ແຈ້ງການຂອງກະຊວງການຕ່າງປະເທດ ອາເມລິກາ ຊີ້ແຈ້ງວ່າ ເລື່ອງຟື້ນຟູການເຄື່ອນໄຫວທາງການທູດໄດ້ເປີດອອກ “ສັງກາດໃໝ່” ໃນການພົວພັນລະຫວ່າງສອງປະເທດ, ພາຍຫຼັງຖືກຂາດວັກຂາດຕອນມາຫຼາຍປີ ນັບແຕ່ປີ 2019 ເມື່ອ ອາເມລິກາ ຖອນພະນັກງານການທູດທັງໝົດອອກຈາກນະຄອນຫຼວງ ດັ່ງກ່າວ ຍ້ອນສະພາບການເມືອງຢູ່ ເວເນຊູເອລາ ຂາດຄວາມໝັ້ນທ່ຽງ. ວົງການເຈົ້າໜ້າທີ່ ອາເມລິກາ ໃຫ້ຮູ້ວ່າ ເລື່ອງເປີດສະຖານທູດຄືນໃໝ່ ຈະຊ່ວຍເພີ່ມທະວີດ້ານການທູດ, ໜູນຊ່ວຍພົນລະເມືອງ ແລະຊຸກຍູ້ບັນດາຄວາມມານະພະຍາຍາມຮັກສາເສດຖະກິດຢູ່ປະເທດອາເມລິກາໃຕ້ ນີ້ໃຫ້ມີຄວາມໝັ້ນທ່ຽງ.
ກ່ອນໜ້ານັ້ນ, ອາເມລິກາ ແລະ ອຳນາດການປົກຄອງຊົ່ວຄາວ ຢູ່ເວເນຊູເອລາ ໄດ້ຕົກລົງເປັນເອກະພາບສ້າງສາຍພົວພັນທາງການທູດ ແລະ ສະຖານກົງສູນໃຫຍ່ຄືນໃໝ່, ບາດກ້າວດັ່ງກ່າວໄດ້ຮັບການພັນລະນາວ່າ ສ້າງເງື່ອນໄຂສະດວກ ໃຫ້ແກ່ບັນດາຄວາມມານະພະຍາຍາມລວມຂອງສອງປະເທດ ແນໃສ່ຊຸກຍູ້ສະຖຽນລະພາບ, ຊ່ວຍຟື້ນຟູເສດຖະກິດ ແລະມຸ່ງໄປເຖິງການໄກ່ເກ່ຍທາງການເມືອງຢູ່ເວເນຊູເອລາ.
ແຫຼ່ງຄັດຈາກ: vovworld.vn
Type the code from the image