ປັດຈຸບັນ, ປາກິດສະຖານ, ອີຢິບ ແລະ ບັນດາປະເທດເຂດອ່າວ ພວມສວມບົດບາດ “ເປັນຂົວຕໍ່”, ປະຕິບັດການສົ່ງຕໍ່ຂໍ້ມູນຂ່າວສານລະຫວ່າງ ອາເມລິກາ ແລະ ອີຣານ ທີ່ກ່ຽວຂ້ອງເຖິງການເຈລະຈາ. ບາງແຫຼ່ງຂ່າວຈາກຝ່າຍຕາເວັນຕົກ ໃຫ້ຮູ້ວ່າ ອຳນາດການປົກຄອງອາເມລິກາ ຢາກໃຫ້ທ່ານ Mohammad Baqer Qalibaf ປະທານສະພາແຫ່ງຊາດ, ຜູ້ທີ່ພວມກຳອຳນາດຢູ່ອີຣານ ເປັນຜູ້ຕາງໜ້າຄະນະເຈລະຈາຂອງຝ່າຍອີຣານ  ແທນໃຫ້ທ່ານ Abbas Araghchi ລັດຖະມົນຕີການຕ່າງປະເທດ ຄືໃນການເຈລະຈາກ່ອນໜ້ານີ້. ສື່ມວນຊົນ ອິດສະຣາແອັນ ກໍໄດ້ໃຫ້ຂ່າວວ່າ ອີຣານ ໄດ້ຍົກອອກຫຼາຍເງື່ອນໄຂກ່ຽວກັບການຢຸດຕິການປະທະກັນໃນປັດຈຸບັນ, ລວມທັງຮັບປະກັນບໍ່ໃຫ້ການປະທະກັນເກີດຂຶ້ນອີກ, ປິດບັນດາຖານທີ່ໝັ້ນຂອງອາເມລິກາ ຢູ່ຕາເວັນອອກກກາງ ແລະ ຊົດເຊີຍຄ່າໃຊ້ຈ່າຍໃນສົງຄາມໃຫ້ແກ່ ເຕເຮຣານ. ແຕ່ວ່າ ຂໍ້ມູນດັ່ງກ່າວຍັງບໍ່ທັນໄດ້ຮັບການຢືນຢັນຈາກຝ່າຍ ອີຣານ ເທື່ອ.

leftcenterrightdel
ກໍາປັ່ນຂົນສົ່ງນ້ຳມັນ LPG ຕ້ອງຢຸດກາງ ຢູ່ຊ່ອງແຄບທະເລ  Hormuz, ໃນສະພາບການປະທະກັນລະຫວ່າງ ອາເມລິກາ - ອິດສະຣາແອັນ ແລະ ອີຣານ ໃນວັນທີ 11ມີນາ 2026 ພາບ:  REUTERS

ກໍໃນວັນດຽວກັນ, ທ່ານປະທານາທິບໍດີອາເມລິກາ Donald Trump  ໄດ້ຕໍ່ກຳນົດເວລາບັງຄັບໃຫ້ອີຣານ ຕ້ອງເປີດຊ່ອງແຄບທະເລ Hormuz ແລະຢຸດຕິຊົ່ວຄາວແຜນການບຸກໂຈມຕີ ໃສ່ບັນດາໂຮງງານໄຟຟ້າຂອງ ເຕເຮຣານ ໃນເວລາ  5 ວັນ.

ແຫຼ່ງຄັດຈາກ: vovworld.vn