ປະທານາທິບໍດີອາເມລິກາ Donald Trump ປະຕິເສດຂໍ້ຕົກລົງຢຸດຍິງກັບ ອີຣານ
ວັນທີ 20 ມີນາ, ເປັນມື້ທີ 21 ຂອງການສູ້ຮົບຢູ່ຕາເວັນອອກກາງ, ສື່ມວນຊົນອິດສະຣາແອັນ ໃຫ້ຮູ້ວ່າ ໄລ່ຮອດຕອນບ່າຍ, ອີຣານ ໄດ້ດຳເນີນການບຸກໂຈມຕີດ້ວຍລູກສອນໄຟນຳວິຖີ ໃສ່ຜືນແຜ່ນດິນ ຂອງອິດສະຣາແອັນ 7 ຄັ້ງ.
ລູກສອນໄຟຂອງອີຣານ ສ່ວນຫຼາຍໄດ້ຖືກລະບົບປ້ອງກັນອາກາດຕີສະກັດ ຫຼື ຕົກໃສ່ເຂດດິນເປົ່າຫວ່າງ. ບົດລາຍງານໃນເບື້ອງຕົ້ນໄດ້ຮັບຮູ້ວ່າ ມີພົນລະເມືອງຈຳນວນໜຶ່ງຖືກຮັບບາດເຈັບ ແລະ ກິດຈະກຳພົນລະເຮືອນຈຳນວນໜຶ່ງຖືກເປ່ເພເສຍຫາຍ.
ໃນຂະນະນັ້ນ, ກຳລັງປ້ອງກັນຕົວອິດສະຣາແອັນ (IDF) ແຈ້ງໃຫ້ຊາບວ່າ ກອງທັບອາກາດຂອງປະເທດນີ້ໄດ້ເປີດບັ້ນບຸກໂຈມຕີຂະໜາດໃຫຍ່ທຳລາຍມ້າງບັນດາຮາກຖານອຳນາດການປົກຄອງຂອງອີຣານ ຢູ່ນະຄອນ Nur, ຂຶ້ນກັບເຂດທາງທິດຕາເວັນຕົກສ່ຽງເໜືອຂອງປະເທດນີ້. IDF ກໍ່ຢັ້ງຢືນວ່າ ທ່ານ Ali Mohammad Naini, ໂຄສົກຂອງກຳລັງປ້ອງກັນປະຕິວັດອິດສະລາມອີຣານ (IRCG) ໄດ້ເສຍຊີວິດໃນການບຸກໂຈມຕີທາງອາກາດຂອງອິດສະຣາແອັນ.
    |
 |
|
ທ່ານ Donald Trump ປະທານາທິບໍດີອາເມລິກາ. ພາບ: REUTERS |
ໃນວັນທີ 20 ມີນາ, ທ່ານ Donald Trump ປະທານາທິບໍດີອາເມລິກາ ຖະແຫຼງບໍ່ສະໜັບສະໜູນຂໍ້ຕົກລົງຢຸດຍິງໃນການສູ້ຮົບລະຫວ່າງ ອາເມລິກາ ແລະ ອິດສະຣາແອັນ ກັບອີຣານ. ກ່າວຄຳເຫັນຕໍ່ວົງການນັກຂ່າວຢູ່ທຳນຽບຂາວ, ທ່ານ Donald Trump ໃຫ້ຮູ້ວ່າ ອາເມລິກາ ອາດສາມາດດຳເນີນການໂອ້ລົມເຈລະຈາ, ແຕ່ບໍ່ຢາກຢຸດຍິງ ແລະ ບໍ່ສາມາດຢຸດຍິງ.
ແຫຼ່ງຄັດຈາກ: vovworld.vn