ມີຫຼາຍກວ່າ 70 ຄົນ ໄດ້ຮັບການຢັ້ງຢືນວ່າ ຖືກເສຍຊີວິດໃນເຫດຍິງປືນທີ່ນອງເລືອດ ເຊິ່ງຫາກໍ່ເກີດຂຶ້ນຢູ່ບໍ່ຄຳ ຊູດັງໃຕ້ ເມື່ອທ້າຍອາທິດກ່ອນ. ວັນທີ 30 ມີນາ, ທ່ານ Kwacijwok Dominic Amondoc ໂຄສົກຕຳຫຼວດ ຊູດັງໃຕ້ ໃຫ້ຮູ້ວ່າ ເຫດການເກີດຂຶ້ນຢູ່ເຂດພູ Jebel Iraq, ລັດ Equatoria, ຊານເມືອງນະຄອນຫຼວງ Juba. ມີມືປືນຫຼາຍຄົນ ທີ່ຍັງບໍ່ທັນຮູ້ຊື່ ແລະນາມສະກຸນ ໄດ້ບຸກໂຈມຕີຢ່າງກະທັນຫັນແລ້ວຍິງປືນແບບຊ້າຊາຍເຂົ້າຄົນງານຂຸດຄົ້ນບໍ່ຄຳ ພ້ອມດ້ວຍປະຊາຊົນໃນບໍລິເວນດັ່ງກ່າວ. ລາຍງານໃນເບື້ອງຕົ້ນໄດ້ຢືນຢັນວ່າ ມີຜູ້ເສຍຊີວິດ 70 ກວ່າຄົນ ແລະຫຼາຍຄົນຖືກບາດເຈັບ.

ກໍໃນຂະນະດຽວກັນ, ຮູບພາບທີ່ໄດ້ແຜ່ກະຈາຍໃນສື່ສັງຄົມອອນລາຍ ໄດ້ຊີ້ໃຫ້ເຫັນວ່າ ຊາກສົບຂອງຜູ້ເສຍຊີວິດນອນເດຍລະດາດຢູ່ສະຖານທີ່ເກີດເຫດ. ຊາວທ້ອງຖິ່ນຈຳນວນໜຶ່ງໃຫ້ຂໍ້ສັງເກດວ່າ ນີ້ອາດຈະແມ່ນການຂັດແຍ້ງກັນລະຫວ່າງບັນດາກຸ່ມຄົນຂຸດຄົ້ນບໍ່ຄຳໃນບໍລິເວນ. ເຖິງຢ່າງໃດກໍຕາມ, ຂໍ້ມູນລະອຽດກ່ຽວກັບເຫດການນີ້ຍັງບໍ່ທັນໄດ້ຮັບການປະກາດເທື່ອ.

ແຫຼ່ງຄັດຈາກ: vovworld.vn