ທ່ານ ໝາວ​ໜິງ ໂຄ​ສ​ົກ​ກະ​ຊວງ​ການ​ຕ່າງ​ປະ​ເທດຈີນ ເນັ້ນ​ໜັກ​ວ່າ ມາດ​ຕະ​ການ​ການ​ທະ​ຫານ​ບໍ່​ສາ​ມາດ​ນຳ​ມາ​ເຊິ່ງ​ມາ​ດ​ຕະ​ການ​ແກ້​ໄຂພື້ນ​ຖານ, ພ້ອມ​ທັງ​ກ່າວ​ເຕືອນ​ວ່າ ຄວາມ​ເຄັ່ງ​ຕຶງ​ຂອງ​ການ​ປະ​ທະ​ກັນ​ເພີ່ມ​ຂຶ້ນ ຈະ​ກໍ່​ຜົນ​ເສຍ​ຫາຍ​ຕໍ່​ເສດ​ຖະ​ກິດ​ທົ່ວ​ໂລກ ແລະຄວາມ​ໝັ້ນ​ຄົງ​ດ້ານ​ພະ​ລັງ​ງານ. ຕາມຝ່າຍຈີນ​ ແລ້ວ, ມີ​ແຕ່​ບັນ​ລຸ​ໄດ້​ຄຳ​ສັ່ງ​ຢຸດ​ຍິງ ແລະຟື້ນ​ຟູ​ສະ​ຖຽນ​ລະ​ພາບ​ຂອງ​ພາກ​ພື້ນ, ການ​ເຄື່ອນ​ໄຫວ​ຂົນ​ສົ່ງ​ທາງ​ທະ​ເລ​ສາ​ກົນ​ຈຶ່ງຈ​ະ​ໄດ້​ຮັບການ​ຮັບ​ປະ​ກັນ.

leftcenterrightdel
ສະ​ພາບ​ການ​ຢູ່​ເຂດ​ແຄມ​ທະ​ເລ​ Tel Aviv, ອິດ​ສະ​ຣາ​ແອັນ, ເມື່ອ​ວັນ​ທີ 31 ມີ​ນາ 2026. ພາບ: AP

ໃນ​ຂະ​ນະ​ນັ້ນ, ຍີ່​ປຸ່ນ ໄດ້​ເນັ້ນ​ໜັກ​ວ່າ ຕ້ອງ​ໃຫ້​ບຸ​ລິ​ມະ​ສິດ​ຕໍ່​ມາດ​ຕະ​ການ​ທາງ​ການ​ທູດ ​ເພື່ອຫຼຸດ​ຜ່ອນ​ຄວາມ​ເຄ​ັ່ງ​ຕຶງ. ທ່ານ Minoru Kihara ​ຫົວ​ໜ້າ​ຫ້ອງວ່າ​ການ​ລັດ​ຖະ​ບານຍີ່​ປຸ່ນ ໃຫ້​ຮູ້​ວ່າ: ໂຕ​ກຽວ ຈະ​ສືບ​ຕໍ່​ສົມ​ທົບ​ກັບ​ປະ​ຊາ​ຄົມ​ສາ​ກົນ ແລະ ພວມ​ຊັ່ງ​ຊາ​ເລືຶ່ອງ​ເຂົ້າ​ຮ່ວມກອງ​ປະ​ຊຸມຫຼາຍ​ຝ່າຍ ໂດຍອັງ​ກິດ​ ຈັດ​ຂຶ້ນ ເພື່ອ​ແນ​ໃສ່​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ໃນ​ການ​ຂົນ​ສົ່ງ​ຜ່ານ​ຊ່ອງ​ແຄບ​ທະ​ເລ Hormuz.

ລັດ​ເຊຍ ກໍ​ສະ​ແດງຫຼັກ​ໝັ້ນ​ຄ້າຍ​ຄື​ກັນ, ພ້ອມ​ທັງ​ຢັ້ງ​ຢືນ​ວ່າ ມົດ​ສະ​ກູ ພ​້ອມ​ແລ້ວ​ທີ່​ຈະ​ປະ​ກອບ​ສ່ວນ​ເຂົ້າ​ໃນ​​ຄວາມ​ມາ​ນະ​ພະ​ຍາ​ຍາມ ​ນຳ​ສະ​ພາບ​ການ​ຢູ່​ຕາ​ເວັນ​ອອກ​ກາງ​ກັບ​ຄືນ​ສູ່​ວົງ​ໂຄ​ຈອນ​ສັນ​ຕິ​ພາບ.

ແຫຼ່ງຄັດຈາກ: vovworld.vn