ນບັນດາເນື້ອໃນຮ່ວມມືຕົ້ນຕໍເຊິ່ງບັນດາປະເທດອາຊຽນ, ບັນດາຄູ່ຮ່ວມມື ແລະອົງການຈັດຕັ້ງພາກພື້ນ, ສາກົນ ໄດ້ເຫັນດີເປັນເອກະພາບຄວນຍູ້ແຮງ.

ບັນດາຜູ້ແທນຊົມເຊີຍ, ຕີລາຄາສູງບົບບາດ ແລະການປະກອບສ່ວນຂອງຫວຽດນາມ ໃນການຊຸກຍູ້ການຮ່ວມມືພັດທະນາຢູ່ບັນດາອະນຸພາກພື້ນ, ເພື່ອເປົ້າໝາຍຮັດແຄບຊ່ອງວ່າງພັດທະນາໃນອາຊຽນ.

ໂດຍ: ແສງເດືອນ